Sunday, April 19, 2026
Kbank Laos โอน รับ จ่าย
-->

ໂອກາດດຽວເທົ່ານັ້ນ: ສາຍການບິນ Vietjet ມອບສ່ວນຫຼຸດ 30% ສໍາລັບຕົວເຄື່ອງບິນຊັ້ນ Deluxe

ນະຄອນຫຼວງວຽງຈັນ, ວັນທີ 14 ມັງກອນ 2026 – ເພື່ອເປັນການເລີ່ມຕົ້ນປີໃໝ່, ສາຍການບິນ Vietjet ປະກາດເປີດຕົວໂປຣໂມຊັນສຸດພິເສດ ຫຼຸດລາຄາປີ້ຍົນປະເພດ Deluxe 30% ພາຍໃນມື້ດຽວເທົ່ານັ້ນ ຄືວັນທີ 15 ມັງກອນ 2026. ດ້ວຍຖ້ຽວບິນກົງລະຫວ່າງ ວຽງຈັນ ແລະ ຮ່າໂນ້ຍ/ນະຄອນໂຮ່ຈີມິນ, ໂປຣໂມຊັນນີ້ຖືເປັນໂອກາດທີ່ບໍ່ຄວນພາດໃນການວາງແຜນການເດີນທາງຕະຫຼອດປີ 2026 ໃນລາຄາທີ່ຄຸ້ມຄ່າທີ່ສຸດ.

ເວລາຈອງ: ແຕ່ເວລາ 00:00 ຫາ 23:00 ຂອງວັນທີ 15 ມັງກອນ 2026 (GMT+7).ຊ່ອງທາງການຈອງ: ເວັບໄຊ www.vietjetair.com ຫຼື ແອັບມືຖື “Vietjet Air”.ລະຫັດສ່ວນຫຼຸດ: ໃສ່ລະຫັດ DELUXE2026 ເພື່ອຮັບສ່ວນຫຼຸດ 30% (ສະເພາະລາຄາປີ້ພື້ນຖານ, ບໍ່ລວມພາສີ ແລະ ຄ່າທໍານຽມ).ໄລຍະເວລາເດີນທາງ: ສາມາດໃຊ້ໄດ້ກັບຖ້ຽວບິນລະຫວ່າງວັນທີ 1 ກຸມພາ ຫາ 31 ທັນວາ 2026 (ໄລຍະເວລາເດີນທາງອາດແຕກຕ່າງກັນໄປຕາມແຕ່ລະເສັ້ນທາງ ແລະ ມີມື້ຍົກເວັ້ນ ຫຼື Blackout dates), ຊ່ວຍໃຫ້ນັກທ່ອງທ່ຽວຈາກລາວ ມີເວລາຢ່າງພຽງພໍໃນການວາງແຜນການເດີນທາງໄປຫວຽດນາມ ແລະ ປະເທດອື່ນໆ

Aerial view of Hoi An ancient town at twilight, Vietnam.

ປີ້ປະເພດ Deluxe ຂອງສາຍການບິນ Vietjet ຖືກອອກແບບມາເພື່ອເພີ່ມ ຄວາມສະດວກສະບາຍ ແລະ ຄວາມຢືດຢຸ່ນໃຫ້ກັບຜູ້ໂດຍສານ, ເຊິ່ງລວມມີ: ນ້ຳໜັກກະເປົາຝາກໃຕ້ທ້ອງຍົນສູງສຸດ 20 ກິໂລ, ເລືອກບ່ອນນັ່ງໄດ້ຟຣີ, ປ່ຽນແປງລາຍການເດີນທາງໄດ້ຟຣີ , ແລະ ສິດທິປະໂຫຍດອື່ນໆ (ພາຍໃຕ້ເງື່ອນໄຂທີ່ກໍານົດ).

ປະເທດຫວຽດນາມ ຍັງຄົງເປັນຈຸດໝາຍປາຍທາງອັນດັບຕົ້ນໆສຳລັບນັກທ່ອງທ່ຽວທົ່ວໂລກ ດ້ວຍສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ເຊັ່ນ: ຄວາມມີສະເໜ່ຂອງຮ່າໂນ້ຍ, ຄວາມທັນສະໄໝຂອງນະຄອນໂຮ່ຈີມິນ, ຄວາມງາມຂອງພູເຂົາໃນ ຮ່າຢາງ (Ha Giang) ແລະ ຊາປາ (Sa Pa), ໄປຈົນເຖິງຊາຍຫາດທີ່ສວຍງາມຂອງ ດານັງ (Da Nang), ຟູກວັກ (Phu Quoc) ແລະ ຍາຈາງ (Nha Trang). ປະເທດນີ້ໄດ້ຖັກທໍຮ້ອຍລຽງເອົາອາຫານລະດັບໂລກ, ຮີດຄອງປະເພນີທີ່ອຸດົມສົມບູນ, ທຳມະຊາດທີ່ສວຍສົດງົດງາມ ແລະ ການຕ້ອນຮັບທີ່ຈິງໃຈ ເຂົ້າໄວ້ນຳກັນຢ່າງມີສະເໜ່ທີ່ຍາກຈະຕ້ານທານໄດ້

ເມື່ອເດີນທາງກັບ Vietjet, ທ່ານຈະໄດ້ລິ້ມລົດອາຫານຫວຽດນາມທີ່ປຸງແຕ່ງໃໝ່ໆ ແລະ ຮ້ອນໆ ເຊັ່ນ: ເຝີ, ເຂົ້າຈີ່ປາເຕ (Banh Mi), ແລະ ກາເຟນົມເຢັນແບບຫວຽດນາມ, ພ້ອມກັບອາຫານນານາຊາດ, ທີ່ເສີບໂດຍພະນັກງານຕ້ອນຮັບເທິງຍົນທີ່ມີຄວາມເປັນມືອາຊີບ ແລະ ເອົາໃຈໃສ່ຂອງ Vietjet. ບັນດາຖ້ຽວບິນແມ່ນໃຫ້ບໍລິການດ້ວຍຝູງບິນທີ່ທັນສະໄໝ ແລະ ປະຢັດນ້ຳມັນ, ພ້ອມທັງມີກິດຈະກຳສ້າງປະສົບການທາງດ້ານວັດທະນະທຳ ແລະ ຄວາມບັນເທີງເທິງຍົນໃນບາງໂອກາດ. ວາງແຜນການເດີນທາງຂອງທ່ານດຽວນີ້ ແລະ ໄປຄົ້ນພົບຫວຽດນາມກັບ Vietjet!

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.