Tag: ໄມ້ແຄນ 900 ປີ

ໄມ້ແຄນຍາວ 37 ແມັດ ອາຍຸ 900 ປີ ທີ່ບ້ານ ນາຍາວ, ແຂວງ ໄຊຍະບູລີ.

ນີ້ແມ່ນ ໄມ້ແຄນບູຮານ ທີ່ຕັ້ງຈັດວາງສະແດງໄວ້ຢູ່ວັດບ້ານ ນາຍາວ, ເມືອງ ແລະ ແຂວງ ໄຊຍະບູລີ. ໂດຍເພິ່ນໄດ້ມີການສັນນິຖານເບື້ອງຕົ້ນວ່າ ມັນມີອາຍຸປະມານ 900 ປີ, ເປັນສີດຳກໍ່າ, ຍາວຢຽດຊື່ດີ, ມີ 2 ຮາກຄືກັບ ແງ່ມຫົວເຮືອຊ່ວງ, ແຕ່ຮາກຂຶ້ນຫາທາງປາຍ ມີລັກສະນະກົມອ້ວຍລ້ວຍ ໂດຍມີຕາພຽງຈຸດດຽວ.