ຊົນເຜົ່າບຣູ ເປັນ 1 ໃນ 50 ຊົນເຜົ່າຂອງລາວ ທີ່ມີປະຫວັດຄວາມເປັນມາ, ວັດທະນະທຳ ແລະ ຮີດຄອງປະເພນີທີ່ໜ້າສົນໃຈ, ໂດຍຊົນເຜົ່າບຣູ ແມ່ນເລີ່ມຕົ້ນເຄື່ອນຍ້າຍເຂົ້າສູ່ປະເທດລາວໃນສະຕະວັດທີ່ 6 ຈາກພາກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລ້ວມາຕັ້ງຖິ່ນຖານພູມລຳເນົາຢູ່ເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໂດຍສະເພາະແມ່ນຢູ່ໃນບາງເຂດຂອງແຂວງຄຳມ່ວນ ແລະ ສະຫວັນນະເຂດ.

ຄຳວ່າ “ບຣູ” ເປັນຊື່ທີ່ໄດ້ຖືກຮັບຮອງ ແລະ ໃຊ້ເປັນທາງການໃນປີ 2018 ພາສາປາກເວົ້າຈັດຢູ່ໃນໝວດພາສາມອນ-ຂະແມ ບໍ່ມີຕົວໜັງສືຂຽນ.

ຊົນເຜົ່າບຣູ ຈຳນວນໜຶ່ງ ນັບຖືສາສະໜາພຸດ ແລະ ນັບຖືຜີ ເຊັ່ນ: ຜີບັນພະບູລຸດ ຫຼື ຜີບ້ານ, ຜີເມືອງ ທີ່ເອີ້ນຮວມກັນວ່າ “ຜີມະເຫສັກ”. ຊົນເຜົ່າດັ່ງກ່າວມັກຕັ້ງເຮືອນສູງມີກ້ອງຕາລ່າງ, ມີເຊຍທາງໜ້າ ແລະ ມີຊານທາງດ້ານຫຼັງບ້ານ. ເຮືອນດັ້ງເດີມເຮັດດ້ວຍໄມ່ໃຜ່ມຸງດ້ວຍໄພຫຍ້າຄາ ແລະ ແອ້ມດ້ວຍແຜ່ນໄມ່ພາກ, ຕາມຝາມີປ່ອງລະບາຍອາກາດນ້ອຍໆ ໃນແຕ່ລະດີ ມີຫຼາຍງານບຸນ ແລະ ມີພິທີກຳທີ່ຕິດພັນກັບການຜະລິດກະສິກຳ.

ດ້ານສິລະປະວັນນະຄະດີ ເຜົ່າບຣູ ມີການມ່ວນຊື່ນຕາມປະເພນີ, ມີການຟ້ອນ ແລະ ຂັບລຳຕ່າງໆ ບຸນປະເພນີປະຈຳປີທີ່ມີການສະຫຼອງຢ່າງຍິ່ງໃຫຍ່ແມ່ນ “ບຸນກະບອງໃຫຍ່” ທີ່ຈັດຂຶ້ນໃນເດືອນ 3 ມື້ອອກໃໝ່ 3 ຄ່ຳ.

ການນຸ່ງຫົ່ມ ແຕ່ກ່ອນຜູ້ຊາຍນຸ່ງຜ້າກະຕ່ຽວສີແດງ, ຈົ່ງຜົມຍາວໂດຍເກົ້າໄວ້, ເປືອຍເອິກ,ສັກລາຍຕາຕົນໂຕ, ຝົນແຂ້ວ ແລະ ບ່ອງຫູໃສ້ຕ້າງເງິນ ຫຼື ຂີ້ກົ່ວ; ຕໍ່ມານຸ່ງເສື້ອແຂນສັ້ນມີລາຍທາງຕັ້ງສີແດງ ກັບຜ້າກະຕ່ຽວທີ່ມີລາຍແນວຕັ້ງ ປົກດ້ວຍແຜ່ນຜ້າລາຍສີ່ຫຼ່ຽມສີດຳ,ສ່ວນແມ່ຍິງນຸ່ງສິ້ນກາໂດລາຍແນວນອນສີແດງແກມດຳ ແລະ ຫົ່ມເສື້ອແຂນສັ້ນລາຍຕັ້ງສີດຳແດງ.