ກະຊວງວິດທະຍາສາດ ສົ່ງເສິມການນຳໃຊ້ເຕັກໂນໂລຊີຂອງຊາດ ໃນງານ LAO TECHMART 2018

0
679

ກະຊວງວິດທະຍາສາດ ແລະເຕັກໂນໂລຊີ ໄດ້ຈັດງານວາງສະແດງ-ຕະຫຼາດນັດ ເຕັກໂນໂລຊີ ສປປ ລາວ-2018 (LAO TECHMART 2018) ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ລະຫວ່າງວັນທີ່ 12-21 ຕຸລາ 2018 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປິດພິທີ ຂອງທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິດທະຍາສາດ ແລະເຕັກໂນໂລຊີ.

ໃນໂອກາດນີ້ ທ່ານບໍ່ວຽງຄຳ ໄດ້ກ່າວເຖິງເນື້ອໃນຈຸດປະສົງ ເພື່ອເປັນການຜັນຂະຫຍາຍຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາ ວຽກງານວິດທະຍາສາດ ແລະເຕັກໂນໂລຊີ ຮອດປີ 2025 ແລະວິໃສທັດຮອດປີ 2030 ໂດຍສອດຄ່ອງກັບທິດທາງຄາດໝາຍຈຸດສຸມ ຂອງມະຕິ X ຂອງພັກ ພາຍໃຕ້ຄຳຂວັນຂອງງານວາງສະແດງຄັ້ງນີ້ແມ່ນ : “ເຕັກໂນໂລຊີເພື່ອການຮ່ວມມື ແລະ ພັດທະນາແບບຍືນຍົງ” (Fostering Technology Cooperation for Sustainable Development) ປະກອບສ່ວນໃນວຽກງານການຄົ້ນຄວ້າວິດທະຍາສາດ ແລະພັດທະນານຳໃຊ້ເຕັກໂນໂລຊີ ໃຫ້ເປັນເຄື່ອງມືທີ່ມີປະສິດທີຜົນ ໃນການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາຕາມທິດສີຂຽວ ແລະຍືນຍງ

ການຈັດງານວາງສະແດງຄັ້ງນີ້ ແມ່ນໜຶ່ງໃນແຜນຈັດຕັ້ງປະຕິບັດແຜນງານຍຸທະສາດ ເພື່ອສົ່ງເສີມການຄົ້ນຄວ້າ, ການປະດິດສ້າງ ແລະການນຳໃຊ້ເຕັກໂນໂລຊີທີ່ມີປະສິດທີຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໂດຍຜູ້ເຂົ້າຊົມງານ ຈະໄດ້ພົບກັບເຕັກໂນໂລຊີໃໝ່ ແລະການສາທິດຈາກຕ່າງປະເທດ ເພື່ອການຮ່ວມມືອສົ່ງເສີມຖ່າຍທອດນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມ ອາທິ : ເຕັກໂນໂລຊີຊີວະພາບ ແລະກະສິກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີພະລັງງານທົດແທນ ແລະວັດສະດຸໃໝ່, ເຕັກໂນໂລຊີວິສະວະກຳ ແລະ ການອອກແບບ, ເຕັກໂນໂລຊີການຂົນສົ່ງ, ເຕັກໂນໂລຊີການແພດ, ເຕັກໂນໂລຊີການປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ເຕັກໂນໂລຊີໄຟຟ້າ-ເອເລັກໂຕຣນິກກ, ການສ້າງເມືອງທັນສະໄໝ (Smart City), ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.