ດ້ວຍການເປີດຕົວສູນກາງການເງິນການບິນລະດັບພາກພື້ນ ແລະ ຂໍ້ຕົກລົງທີ່ສຳຄັນໃນການພັດທະນາຝູງເຮືອບິນ

ນະຄອນຫຼວງວຽງຈັນ, ວັນທີ 6 ກຸມພາ 2026 – ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ຫາກໍ່ເປີດຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.
ການປະກາດດັ່ງກ່າວມີຂຶ້ນທີ່ງານ Singapore Airshow 2026, ເຊິ່ງລວມມີຂໍ້ຕົກລົງດ້ານເຄື່ອງຈັກເຮືອບິນ ແລະ ການເງິນທີ່ມີມູນຄ່າລວມກວ່າ 6.1 ຕື້ໂດລາສະຫະລັດ. ນີ້ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ Vietjet ໃນການສ້າງການດໍາເນີນງານດ້ານການບິນທີ່ທັນສະໄໝ, ມີປະສິດທິພາບ ແລະ ສາມາດຂະຫຍາຍຕົວໄດ້ ເພື່ອຮອງຮັບຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນລະຫວ່າງ ຫວຽດນາມ, ລາວ ແລະ ພາກພື້ນອາຊີ-ປາຊີຟິກ. ປະຈຸບັນ, ສາຍການບິນໄດ້ມອບຄວາມສະດວກສະບາຍໃຫ້ແກ່ນັກເດີນທາງຊາວລາວ ໃນການເຊື່ອມຕໍ່ໄປຫາ ຫວຽດນາມ ແລະ ປະເທດອື່ນໆ ຜ່ານເສັ້ນທາງບິນ ວຽງຈັນ ຫາ ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ.

ການເປີດຕົວສູນກາງການເງິນການບິນອາຊີ-ປາຊີຟິກ
ທີ່ງານ Singapore Airshow, ສູນການເງິນສາກົນຫວຽດນາມ ໃນນະຄອນໂຮ່ຈີມິນ (VIFC-HCM) ໄດ້ເປີດຕົວ ສູນກາງການເງິນການບິນອາຊີ-ປາຊີຟິກ (AAFH) ເພື່ອສະໜັບສະໜູນດ້ານການເງິນການບິນ, ການເຊົ່າຊື້ ແລະ ການລົງທຶນໃນໂຄງລ່າງພື້ນຖານທົ່ວພາກພື້ນ. ໂດຍມີ Vietjet ເປັນຄູ່ຮ່ວມງານທີ່ສຳຄັນ.
ຂໍ້ລິເລີ່ມນີ້ໄດ້ຮັບການສະໜັບສະໜູນຈາກທຸລະກິດການບິນ ແລະ ກິດຈະກຳທາງການເງິນໃນໄລຍະເລີ່ມຕົ້ນ ມູນຄ່າກວ່າ 6.1 ຕື້ໂດລາສະຫະລັດ ນຳໂດຍ Vietjet ແລະ ຄູ່ຮ່ວມງານ.ລວມມີຂໍ້ຕົກລົງດ້ານເຄື່ອງຈັກ ແລະ ການບໍລິການບຳລຸງຮັກສາກັບ Pratt & Whitney, ແລະ ຂໍ້ຕົກລົງດ້ານການເງິນເຮືອບິນກັບ PIMCO ເຊິ່ງເປັນບໍລິສັດຈັດການຊັບສິນລະດັບໂລກຈາກສະຫະລັດ.ສູນກາງນີ້ຄາດວ່າຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ມູນຄ່າການຊື້-ຂາຍດ້ານການບິນໄດ້ປະມານ 50 ຕື້ໂດລາສະຫະລັດ ພາຍໃນປີ 2035.
ການປະກາດດັ່ງກ່າວ ມີບັນດາຜູ້ຜະລິດເຮືອບິນ ແລະ ເຄື່ອງຈັກຊັ້ນນຳຂອງໂລກ ພ້ອມດ້ວຍສະຖາບັນການເງິນເຂົ້າຮ່ວມ, ເຊິ່ງລວມມີ Airbus, Boeing, CFM International, Pratt & Whitney, Rolls-Royce ແລະ ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (IATA).
AAFH ມີເປົ້າໝາຍເພື່ອສະໜັບສະໜູນການບິນໃນພາກພື້ນ ໂດຍຜ່ານນະໂຍບາຍສິດທິພິເສດສະເພາະດ້ານ, ຂອບກົດໝາຍມາດຕະຖານສາກົນ ແລະ ກົນໄກການລະດົມທຶນຂ້າມແດນແບບຫຼາຍສະກຸນເງິນ.

