Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ຕັ້ງແຕ່ວັນທີ 10 ຫາ 19 ຕຸລາ, ນັກທ່ອງທ່ຽວສາມາດເພີດເພີນກັບສ່ວນຫຼຸດ 50% ສໍາລັບຄ່າປີ້ເຄື່ອງບິນຊັ້ນ Eco (ບໍ່ລວມອາກອນ ແລະ ຄ່າທໍານຽມ) ໂດຍໃສ່ລະຫັດໂປຣໂມຊັ່ນ SUPERSALE1010 ເມື່ອຈອງປີ້ຜ່ານເວັບໄຊທ໌ www.vietjetair.com ຫຼື ແອັບພລິເຄຊັນມືຖື “Vietjet Air”. ໂປຣໂມຊັ່ນນີ້ແມ່ນນຳໃຊ້ໄດ້ກັບທຸກເສັ້ນທາງການບິນຂອງ Vietjet, ລວມທັງຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນໄປຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ສໍາລັບການເດີນທາງໃນລະຫວ່າງວັນທີ 1 ພະຈິກ 2025 ຫາ 27 ພຶດສະພາ 2026 (ຄວາມພ້ອມຂອງຖ້ຽວບິນຂຶ້ນກັບແຕ່ລະເສັ້ນທາງ; ຍົກເວັ້ນວັນພັກລັດຖະການ).

ນອກຈາກນັ້ນ, ນັກທ່ອງທ່ຽວທີ່ບິນໃນລະຫວ່າງວັນທີ 1 ຫາ 25 ພະຈິກ 2025, ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມ. ສຳລັບຜູ້ໂດຍສານຊັ້ນ Eco, Vietjet ສະເໜີຟຣີຄ່າກະເປົາຂົນສົ່ງນ້ຳໜັກ 20 ກິໂລກຣາມ ໃນຖ້ຽວບິນຕ່າງປະເທດ ແລະ ສ່ວນຫຼຸດ 50% ສໍາລັບການສັ່ງອາຫານລ່ວງໜ້າໃນຖ້ຽວບິນພາຍໃນ ແລະ ຕ່າງປະເທດຂອງຫວຽດນາມ. ໃນຂະນະດຽວກັນ, ຜູ້ໂດຍສານຊັ້ນ SkyBoss ສາມາດເພີດເພີນກັບສ່ວນຫຼຸດສູງສຸດ 50% ສໍາລັບຄ່າປີ້ເຄື່ອງບິນທຸກເສັ້ນທາງ ໂດຍໃຊ້ລະຫັດໂປຣໂມຊັ່ນ LEADER10.

ຍິ່ງໄປກວ່ານັ້ນ, ຜູ້ໂດຍສານ Vietjet ຍັງຈະໄດ້ຮັບສ່ວນຫຼຸດສູງສຸດ 50% ສໍາລັບການເຂົ້າພັກທີ່ Furama Resort ທີ່ມີຊື່ສຽງໃນເມືອງດານັງ, ເຊິ່ງເປັນສະຫວັນແຫ່ງໜຶ່ງຂອງຫາດຊາຍ. ຂໍ້ສະເໜີພິເສດນີ້ແມ່ນໃຊ້ໄດ້ຈົນເຖິງວັນທີ 28 ກຸມພາ 2026 (ເງື່ອນໄຂ ແລະ ຂໍ້ກຳນົດແມ່ນນຳໃຊ້).

ຈາກຖະໜົນທີ່ຄຶກຄັກຂອງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປຈົນເຖິງຫາດຊາຍທີ່ງຽບສະຫງົບຂອງດານັງ, ຍະຕຣັງ, ຟູກວກ ຫຼື ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງເມືອງຮຶງ (Hue), ໂຮ່ຍອານ (Hoi An) ແລະ ນິງບິ່ນ (Ninh Binh), Vietjet ສະເໜີປະສົບການທີ່ໜ້າຈົດຈໍາໃຫ້ແກ່ນັກທ່ອງທ່ຽວທຸກປະເພດ. ດ້ວຍໂປຣໂມຊັ່ນ Super Sale ທີ່ບໍ່ເຄີຍມີມາກ່ອນຂອງ Vietjet, ນີ້ຄືຊ່ວງເວລາທີ່ດີທີ່ສຸດໃນການວາງແຜນການເດີນທາງຄັ້ງຕໍ່ໄປຂອງທ່ານ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...