Friday, May 29, 2026
Kbank Laos โอน รับ จ่าย
-->

Vietjet ເປີດຕົວ SkyBoss ຄືນໃໝ່, ນິຍາມໃໝ່ຂອງການເດີນທາງລະດັບພຣີມຽມ

*ລາຄາປີ້ລວມທຸກຢ່າງ ເລີ່ມຕົ້ນພຽງ USD 147 ຕໍ່ທ່ຽວ

(ນະຄອນຫຼວງວຽງຈັນ, ວັນທີ 6 ມັງກອນ 2026) – ສາຍການບິນ Vietjet ກັບມາເປີດຕົວບໍລິການຊັ້ນນຳ SkyBoss ອີກຄັ້ງ ດ້ວຍລາຄາປີ້ເລີ່ມຕົ້ນພຽງແຕ່ 147 ໂດລາສະຫະລັດ (ລວມພາສີ ແລະ ຄ່າທໍານຽມ), ເພື່ອຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການມອບປະສົບການການເດີນທາງທີ່ດີເລີດ ແລະ ພິຖີພິຖັນ ພາຍໃຕ້ແນວຄິດ “Wings for Leaders” (ປີກແຫ່ງຜູ້ນຳ).

ການບໍລິການ SkyBoss ມີໃຫ້ບໍລິການໃນຖ້ຽວບິນກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ. SkyBoss ຖືກອອກແບບມາສຳລັບຜູ້ໂດຍສານທີ່ໃຫ້ຄວາມສຳຄັນທັງຄວາມຫູຫຼາ ແລະ ຄວາມວ່ອງໄວ, ພ້ອມດ້ວຍປະສົບການສ່ວນຕົວຕັ້ງແຕ່ພາກພື້ນດິນຈົນເຖິງເທິງທ້ອງຟ້າ. ທຸກໆລາຍລະອຽດໄດ້ຖືກຄິດມາຢ່າງຮອບຄອບ ເພື່ອໃຫ້ການເດີນທາງເປັນໄປຢ່າງສະດວກສະບາຍ, ສ້າງຄວາມພໍໃຈ ແລະ ຄວາມສະດວກໃນທຸກໆຈຸດບໍລິການ.

ຕັ້ງແຕ່ວິນາທີທີ່ຜູ້ໂດຍສານມາຮອດສະໜາມບິນ, ປະສົບການ “Wings for Leaders” ຈະເລີ່ມຕົ້ນຂຶ້ນດ້ວຍ: ເຄົາເຕີເຊັກອິນສະເພາະ, ຊ່ອງທາງກວດກາຄວາມປອດໄພ ແລະ ການຂຶ້ນເຮືອບິນບຸລິມະສິດ, ລວມທັງການເຂົ້າໃຊ້ ຫ້ອງຮັບຮອງລະດັບພຣີມຽມ(Lounge)ເພື່ອໃຫ້ແນ່ໃຈວ່າທຸກການເດີນທາງເລີ່ມຕົ້ນດ້ວຍຄວາມສະຫງົບ ແລະ ຜ່ອນຄາຍ.

ເທິງເຮືອບິນ, ປະສົບການຈະຖືກຍົກລະດັບຂຶ້ນຕື່ມດ້ວຍ ອາຫານຮ້ອນທີ່ປຸງແຕ່ງສົດໃໝ່ແບບບໍ່ຈຳກັດ, ເຊິ່ງມີເມນູຍອດນິຍົມຂອງຫວຽດນາມ ເຊັ່ນ: ເຝີ, ເຂົ້າຈີ່ປາເຕ (Banh Mi), ກາເຟນົມຫວຽດນາມ, ມັດຈະລາເຕ້ ແລະ ອື່ນໆ. ອາຫານແຕ່ລະຄາບແມ່ນເກີນກວ່າພຽງແຕ່ການກິນເພື່ອໃຫ້ອີ່ມ, ແຕ່ຍັງນຳມາຊຶ່ງຄວາມຮູ້ສຶກທີ່ຄຸ້ນເຄີຍ ແລະ ການເບິ່ງແຍງທີ່ເອົາໃຈໃສ່ຕະຫຼອດການເດີນທາງ.