ທ່ານ ເຈືອງ ມິງ ຮຸຍ ວູ (Mr. Truong Minh Huy Vu), ປະທານສະພາລິຫານ VIFC-HCM ກ່າວວ່າ:
“ການເປີດຕົວ ສູນກາງການເງິນການບິນ ອາຊີ-ປາຊີຟິກ ຖືເປັນບາດກ້າວທີ່ສຳຄັນໃນການເຮັດໃຫ້ວິໄສທັດຂອງພວກເຮົາ ໃນການສ້າງ VIFC ໃຫ້ກາຍເປັນເວທີການເງິນສາກົນທີ່ທັນສະໄໝ, ເປີດກວ້າງ ແລະ ເປັນທີ່ໜ້າເຊື່ອຖືໃຫ້ປະກົດຜົນເປັນຈິງ. ພວກເຮົາບໍ່ພຽງແຕ່ດຶງດູດນັກລົງທຶນໂດຍຜ່ານນະໂຍບາຍສິດທິພິເສດຕ່າງໆເທົ່ານັ້ນ, ແຕ່ຍັງຜ່ານຄຸນນະພາບຂອງສະຖາບັນ, ຂີດຄວາມສາມາດດ້ານນະວັດຕະກຳ ແລະ ຄວາມສາມາດຂອງພວກເຮົາໃນການເຊື່ອມຕໍ່ກະແສທຶນໂດຍກົງເຂົ້າສູ່ເສດຖະກິດຕົວຈິງ.”
ທ່ານ ໂປລ ເມີເຈີສ໌ (Paul Meijers), ຮອງປະທານບໍລິຫານຂອງ Airbus ກ່າວວ່າ:
“Airbus ຕີລາຄາສູງຕໍ່ບົດບາດຂອງ ສູນກາງການເງິນການບິນ ອາຊີ–ປາຊີຟິກ ໃນການສ້າງເວທີທີ່ມີປະສິດທິພາບ ເພື່ອເຊື່ອມຕໍ່ຄວາມຕ້ອງການໃນການພັດທະນາຝູງບິນຍຸກໃໝ່ ເຂົ້າກັບລະບົບນິເວດການເງິນທົ່ວໂລກ. ການເຂົ້າຮ່ວມໃນຖານະສະມາຊິກຍຸດທະສາດກິດຕິມະສັກ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນໄລຍະຍາວຂອງ Airbus ໃນການຊຸກຍູ້ວິທີການແກ້ໄຂບັນຫາດ້ານການເງິນທີ່ສ້າງສັນ ແລະ ສະໜັບສະໜູນການເຕີບໂຕແບບຍືນຍົງຂອງອຸດສາຫະກຳການບິນ.”
ດ້ວຍຈຳນວນເຮືອບິນທີ່ສັ່ງຈອງເກືອບ 600 ລຳ, Vietjet ຄາດວ່າຈະມີບົດບາດສຳຄັນໃນການຊຸກຍູ້ທຸລະກຳທາງດ້ານການເງິນການບິນໃນໄລຍະເລີ່ມຕົ້ນຜ່ານສູນກາງແຫ່ງນີ້, ເຊິ່ງຈະຊ່ວຍສ້າງພື້ນຖານການໄຫຼວຽນຂອງການຕົກລົງທຸລະກິດ ສຳລັບການລົງທຶນດ້ານການບິນໃນພາກພື້ນ.

ທ່ານ ນາງ ດຣ. ຫງວຽນ ທິ ເຟືອງ ທາວ (Dr. Nguyen Thi Phuong Thao), ປະທານສະພາລິຫານ Vietjet ກ່າວວ່າ:
“ສູນກາງການເງິນການບິນ ອາຊີ-ປາຊີຟິກ ຖືເປັນຂີດໝາຍຍຸດທະສາດໃນການປັບປ່ຽນຮູບແບບການສະໜັບສະໜູນຂອງທຶນທົ່ວໂລກ ເພື່ອຄວາມກ້າວໜ້າຂອງຂະແໜງການບິນ ກໍ່ຄືພາບລວມທາງດ້ານເສດຖະກິດຂອງ ຫວຽດນາມ ແລະ ໃນພາກພື້ນ. Vietjet ມີຄວາມມຸ່ງໝັ້ນທີ່ຈະເປັນຜູ້ນຳໃນການເຮັດທຸລະກຳທີ່ມີຜົນກະທົບສູງ ເພື່ອຊ່ວຍເສີມສ້າງລະບົບນິເວດການເງິນການບິນທີ່ທັນສະໄໝ ແລະ ຍືນຍົງ ເພື່ອສະໜັບສະໜູນການເຕີບໂຕຂອງພາກພື້ນໃນອະນາຄົດ.”
