Tuesday, March 3, 2026
Kbank Laos โอน รับ จ่าย

ຫຼວງພະບາງພາວເວີ ເປີດ “ຫິງຫ້ອຍ ສະຕູດິໂອ” ສູນຮຽນຮູ້ຫັດຖະກຳ ສົ່ງເສີມພັດທະນາທັກສະອາຊີບສູ່ຊຸມຊົນຫຼວງພະບາງ ສືບສານພູມປັນຍາທ້ອງຖິ່ນ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ “ຫິງຫ້ອຍ ສະຕູດິໂອ (Hinghoi Studio)” ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ ໂດຍໄດ້ຮັບກຽດຈາກ ທ່ານ ປິວ ຕຣີວິດສະວະເວດ ປະທານກຳມະການ ບໍລິຫານ ບໍລິສັດ ຊ.ການຊ່າງ ຈຳກັດ (ມະຫາຊົນ) ທ່ານ ທະນະວັດ ຕຣີວິດສະວະເວດ ກຳມະການຜູ້ຈັດການ ບໍລິສັດ ຫຼວງພະບາງ ພາວເວີ ຈຳກັດ ດຣ. ບຸນເຫຼືອ ສິນໄຊວໍລະວົງ ທ່ານຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການ ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ເປັນປະທານພິທີ ແລະ ກ່າວເປີດງານທີ່ ຫິງຫ້ອຍ ສະຕູດິໂອ ແຂວງຫຼວງພະບາງ

ທ່ານ ທະນະວັດ ຕຣີວິດສະວະເວດ ກຳມະການຜູ້ຈັດການ ບໍລິສັດ ຫຼວງພະບາງ ພາວເວີ ຈຳກັດ ກ່າວວ່າ ບໍລິສັດໃຫ້ຄວາມສຳຄັນໃນການຍົກລະດັບຄຸນນະພາບຊີວິດຂອງຊຸມຊົນ ແລະ ສັງຄົມອ້ອມຮອບພື້ນທີ່ໂຄງການ ເຊິ່ງຖືເປັນສ່ວນໜຶ່ງຂອງການພັດທະນາເສດຖະກິດ ແລະ ສັງຄົມຢ່າງຍືນຍົງ ພາຍໃຕ້ກອບການດຳເນີນງານສ້າງຄຸນຄ່າສູ່ສັງຄົມ 2022-2026 (CSR Strategy Framework 2022-2026) ພາຍໃຕ້ໂຄງການ One Power Plant One Product (OPOP) ມຸ່ງໜ້າຕໍ່ຍອດນະວັດຕະກຳ ແລະ ສ້າງໂອກາດພັດທະນາອາຊີບໃຫ້ກັບຊຸມຊົນ ໂດຍສ້າງ ແລະ ພັດທະນາ ຫິງຫ້ອຍ ສະຕູດິໂອ ໃຫ້ເປັນພື້ນທີ່ຮຽນຮູ້ທີ່ສ້າງສັນ ສົ່ງເສີມທັກສະດ້ານຫັດຖະກຳໃນຮູບແບບການຕັດຫຍິບ ການອອກແບບ ການໃຊ້ຈັກຫຍິບຜ້າ ການປັກຜ້າ ແລະ ການຕ່ຳຫູກພື້ນຖິ່ນ ໂດຍຕໍ່ຍອດສິລະປະດັ່ງເດີມໃຫ້ຮ່ວມສະໄໝ ແລະ ສອດຄ່ອງກັບວິຖີຊີວິດປັດຈຸບັນ ເພື່ອສືບສານ ແລະ ຕໍ່ຍອດມໍລະດົກທາງວັດທະນະທຳຂອງເມືອງຫຼວງພະບາງ ໂດຍສະເພາະການຕ່ຳຫູກຫັດຖະກຳລາວ ທີ່ອົງການ (UNESCO) ໄດ້ຂຶ້ນທະບຽນເປັນມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ ຂອງມວນມະນຸດ ສະທ້ອນເຖິງພູມປັນຍາ ແລະ ເອກະລັກຂອງຊຸມຊົນໃນ ສປປ ລາວ

ໃນເດືອນພະຈິກ 2025 ຫິງຫ້ອຍ ສະຕູດິໂອ ໄດ້ຈັດກິດຈະກຳ Workshop ສອນຄວາມຮູ້ພື້ນຖານການໃຊ້ຈັກຫຍິບເຄື່ອງເບື້ອງຕົ້ນ ແລະ ການຂຶ້ນຊິ້ນງານໂດຍການຫຍິບຜ້າຮອງຈອກ ຜ້າເຊັດປາກ ການຫຍິບປອກໝອນ ແລະ ຖົງຜ້າ ໃຫ້ກັບປະຊາຊົນອ້ອມຮອບໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໂດຍມີຄະນະອາຈານຈາກວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ມາຖ່າຍທອດອົງຄວາມຮູ້ ແລະ ເຕັກນິກການຕັດຫຍິບຢ່າງຖືກວິທີເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສ້າງຜົນງານສິນລະປະຕາມຄວາມຊຳນານ ແລະ ຍັງຄົງໄວ້ເຊິ່ງຄຸນນະພາບຄວາມປານີດ ເອກະລັກຂອງເມືອງຫຼວງພະບາງ ໂດຍຜູ້ທີ່ຜ່ານກິດຈະກຳ Workshop ຈະໄດ້ຮັບໃບປະກາດຮັບຮອງການຝຶກອົບຮົມ ເພື່ອນຳໄປຕໍ່ຍອດໃນການພັດທະນາຜົນງານຫັດຖະກຳ ຫຼື ປະກອບອາຊີບໃນອະນາຄົດໄດ້

