“ວັດປ່າຮວກ” ມໍລະດົກເມືອງຫຼວງພຣະບາງ

ວັດປ່າຮວກ ຕັ້ງຢູ່ ຕີນພູສີ ບໍລິເວນປ່າໄມ້ຮວກ ຕໍ່ໜ້າຫໍພິພິທະພັນ (ພະລາດຊະວັງເກົ່າ) ເຊິ່ງອາຣາມວັດປ່າຮສກ ໄດ້ສ້າງຂຶ້ນໃນປີ ຄສ 1861 ໃນສະໄໝເຈົ້າແຜ່ນດິນ ຈັນທະເທບ ປະພາຄຸນ, ຢູ່ຝາດ້ານໃນຂອງວັດນີ້ ຍັງມີຮູບແຕ້ມຝາຜະໜັງເລື່ອງ “ທ້າວຊົມພູປັຕິ” ເຊິ່ງເປັນເລື່ອງນິຍາຍຄຳສອນ ຂອງພຣະພຸດທະເຈົ້າ ເພື່ອບໍ່ໃຫ້ຄົນເຮົາປະພຶດຕົນດ້ວຍຄວາມອວດອົ່ງທະນົງໂຕ ໃຫ້ຫຼຸດຄວາມຄວາມ ໂກຖະມານະ ລົງ.

ໃນເລື່ອງຍັງມີບາງຕອນທີ່ໄດ້ສະແດງເຖິງຄວາມເກັ່ນກ້າຂອງ ທ້າວ ຊົມພູປັຕິ ທີ່ໄດ້ຍິງທະນູ ເພື່ອເລັ່ງຊອກຫາຜູ້ມີລິດເດດ, ເກັ່ງກ້າກວ່າໂຕເອງ, ແຕ່ພໍໄປພົບພຣະພຸດທະເຈົ້າໄດ້ຈຳແລງລິດ ພ້ອມທັງສະແດງທຳໃຫ້ ທ້າວ ຊົມພູປັຕິ ຮັບຮູ້ເຖິງ ບາບ, ບຸນ, ຄຸນ, ໂທດ ສຸດທ້ານຍ ລາວກໍໄດ້ຂໍເຂົ້າບວດ ເປັນລູກສິດຂອງ ພຣະພຸດທະເຈົ້າ.

ໃນປິ ຄສ 1928 ສົມເດັດພະເຈົ້າ ສີສະຫວ່າງວົງ ໄດ້ໃຫ້ທຶນປະຕິສັງຂອນ ອາຣາມ, ສ່ວນພະມະເຫສີຂວາ ຄຳຝັ້ນ ໄດ້ໃຫ້ທຶນສ້ອມແປງທາດກອຍວັດ (ທາດຫຼັງວັດ).

ໃນປີ ຄສ 1942 ກະຊວງທຳມະການ ຫໍສະໜາມຫຼວງ ໄດ້ນິມົນພະສົງ ແລະ ສຳມະເນນຢູ່ວັດນີ້ ໃຫ້ຍ້າຍໜີໄປຢູ່ວັດອື່ນ ແລ້ວມ້າງກຸດຕິພື້ນປູໄມ້ແປ້ນ, ຝາແປ້ນ, ມຸງດິນຂໍ, ເສົາຕັ້ງແຄ່ງ (ເສົາຢອງຫິນ) ປິ່ນໜ້າໄປທາງ ພະລາດຊະວັງ ເກົ່າ ແລະ ຫໍສັນ ພື້ນປູໄມຟາກ, ຝາໄມ້ເຮ້ຍ, ມຸງຝ້າໄມ້ປ່ອງອອກ ຍ້ອນວ່າ ອາຄານທັງ 2 ຫຼັງນີ້ ຕັ້ງຢູ່ໜ້າວັດ ເພາະເຫັນວ່າເປັນອຸລາມົກ (ບໍ່ຈົບບໍ່ງາມ) ຕໍ່ໜ້າ ພະລາດຊະວັງເກົ່າ. ຫຼັງຈາກນັ້ນ, ໄດ້ນຳໃຊ້ວັດປ່າຮສກເປັນຫໍສະໝຸດ ພຸດທະສາສະໜາ ແລະ ຫ້ອງການຂອງນັກປາດບັນດິດ.

ໃນປີ ຄສ 2016 ໄດ້ຮັບການສະໜັບສະໜຸນທຶນຈາກອົງການ ຝຣັ່ງເສດ ເພື່ອການພັດທະນາ (AFD) ເພື່ອປະຕິສັງຂອນ ວັດປ່າຮວກ ອີກຄັ້ງໜຶ່ງເຊັ່ນ ໄດ້ສ້ອມແປງຫຼັງຄາ, ດອກດວງ, ລວດລາຍສີໜ້າທັງສອງດ້ານ ພ້ອມດ້ວຍກໍ່ສ້າງຮ່ອງລະບາຍນ້ຳ ແລະ ຕ້ານເຈື່ອນທາງດ້ານຫຼັງວັດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...