ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ້າວ ອ່ອນໃຈ ວິໄລສອນ, ອາຍຸ 37, ຈາກແຂວງ ຫຼວງພະບາງ ເປັນອີກຄົນໜຶ່ງທີ່ພິການຂາມາແຕ່ຍັງນ້ອຍ, ຍ້ອນໄດ້ຮັບຜົນຂ້າງຄຽງຂອງຢາ ຈາກການປິ່ນປົວພະຍາດໂປລິໂອ ເຮັດໃຫ້ຂາທັງສອງເບື້ອງລີບ, ຍ່າງບໍ່ໄດ້ຄືກັບຄົນປົກກະຕິ ເຊິ່ງຕ້ອງໄດ້ອາໃສລໍ້ຊ່ວຍໃນການດໍາລົງຊີວິດ ແລະ ການ ໄປ-ມາ.

ທ້າວ ອ່ອນໃຈ ບອກວ່າ ການດຳລົງຊີວິດແບບນີ້ ເຕັມໄປດ້ວຍຄວາມຫຍຸ້ງຍາກ ເວລາໝູ່ຊວນໄປໃສກໍໄປນໍາເຂົາເຈົ້າບໍ່ໄດ້ ຖ້າຈະໄປກໍເກງໃຈໝູ່ ຄິດຢູ່ຕະຫຼອດວ່າເຮົາເປັນພາລະໝູ່, ຕ້ອງລໍາບາກເຂົາເຈົ້າອຸ້ມ, ຍູ້ລໍ້ ອີກໃຈໜຶ່ງ ກໍຢ້ານເຂົາເຈົ້າລັງກຽດ ເຄີຍຄິດນ້ອຍໃຈໃນຊີວິດຂອງຕົນເອງ ຈົນເຮັດໃຫ້ມີຄວາມຄິດຢາກຂ້າຕົວຕາຍ ເພື່ອໜີຊີວິດທີ່ເປັນແບບນີ້ ເພາະເຮົາບໍ່ເຫັນອານາຄົດ, ບໍ່ເຫັນຄຸນຄ່າຂອງຕົນເອງ, ບໍ່ຮູ້ວ່າຊິວິດຈະກ້າວຕໍ່ໄປແບບໃດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈົນໄດ້ມາຮູ້ຈັກກັບ ສູນຫັດຖະກໍາຄົນພິການ ແລະ ຊົນເຜົ່າ ຈາກການແນະນຳຂອງໝູ່ຄົນຮູ້ຈັກ ໃຫ້ມາເຮັດວຽກກ່ຽວກັບຫັດຖະກໍາ ຢູ່ກຸ່ມຫັດຖະກໍາຊົນເຜົ່າ ເລີຍຕັດສິນໃຈມາຢູ່ສູນ, ເມື່ອເຂົ້າມາຢູ່ສູນນີ້ແລ້ວ ກໍເລີ່ມເຮັດໃຫ້ເຮົາມີກໍາລັງໃຈຫຼາຍຂຶ້ນ ໄດ້ມາພົບກັບໝູ່ຫຼາຍຄົນ, ດໍາລົງຊີວິດຢູ່ຮ່ວມກັບຄົນພິການດ້ວຍກັນ, ທຸກຄົນແມ່ນມີຄວາມເຂົ້າອົກເຂົ້າໃຈກັນ ຕ່າງຈາກຢູ່ກັບຄົນປົກກະຕິທີ່ເຮົາຮູ້ສຶກວ່າດ້ອຍກວ່າ ແລະ ເຂົາເຈົ້າກໍເບິ່ງເຮົາແປກອອກໄປ ແຕ່ຢູ່ນີ້ມີແຕ່ຄົນພິການ ຈຶ່ງເຮັດໃຫ້ເຮົາຮູ້ສຶກເທົ່າທຽມ, ທຸກຄົນຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ນອກນັ້ນ, ທາງສູນກໍຍັງໄດ້ອໍານວຍຄວາມສະດວກ, ໃຫ້ການສະໜັບສະໜູນເປັນຢ່າງດີ ເຊັ່ນ ລໍ້, ເສື້ອຜ້າ, ອາຫານ, ເຄື່ອງໃຊ້ສອຍຕ່າງໆ ພ້ອມທັງຫາວຽກໃຫ້ເຮັດ ເພາະເຮົາຫາວຽກເຮັດເອງຄືຄົນປົກກະຕິບໍ່ໄດ້ ວຽກທີ່ເຮັດພາຍໃນກຸ່ມແມ່ນ ສານກະຕ່າ, ເຮັດເກີບ, ເກັບດອກອັນຊັນ ແລະ ໃຊ້ທັກສະການຈັກສານທີ່ເຄີຍເຮັດມາຕັ້ງແຕ່ຕອນຢູ່ບ້ານ ເຊັ່ນ: ສານຕິບເຂົ້າ, ກະຕ່າ, ກຸບ, ໝວກ ແຕ່ຢູ່ນີ້ຈະຕ່າງເພາະບໍ່ໄດ້ໃຊ້ຕອກ ຈະໃຊ້ເປັນຖົງພາສສະຕິກ, ໄໝ, ຝ້າຍ ໂດຍໃຊ້ວິທີການເປຍເປັນເສັ້ນໆ ມາປະດິດເປັນເຄື່ອງໃຊ້ ປະເພດ ກະເປົ໋າ, ກະຕ່າອອກຕະຫຼາດ, ຜ້າຮອງຈອກ-ຈານ ແລະ ເຄື່ອງປະດິດດ້ວຍມືອື່ນໆ.