ຫິງຫ້ອຍ ສະຕູດິໂອ ນອກຈາກຈະເປັນພື້ນທີ່ຮຽນຮູ້ ແລະ ຝຶກອາຊີບແລ້ວ ຍັງສະທ້ອນເຖິງຄວາມຮ່ວມມືຂອງທຸກພາກສ່ວນໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ຊ.ການຊ່າງ ລາວ ຈຳກັດ ກໍ່ສ້າງອາຄານໃຫ້ມີຄວາມແຂງແຮງໄດ້ມາດຕະຖານ ແລະ ປະສົມປະສານກັບສະຖາປັດຕະຍະກຳຂອງເມືອງມໍລະດົກໂລກຫຼວງພະບາງ ນອກຈາກນີ້ LPCL ຍັງຄົງມຸ່ງໝັ້ນທີ່ຈະດຳເນີນງານຕາມແນວທາງການອະນຸລັກເມືອງມໍລະດົກໂລກ ໂດຍສົ່ງເສີມການຮຽນຮູ້ຫັດຖະກຳຕ່ຳຫູກລາວ ການຝຶກຝົນອາຊີບ ແລະ ການສືບສານພູມປັນຍາທ້ອງຖິ່ນ ຮ່ວມກັບວິທະຍາໄລເຕັກວິຊາຊີບຫຼວງພະບາງ ໃຫ້ຄົງຄວບຄູ່ກັບການພັດທະນາຊຸມຊົນຢ່າງຍືນຍົງ

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ພະແນກສົ່ງເສີມຄວາມສຳພັນອົງກອນ

ຈິດາພາ ພົນສະຫວັດສານິດ ໂທ. 083-092-6156

jidapa.p@ckpower.co.th

More from author

Related posts

Latest posts

Vietjet ໄດ້ຮັບການຍົກຍ້ອງໃຫ້ເປັນ ‘ສະຖານທີ່ເຮັດວຽກທີ່ດີທີ່ສຸດໃນລະດັບສາກົນ’, ພ້ອມທັງຍົກລະດັບບົດບາດດ້ານການບິນຂ້າມຊາດຂອງຕົນ

ນະຄອນຫຼວງວຽງຈັນ, ວັນທີ 26 ກຸມພາ 2026 – Vietjet ໄດ້ຮັບກຽດດ້ວຍ 3 ລາງວັນອັນຊົງກຽດລະດັບສາກົນ, ລວມມີ “ສະຖານທີ່ເຮັດວຽກທີ່ດີທີ່ສຸດໃນລະດັບສາກົນ ປະຈໍາປີ 2026,” “ລາງວັນຜົນກະທົບດ້ານຄວາມຫຼາກຫຼາຍ,” ແລະ “ແບຣນນາຍຈ້າງດີເດັ່ນລະດັບສາກົນ,” ໃນງານ World HRD Congress & Awards 2026.

Vietjet ປະກາດການລົງນາມໃນສັນຍາມູນຄ່າຫຼາຍຕື້ໂດລາ ໂດຍມີຜູ້ນໍາລະດັບສູງຂອງ ຫວຽດນາມ ແລະ ສະຫະລັດ ອາເມລິກາ ເຂົ້າຮ່ວມເປັນສັກຂີພະຍານ

ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2026 – Vietjet ໄດ້ລົງນາມໃນຂໍ້ຕົກລົງທາງຍຸດທະສາດຫຼາຍສະບັບຮ່ວມກັບບັນດາບໍລິສັດ ແລະ ສະຖາບັນການເງິນຊັ້ນນໍາຂອງສະຫະລັດ ດ້ວຍມູນຄ່າລວມສູງກວ່າ 6.3 ຕື້ໂດລາສະຫະລັດ.

“ວັດປ່າຮວກ” ມໍລະດົກເມືອງຫຼວງພຣະບາງ

ວັດປ່າຮວກ ຕັ້ງຢູ່ ຕີນພູສີ ບໍລິເວນປ່າໄມ້ຮວກ ຕໍ່ໜ້າຫໍພິພິທະພັນ (ພະລາດຊະວັງເກົ່າ) ເຊິ່ງອາຣາມວັດປ່າຮສກ ໄດ້ສ້າງຂຶ້ນໃນປີ ຄສ 1861 ໃນສະໄໝເຈົ້າແຜ່ນດິນ ຈັນທະເທບ ປະພາຄຸນ, ຢູ່ຝາດ້ານໃນຂອງວັດນີ້ ຍັງມີຮູບແຕ້ມຝາຜະໜັງເລື່ອງ “ທ້າວຊົມພູປັຕິ” ເຊິ່ງເປັນເລື່ອງນິຍາຍຄຳສອນ ຂອງພຣະພຸດທະເຈົ້າ ເພື່ອບໍ່ໃຫ້ຄົນເຮົາປະພຶດຕົນດ້ວຍຄວາມອວດອົ່ງທະນົງໂຕ ໃຫ້ຫຼຸດຄວາມຄວາມ ໂກຖະມານະ ລົງ.