Vietjet ຖືກຈັດອັນດັບໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກອີກຄັ້ງ ສໍາລັບປີ 2026

ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2026 – ສາຍການບິນ Vietjet ໄດ້ຮັບການຍອມຮັບຈາກ AirlineRatings, ເວັບໄຊທ໌ຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນການບິນຊັ້ນນໍາຂອງໂລກ, ໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກປະຈຳປີ 2026. ການຍອມຮັບໃນຄັ້ງນີ້ໄດ້ຢືນຢັນຄືນເຖິງຜົນການດຳເນີນງານທີ່ດີສະເໝີຕົ້ນສະເໝີປາຍ ແລະ ຄວາມມຸ່ງໝັ້ນອັນແຮງກ້າຕໍ່ກັບຄວາມປອດໄພໃນເສັ້ນທາງບິນ ວຽງຈັນ-ຮາໂນ້ຍ/ໂຮ່ຈີມິນ ແລະ ທົ່ວເຄືອຂ່າຍອາຊີ-ປາຊີຟິກ. Vietjet ຍັງຮັກສາລະດັບຄວາມປອດໄພໄດ້ 7/7 ດາວ ຈາກ AirlineRatings ມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 2018.

ສາຍການບິນ Vietjet ຍັງຄົງຢືນຢູ່ໃນລະດັບແຖວໜ້າຮ່ວມກັບສາຍການບິນລາຄາປະຢັດລະດັບໂລກ ເຊັ່ນ: EasyJet, Southwest ແລະ Ryanair ໃນການຈັດອັນດັບຄວາມປອດໄພສູງສຸດຕິດຕໍ່ກັນຫຼາຍປີ. ສິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ປະສິດທິພາບທີ່ຍືນຍົງໃນການສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ໂດຍສານຕະຫຼອດການເດີນທາງ.

ທ່ານນາງ Sharon Petersen, CEO ຂອງ AirlineRatings ກ່າວວ່າ: “Vietjet ໄດ້ມີການເຕີບໂຕຢ່າງໝັ້ນຄົງ ພ້ອມທັງຮັກສາຄວາມຕໍ່ເນື່ອງຂອງຝູງບິນ ແລະ ມີຄວາມໜ້າເຊື່ອຖືໃນການປະຕິບັດງານລະດັບສູງ. ເມື່ອສົມທົບກັບຝູງບິນທີ່ຍັງໃໝ່ ແລະ ສະຖິຕິຄວາມປອດໄພທີ່ດີເລີດມາເປັນເວລາຫຼາຍປີ, ສິ່ງເຫຼົ່ານີ້ໄດ້ເນັ້ນຢ້ຳເຖິງການດຳເນີນງານທີ່ໃຫ້ຄວາມສຳຄັນກັບຄວາມປອດໄພເປັນຫຼັກ”. ນອກຈາກນີ້, ຂະແໜງການການບິນຂອງຫວຽດນາມ ກໍ່ກຳລັງສ້າງຜົນງານທີ່ດີທີ່ສຸດໃນການກວດສອບຂອງອົງການການບິນພົນລະເຮືອນລະຫວ່າງປະເທດ (ICAO) ດ້ານຄວາມປອດໄພ ແລະ ປະສິດທິພາບ.

AirlineRatings ປະເມີນສາຍການບິນຫຼາຍກວ່າ 320 ແຫ່ງທົ່ວໂລກ ໂດຍນຳໃຊ້ເກນການຕັດສິນທີ່ເຂັ້ມງວດ ເຊິ່ງລວມມີ: ຂໍ້ມູນການເກີດອຸປະຕິເຫດ, ອາຍຸຂອງຝູງບິນ, ການຝຶກອົບຮົມນັກບິນ ແລະ ການກວດສອບຄວາມປອດໄພລະດັບສາກົນ. ໃນປີນີ້, ຍັງໄດ້ມີການເນັ້ນໜັກເປັນພິເສດໃສ່ການປ້ອງກັນສະພາບອາກາດປັ່ນປ່ວນ (Turbulence), ພ້ອມກັບຕົວຊີ້ວັດອື່ນໆ ໃນອຸດສາຫະກຳການບິນ

Vietjet ດຳເນີນການບິນດ້ວຍຝູງບິນທີ່ທັນສະໄໝ ແລະ ປະຢັດນໍ້າມັນ ໂດຍມີອັດຕາຄວາມເຊື່ອໝັ້ນທາງດ້ານເຕັກນິກສູງເຖິງ 99.72%, ເຊິ່ງຖືວ່າຢູ່ໃນລະດັບສູງສຸດໃນພາກພື້ນ. ສາຍການບິນຍັງໄດ້ຮັບໃບຢັ້ງຢືນ IOSA (ການກວດສອບຄວາມປອດໄພໃນການປະຕິບັດງານຂອງ IATA) ພ້ອມທັງໃບຢັ້ງຢືນ ISAGO ສຳລັບຄວາມປອດໄພໃນການປະຕິບັດງານພາກພື້ນດິນ. ນອກຈາກນີ້, Vietjet ຍັງໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນໂຄງການຍົກລະດັບຄວາມປອດໄພຂອງ IATA ແລະ ສືບຕໍ່ລົງທຶນໃນໄລຍະຍາວເຂົ້າໃນການຝຶກອົບຮົມ, ການບຳລຸງຮັກສາ ແລະ ວິສະວະກຳ ເພື່ອຮັກສາມາດຕະຖານຄວາມປອດໄພສູງສຸດ ທັງໃນລະດັບພາກພື້ນ ແລະ ລະດັບສາກົນ

Vietjet ໄດ້ເພີ່ມເຮືອບິນໃໝ່ເຖິງ 22 ລຳ ພາຍໃນເວລາພຽງໜຶ່ງເດືອນ ເຊິ່ງຖືວ່າເປັນການຂະຫຍາຍຝູງບິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງສາຍການບິນ. ສິ່ງນີ້ໄດ້ຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ຝູງບິນທີ່ທັນສະໄໝ ແລະ ປະຢັດນໍ້າມັນ ພ້ອມທັງຍົກລະດັບປະສິດທິພາບໃນການປະຕິບັດງານໃຫ້ດີຂຶ້ນ.

AirlineRatings ແມ່ນອົງການຈັດຕັ້ງລະດັບໂລກທີ່ເປັນອິດສະຫຼະ ເຊິ່ງມີຄວາມຊ່ຽວຊານດ້ານຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນການບິນ. ອົງການດັ່ງກ່າວໄດ້ປະເມີນສາຍການບິນໂດຍອີງໃສ່ຫຼາຍມາດຖານ ເຊັ່ນ: ຄວາມປອດໄພໃນການບິນ, ການບໍລິການຜູ້ໂດຍສານ ແລະ ການປະຕິບັດຕາມລະບຽບການບິນ. ນອກຈາກນີ້, ຍັງເປັນບ່ອນໃຫ້ຄຳແນະນຳທີ່ມີຄຸນຄ່າແກ່ນັກເດີນທາງຫຼາຍລ້ານຄົນທົ່ວໂລກໃນການເລືອກສາຍການບິນ, ຈົນກາຍເປັນໜຶ່ງໃນມາດຕະຖານທີ່ໄດ້ຮັບຄວາມໄວ້ວາງໃຈສູງສຸດໃນອຸດສາຫະກຳການບິນລະດັບໂລກ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.