Tag: ຕຳນານຄວາມເປັນມາ

ຕຳນານຄວາມເປັນມາ ເລື່ອງ “ພູທ້າວ ແລະ ພູນາງ” ແຫ່ງເມືອງມໍລະດົກໂລກ ຫຼວງພະບາງ

ຢູ່​ເທິງ​ບ້ານ​ຊຽງ​ແມນ​ຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​ຕໍ່ໜ້າ​ນະຄອນຫລວງ​ພະ​ບາງ​ ຍັງ​ມີ​ພູ​ສອງ​ໜ່ວຍ​ທີ່​ມີ​ຮູບ​ປະພັນ​ສັນ ຖານ​ເໝືອນ​ມະນຸ​ດນອນ​ຫງາຍ​ຢ່າງ​ໜ້າ​ອັດສະຈັນ. ໜ່ວຍ​ໃຕ້​ຮຽກ​ວ່າ​ພູ​ພຸດທະ​ເສນໜວ່ຍ​ເໜືອ​ຮຽກ​ວ່າ​ພູ​ນາງ​ກັງ​ຮີຮຽກ​ກັນ​ຫຍໍ້​ໆວ່າ ພູ​ທ້າວ​ ແລະ ​ພູ​ນາງ. ນິທາ​ນຫຍໍ້​ກ່ຽວ​ກັບ​ພູ​ສອງ​ໜ່ວຍ​ນີ້​ບູຮານ​ໄດ້​ເລົ່າ​ສືບ​ກັນ​ມາ​ວ່າ: ​ແຕ່​ກ່ອນ​ຢູ່​ບໍລິ​ເວນ​ອິນທະ​ປັດ​ຖາ ມີ​ຄົນ​ຕັດ​ຟືນ​ຜູ້​ໜຶ່ງ​ທຸກ​ໄຮ້​ເຂັນ​ໃຈ​ທີ່​ສຸດ. ຊາຍ​ທຸກຂະ​ຕະຜູ້ນັ້ນມີ​ເມຍ​ຜູ້​ໜຶ່ງ​ ​ແລະ​ ມີ​ລູກ​ສາວ​ສິບ​ສອງ​ຄົນ. ດ້ວຍ​ຄວາມທຸກ​ຍາກ​ຫາ​ອັນ​ປຽບບໍ່​ໄດ້ ຊາຍ​ຕັດ​ຟືນ​ຜູ້ນັ້ນຈິ່ງ​ເອົາ​ລູກ​ໄປ​ໂຜດ​ທີ່​ປ່າ​ເສຍ​ນາງ​ທັງ 12 ຄົນ​ນັ້ນກໍ​ດັ້ນດອນ​ຊອນ​ປ່າ​ໄປ​ຈຶ່ງ​ໄປ​ພົບ​ນາງ​ຍັກ​ຕົນຫ​ນຶ່ງ​ຊື່ວ່າ ສຸນທະລາ...