ສິ່ງທີ່ເຮັດໃຫ້ປະສົບການສົມບູນແບບຄື ພະນັກງານຕ້ອນຮັບເທິງຍົນຂອງ Vietjet ທີ່ຂຶ້ນຊື່ເລື່ອງຄວາມອົບອຸ່ນ, ສົດໃສ ແລະ ການບໍລິການທີ່ດີ. ດ້ວຍຄວາມເປັນມືອາຊີບແຕ່ເປັນກັນເອງ, ພະນັກງານພ້ອມທີ່ຈະໃຫ້ການຊ່ວຍເຫຼືອໃນທຸກຊ່ວງເວລາ, ສະທ້ອນໃຫ້ເຫັນເຖິງຈິດວິນຍານການບໍລິການທີ່ໂດດເດັ່ນຂອງ Vietjet.

ນອກຈາກຄວາມເປັນເລີດດ້ານການບໍລິການແລ້ວ, Vietjet ຍັງສືບຕໍ່ເສີມສ້າງຄວາມເຂັ້ມແຂງໃນການດຳເນີນເຄືອຂ່າຍເສັ້ນທາງບິນພາຍໃນ ແລະ ຕ່າງປະເທດທີ່ມີຄວາມຖີ່ສູງ, ໂດຍສະເພາະໃນເສັ້ນທາງເສດຖະກິດ ແລະ ການທ່ອງທ່ຽວທີ່ສຳຄັນ. ສິ່ງນີ້ຊ່ວຍໃຫ້ຜູ້ໂດຍສານສາມາດຄວບຄຸມເວລາ ແລະ ວາງແຜນການເດີນທາງທັງດ້ານທຸລະກິດ ແລະ ການພັກຜ່ອນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.

SkyBoss ເປັນຫຼາຍກວ່າຊັ້ນປະຫຍັດ,ໂດຍມອບປະສົບ ການການເດີນທາງທີ່ເນັ້ນຄວາມສະດວກສະບາຍ, ປະສິດທິ ພາບ ແລະ ການບໍລິການທີ່ໃສ່ໃຈໃນທຸກຂັ້ນຕອນ.

ສິດທິພິເສດຂອງບໍລິການ SkyBoss (ເປັນໄປຕາມເງື່ອນໄຂທີ່ກຳນົດ):

  • ນໍ້າໜັກກະເປົາຖືຂຶ້ນເຄື່ອງສູງສຸດ 10kg.
  • ນໍ້າໜັກກະເປົາຝາກໃຕ້ທ້ອງເຮືອບິນສູງສຸດ 30kg ບວກກັບ ຊຸດກິລາກ໋ອບ 1 ຊຸດ.
  • ເຂົ້າໃຊ້ຫ້ອງຮັບຮອງລະດັບພຣີມຽມ ຢູ່ສະໜາມບິນຕົ້ນທາງ (ໃນຊົ່ວໂມງບໍລິການ).
  • ບຸລິມະສິດໃນການເຊັກອິນ,ການກວດກາຄວາມປອດໄພ(ຂຶ້ນກັບເງື່ອນໄຂ ແລະ ສິ່ງອຳນວຍຄວາມສະ ດວກຂອງສະໜາມບິນ) ແລະ ການຂຶ້ນເຮືອບິນ.
  • ບຸລິມະສິດໃນການເລືອກທີ່ນັ່ງ.
  • ອາຫານຮ້ອນ ແລະ ສົດໃໝ່ເທິງເຮືອບິນແບບບໍ່ຈໍາກັດ.
  • ສາຍດ່ວນບໍລິການລູກຄ້າສະເພາະ: +84 1900 6896

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