ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ.

ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ບໍ່ຄ່ອຍອອກໄປທ່ຽວກັບໝູ່ ແລະ ລືມຄົນອ້ອມຂ້າງ

ໝູ່ຊວນໄປກິນເຂົ້າ ເຮົາກໍຈະຄິດວ່າວຽກງານຕ້ອງມາກ່ອນ, ຫຼາຍໆຄັ້ງການເຮັດວຽກຫຼາຍເກີນໄປເຮັດໃຫ້ຄວາມສໍາພັນກັບຄົນອ້ອມຂ້າງນັ້ນບໍ່ດີ, ສະນັ້ນຄວນລະວັງໃຫ້ດີ.

ເປັນຜູ້ທໍາອິດທີ່ມາຮອດບໍລິສັດ ແລະ ຄົນສຸດທ້າຍທີ່ເລີກວຽກ

ຫຼາຍຄັ້ງທີ່ພວກເຮົາຄິດວ່າການມາຫ້ອງການກ່ອນນັ້ນຊ່ວຍໃຫ້ມີສະມາທິສູງ ແລະ ຮູ້ສຶກສະຫງົບ ຫຼື ກັບຊ້າເພາະຈະໄດ້ເຮັດວຽກຫຼາຍຂຶ້ນ, ແຕ່ທີ່ຈິງແລ້ວການປັບເວລາຂອງຕົນເອງໃຫ້ພໍດີກັບການເຮັດວຽກນັ້ນສົ່ງຜົນດີກວ່າ.

ເຮັດວຽກໃນລະຫວ່າງເວລາພັກທ່ຽງ

ການພັກຜ່ອນເພື່ອກິນເຂົ້າສວຍແມ່ນສໍາຄັນທີ່ສຸດ, ນອກຈາກຈະຊ່ວຍໃຫ້ພວກເຮົາໄດ້ພັກຜ່ອນສະໝອງຂອງພວກເຮົາແລ້ວ, ມັນຍັງໃຫ້ຮ່າງກາຍຂອງພວກເຮົາໄດ້ພັກຜ່ອນໄດ້ຢ່າງເຕັມທີ່ເຊັ່ນກັນ.

ບໍ່ມີກິດກະກໍາຂອງຕົນເອງ

ຍ້ອນທຸກໆມື້ສຸມໃສ່ແຕ່ກັບວຽກງານຈົນບໍ່ມີກິດຈະກໍາອື່ນໆຂອງຕົນເອງທີ່ຊ່ວຍໃຫ້ຮູ້ສຶກມ່ວນ ຫຼື ຜ່ອນຄາຍ.

ຄຽດ, ກັງວົນໃຈ ເມື່ອບໍ່ໄດ້ເຮັດວຽກ

ເວລາພັກວຽກ, ມັກຈະນັ່ງຄິດວ່າເຮົາຕ້ອງເຮັດຫຍັງບໍ່? ຫຼື ກັງວົນກ່ຽວກັບການເຮັດວຽກຕະຫຼອດເວລາ, ນັ້ນສົ່ງຜົນໃຫ້ເຮົາບໍ່ສາມາດພັກຜ່ອນໄດ້ຢ່າງເຕັມທີ່.

ບໍ່ໄດ້ພັກວຽກຢ່າງແທ້ຈິງ

ໃນເວລາໄປທ່ຽວມັກຈະເອົາວຽກໄປເຮັດນໍາ ຫຼື ໃນເວລານັ່ງຢູ່ໃນຄາເຟກໍຕ້ອງເປີດຄອມມານັ່ງເຮັດວຽກ, ນີ້ເປັນສັນຍານວ່າເຮົາວຽກຫຼາຍຈົນບໍ່ມີເວລາພັກຜ່ອນ.

ຄິດກ່ຽວກັບວຽກງານຕະຫຼອດ

ຫຼາຍຄັ້ງທີ່ລົມກັບຄອບຄົວແລ້ວຍົກເອົາແຕ່ເລື່ອງວຽກມາລົມນໍາ, ນອກຈາກຈະບໍ່ໄດ້ພັກຜ່ອນສະຫມອງແລ້ວ ຍັງເຮັດໃຫ້ຄົນອ້ອມຂ້າງຮູ້ສຶກເບື່ອກັບຫົວຂໍ້ທີ່ກຳລັງເວົ້າຢູ່ນຳ.

ການພັກຈາກການເຈັບປ່ວຍ

ເຖິງແມ່ນວ່າຈະເຈັບປ່ວຍແຕ່ກໍຍັງເປັນຫ່ວງວ່າວຽກຈະເປັນແນວໃດ.

ເຈັບຫົວ ຫຼື ບໍ່ສະບາຍຕະຫຼອດເວລາ

ຫຼາຍຄັ້ງອາການເຫຼົ່ານີ້ມາຈາກຄວາມຄຽດຈາກວຽກ ຫຼື ຄິດຫຼາຍເກີນໄປ.

ບໍ່ປະຕິເສດວຽກ

ບໍ່ວ່າວຽກຈະເຂົ້າມາຫຼາຍເທົ່າໃດເຮົາກໍບໍ່ປະຕິເສດເພາະຄິດວ່າເຮົາຮັບໄຫວ, ເຮົາບໍ່ຕ້ອງການທີ່ຈະປະຕິເສດເພາະຢ້ານວ່າເຂົາຈະວ່າເຮົາບໍ່ສູ້ວຽກ.

ການເຮັດວຽກຫຼາຍກໍເປັນສິ່ງທີ່ດີ ແຕ່ຢ່າງໃດກໍຕາມເຮົາຄວນຈະຈັດການເວລາໃຫ້ເໝາະສົມ ແລະ ຢ່າປ່ອຍໃຫ້ຕົວເອງເຮັດວຽກຫຼາຍເກີນໄປ ບໍ່ດັ່ງນັ້ນມັນຈະກາຍເປັນຜົນເສຍແທນ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...