Tag: ​ເຮືອ​ບິນ

Vietjet Air ​ເພີ່ມ​ກຳລັງ​ເຮືອ​ບິນ​ ໃນ​ລະຫວ່າງ​ທີ່​ຄວາມ​ຕ້ອງການ​ເດີນທາງ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ເທດສະການກຸດ​ຈີນ

(ນະຄອນຫຼວງວຽງຈັນ, ວັນທີ 06 ກຸມພາ 2024) ສາຍການບິນ ຫວຽດເຈັດ ໄດ້​ຮັບ​ເຮືອບິນ​ເພີ່ມ​ອີກຈຳນວນ 2 ລຳ ພາຍ​ໃຕ້​ການ​ຈັດ​ສັນ​ໃຫ້​ເຊົ່າ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເດີນທາງ​ໃນ​ໄລຍະ​ເທດສະການກຸດ​ຈີນ, ​ເຊິ່ງແມ່ນ​ໜຶ່ງ​ໃນ​ວັນ​ພັກຜ່ອນ​ປະຈຳ​ປີ​ທີ່​ຍາວ​ທີ່​ສຸດ​ໃນ​ອາຊີ. ການ​ເຄື່ອນ​ໄຫວ​ຄັ້ງ​ສຸດທ້າຍ​ໄດ້​ເຮັດ​ໃຫ້​ເຮືອ​ບິນ​ທີ່ເຊົ່າ​​ຂອງ​ສາຍ​ການ​ບິນ​ມີເພີ່ມອີກ 6 ລຳ ​ຈາກ​ເຮືອ​ບິນໃນ​ປັດຈຸ​ບັນທີ່ມີທັງໝົດ 105 ລຳ​, ທີ່ໄດ້ໃຫ້ບໍລິການ 125 ເສັ້ນ​ທາງ​ໃນ​ຫວຽດນາມ ​ແລະ ຕ່າງປະເທດ.