ຂໍ້ຕົກລົງດ້ານເຄື່ອງຈັກຄັ້ງໃຫຍ່ ເພື່ອເສີມສ້າງການຂະຫຍາຍຝູງບິນ
ນອກຈາກນັ້ນ ໃນງານ Singapore Airshow 2026, Vietjet ແລະ Pratt & Whitney ໄດ້ປະກາດການສັ່ງຈອງເຮືອບິນຕະກູນ Airbus A320neo ທີ່ນຳໃຊ້ເຄື່ອງຈັກ GTF ເພີ່ມຕື່ມອີກ 44 ລໍາ, ເຊິ່ງລວມມີ A321neo ຈຳນວນ 24 ລໍາ ແລະ A321XLR ຈຳນວນ 20 ລໍາ, ເຮັດໃຫ້ຍອດການສັ່ງຈອງເຮືອບິນທີ່ນຳໃຊ້ເຄື່ອງຈັກ GTF ຂອງສາຍການບິນເພີ່ມຂຶ້ນເປັນ 137 ລໍາ. ການສົ່ງມອບຈະເລີ່ມຂຶ້ນໃນເດືອນກໍລະກົດ 2026, ໂດຍທີ່ Pratt & Whitney ຈະເປັນຜູ້ສະໜອງການບໍາລຸງຮັກສາເຄື່ອງຈັກພາຍໃຕ້ສັນຍາການບໍລິການແບບຄົບວົງຈອນ EngineWise® ເປັນເວລາ 12 ປີ.
Vietjet ໄດ້ຮັບເຮືອບິນ A321neo ລຳທຳອິດໃນປີ 2018 ແລະ ປັດຈຸບັນມີຝູງບິນ A321neo ທີ່ນຳໃຊ້ເຄື່ອງຈັກ GTF ຈຳນວນ 42 ລໍາ. ກ່ອນການສັ່ງຈອງຄັ້ງນີ້, Vietjet ໄດ້ມີພັນທະສັນຍາສັ່ງຈອງເຮືອບິນປະເພດນີ້ສູງເຖິງ 93 ລຳ.
ເຄື່ອງຈັກ GTF ສາມາດຊ່ວຍຫຼຸດຜ່ອນການຊົມໃຊ້ເຊື້ອໄຟໄດ້ເຖິງ 20% ແລະ ມີລະດັບສຽງລົບກວນໜ້ອຍລົງເຖິງ 75% ເມື່ອທຽບກັບເຄື່ອງຈັກໃນລຸ້ນກ່ອນໜ້າ.
ການປະກາດທີ່ສຳຄັນເຫຼົ່ານີ້ໄດ້ຊ່ວຍຕອກຢ້ຳຍຸດທະສາດໄລຍະຍາວຂອງ Vietjet ໃນການສະໜັບສະໜູນການເຊື່ອມຕໍ່ທີ່ເພີ່ມຂຶ້ນລະຫວ່າງ ຫວຽດນາມ ແລະ ຕະຫຼາດຫຼັກໃນ ອາຊີ-ປາຊີຟິກ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງພາກພື້ນໃນວົງກວ້າງ.
ດ້ວຍການຄາດຄະເນວ່າ ອາຊີ-ປາຊີຟິກ ຈະກາຍເປັນຕະຫຼາດການບິນທີ່ໃຫຍ່ທີ່ສຸດຂອງໂລກໃນທົດສະວັດຕໍ່ໜ້າ, ຝູງບິນທີ່ທັນສະໄໝ, ມີຄວາມຢືດຢຸ່ນ ແລະ ເຄືອຂ່າຍເສັ້ນທາງບິນທີ່ຂະຫຍາຍຕົວຂອງ Vietjet ໄດ້ເຮັດໃຫ້ສາຍການບິນກາຍເປັນກຸ່ມບໍລິສັດການບິນຂ້າມຊາດ ທີ່ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ສ້າງຜົນກະທົບທາງດ້ານເສດຖະກິດໃນພາກພື້ນ.
ໃນປັດຈຸບັນ, Vietjet ໄດ້ເປີດໃຫ້ບໍລິການຖ້ຽວບິນປະຈຳວັນທີ່ເຊື່ອມຕໍ່ ວຽງຈັນ ກັບ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ການຂະຫຍາຍຕົວຂອງ Vietjet ສ້າງຄວາມເຊື່ອໝັ້ນຢ່າງແຂງແຮງໃຫ້ແກ່ທັງຄົນລາວ ແລະ ນັກທ່ອງທ່ຽວຈາກລາວ ທີ່ວາງແຜນຈະໄປຢ້ຽມຢາມ ຫວຽດນາມ ແລະ ເຊື່ອມຕໍ່ໄປຍັງຈຸດໝາຍປາຍທາງອື່ນໆ.