ຈາກນັ້ນ ທາງສູນກໍນໍາອອກໄປຈໍາໜ່າຍ ເຮັດໃຫ້ເຮົາມີລາຍຮັບ, ມີເງິນເກັບ. ມາຮອດຕອນນີ້ກໍພໍດີໃກ້ຈະຮອດ 4 ປີແລ້ວທີ່ມາຢູ່ໃນກຸ່ມຫັດຖະກໍາແຫ່ງນີ້ ຄິດໄວ້ວ່າຈະຢູ່ນີ້ໄປເລື້ອຍໆ ເຊິ່ງຕອນນີ້ກໍເປັນຄູເຝິກຢູ່ໃນກຸ່ມ ແລະ ກໍໄດ້ມີໂອກາດໄປແບ່ງປັນໃຫ້ຄົນພິການຢູ່ ເມືອງ ວຽງຄໍາ, ແຂວງ ຫຼວງພະບາງ.

“ຂ້າພະເຈົ້າຮູ້ສຶກດີໃຈ ທີ່ໄດ້ຢູ່ກັບສິ່ງທີ່ມັກ ແລະ ພາກພູມໃນຝີມືຫັດຖະກໍາຂອງຕົນເອງ ຄິດໃນໃຈວ່າຕົນເອງຕ້ອງສູ້ ແລະ ໃຫ້ກໍາລັງໃຈຕົນເອງຢູ່ສະເໝີ, ຄ່ອຍຝຶກ ແລະ ພາຍາຍາມຮຽນຮູ້ສິ່ງໃໝ່ຈາກໝູ່ເພື່ອນ, ຜູ້ສອນໃຫ້ໄດ້ ສຸດທ້າຍກໍສາມາດເຮັດໄດ້ ແລະ ສາມາດແບ່ງປັນໃຫ້ຄົນອື່ນໄດ້ນໍາອີກ” ອ່ອນໃຈ ວິໄລສອນ ກ່າວດ້ວຍຄວາມພູມໃຈ.

ທ້າຍນີ້ຂ້າພະເຈົ້າ ຂໍຝາກເຖິງຄົນທີ່ມີຮ່າງກາຍທີ່ສົມບູນແບບ ຫຼື ຄົນພິການ ຜູ້ທີ່ຍັງມີຄວາມທໍ້ແທ້ໃນຊີວິດ ຄວນປ່ອຍວາງສິ່ງທີ່ເຮັດໃຫ້ເຮົາບໍ່ສະບາຍໃຈ ແລະ ກ້າວຜ່ານຈຸດນັ້ນໄປໃຫ້ໄດ້ ເພາະຊີວິດຂອງແຕ່ລະຄົນ ມັນກໍລ້ວນແລ້ວແຕ່ພົບກັບບັນຫາທັງໝົດ ແລ້ວແຕ່ວ່າເຮົາຈະກ້າວຜ່ານອຸປະສັກຈຸດນັ້ນໄປໄດ້ດ້ວຍວິທີໃດ ແລະ ຂໍຝາກໃຫ້ຄົນທີ່ມີຮ່າງກາຍທີ່ສົມບູນແບບກໍຄວນຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ຢູ່ຮ່ວມກັນໂດຍບໍ່ມີການແບ່ງແຍກ ຫຼື ລັງກຽດກັນ.

ສຳລັບ ກຸ່ມຫັດຖະກໍາຄົນພິການ ແລະ ຊົນເຜົ່າ ແມ່ນເປັນກຸ່ມທີ່ສ້າງຂຶ້ນມາເພື່ອເຕົ້າໂຮມ ແລະ ໃຫ້ໂອກາດແກ່ຄົນພິການໄດ້ສະແດງສີໄມ້ລາຍມື ແລະ ສ້າງອາຊີບ ເຮັດໃຫ້ເຂົາເຈົ້າມີລາຍຮັບ, ໄດ້ຮູ້ຈັກຄຸນຄ່າຂອງຕົນເອງ ແລະ ມີກໍາລັງໃຈໃນການດໍາລົງຊີວິດຕໍ່ໄປ.

Hits: 28

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້