Monday, January 20, 2025

Tag: ງານມະຫະກໍາກິລາແຫ່ງຊາດ

ບໍລິສັດ ເບຍລາວ ຜູ້ຮ່ວມມືທາງການ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ່ XI ແຂວງຊຽງຂວາງ

ພາຍຫຼັງທີ່ ງານມະຫະກໍາ ກິລາແຫ່ງຊາດ ຄັ້ງທີ່ XI ຖືກເລື່ອນການແຂ່ງຂັນ ມາຫຼາຍຄັ້ງ ເນື່ອງຈາກສະພາບອາກາດ ແລະ ການແຜ່ລະບາດ ຂອງເຊື້ອໂຄວິດ-19 ໃນໄລຍະຜ່ານມາ, ມາຮອດປະຈຸບັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແມ່ນໄດ້ຮັບການຢືນຢັນແລ້ວ ວ່າຈະເປີດສາກຂຶ້ນ ຢ່າງເປັນທາງການ ລະຫວ່າງວັນທີ 13-22 ທັນວາ 2022 ຢູ່ແຂວງຊຽງຂວາງ ໂດຍຈະມີ ນັກກິລາທັງໝົດ 3.003 ຄົນ ຈາກ 1 ນະຄອນຫຼວງ 17 ແຂວງ ແລະ 4 ກະຊວງ ເຂົ້າຮ່ວມຊິງໄຊໃນທັງໝົດ 25 ປະເພດກິລາ. ສືບຕໍ່ໃຫ້ການສະໜັບສະໜູນຫຼັກ ໃນງານແຂ່ງຂັນ ມະຫາກໍາກິລາແຫ່ງຊາດ ພິເສດ ໃນປີນີ້, ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານຜະລິດຕະພັນ ນໍ້າດື່ມ ກາຫົວເສືອ, ເປບຊີ ແລະ ສະຕິງ ໄດ້ປະກອບສ່ວນ ຊຸກຍູ້ ທຶນຮອນ ໃນການຈັດການແຂ່ງຂັນ ຫຼາຍກ່ວາ 1.5 ຕື້ກີບ ໃນນາມ ຄູ່ຮວມທາງການ ຂອງງານມະຫະກໍາ ກິລາແຫ່ງຊາດ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!