Tag: ງານເປີດໂຕລົດ

Chery ເປີດໂຕລົດ Tiggo 5 ລຸ້ນຢ່າງເປັນທາງການ ພ້ອມບຸກຕະຫຼາດໃນ ສປປ ລາວ

Chery ເປັນໜື່ງຍີ່ຫໍ້ລົດທີ່ມີຍອດຂາຍເປັນອັນດັບຕົ້ນໆຂອງສາທາລະນະລັດປະຊາຊົນຈີນ, ປັດຈຸບັນ ແມ່ນໄດ້ສົ່ງອອກໄປຈຳໜ່າຍແລ້ວ 80 ກວ່າປະເທດ ໃນທົ່ວໂລກ ແລະ ຫຼ້າສຸດ ກຽມບຸກຕະຫຼາດການຈຳໜ່າຍ ໃນ ສປປ ລາວ ຢ່າງເປັນທາງການ ພາຍໃນຕົ້ນເດືອນມີນານີ້. ເຊິ່ງນຳເຂົ້າດ້ວຍກັນທັງໝົດ 5 ລຸ້ນ: Tiggo 2, Tiggo 4, Tiggo 7PRO, Tiggo 8 PRO ແລະ Tiggo 8 PHEV, ເຊິ່ງທັງໝົດນີ້ເປັນ SUV ທຸກລຸ້ນ.