Friday, April 18, 2025

Chery ເປີດໂຕລົດ Tiggo 5 ລຸ້ນຢ່າງເປັນທາງການ ພ້ອມບຸກຕະຫຼາດໃນ ສປປ ລາວ

Chery ເປັນໜື່ງຍີ່ຫໍ້ລົດທີ່ມີຍອດຂາຍເປັນອັນດັບຕົ້ນໆ ຂອງ ສາທາລະນະລັດປະຊາຊົນຈີນ, ປັດຈຸບັນ ແມ່ນໄດ້ສົ່ງອອກໄປຈຳໜ່າຍແລ້ວ 80 ກວ່າປະເທດ ໃນທົ່ວໂລກ ແລະ ຫຼ້າສຸດ ເປີດໂຕລົດ 5 ລຸ້ນຢ່າງເປັນທາງການໃນວັນທີ 24 ມີນາ 2023 ຢູ່ທີ່ ຫໍປະຊຸມແຫ່ງຊາດ ຫຼັກ 6 ແລະ ກຽມບຸກຕະຫຼາດການຈຳໜ່າຍ ໃນ ສປປ ລາວ ຢ່າງເຕັມຮູບແບບ. ສຳລັບລົດ Chery ທັງ 5 ລຸ້ນທີ່ເປີດໂຕໃນຄັ້ງນີ້ລວມມີ: Tiggo 2, Tiggo 4, Tiggo 7PRO, Tiggo 8 PRO ແລະ Tiggo 8 PHEV, ເຊິ່ງເປັນລົດ SUV ທຸກລຸ້ນ.

ໃຫ້ກຽດເຂົ້າຮ່ວມງານເປີດໂຕລົດໃນຄັ້ງນີ້ໂດຍ ທ່ານ​ ເຈັຟ​ ຫຼີວ,​ ຜູ້ອຳນວຍການເຊີຣີເອີຣົບ​ ແລະ​ ອາຊຽນ,​ ມີ​ ທ່ານ​ ຖັງ​ ຢູຫູ, ຜູ້ອຳນວຍການເຊີຣີປະຈຳ ສປປ​ ລາວ, ທ່ານ​ ດາວ​ວົງ​ ແກ້ວມະນີວົງ,​ ປະທານ ບໍລິສັດວຽງຈັນ ມໍເຕີ ມາເກັດ ຈຳກັດ,​ ພ້ອມດ້ວຍພະນັກງານບໍລິສັດ ແລະ​ ແຂກຖືເຊີນ​ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບຂໍ້ມູນຂອງລົດແຕ່ລະລຸ້ນມີດັ່ງນີ້:

Tiggo 7 PRO

ເປັນ SUV ຂະນາດກາງ ຫຼູຫຼາສະງ່າສະໄຕລ Chery ເຄື່ອງຈັກ 1.5L 146 ແຮງມ້າ, ລະບົບເກຍ CVT 9Speed, ມາພ້ອມຕາໄຟໜ້າ Matrix LED, ຫຼັງຄາກະຈົກກວ້າງ Dome Ruspended Roof, ໄຟທ້າຍ LED ແນວຍາວ, ເພີ່ມບັນຍາກາດພາຍໃນດ້ວຍໄຟ Ambient Light ໃຫ້ບັນຍາກາດຫຼູຫຼາທັນສະໄໝ ພ້ອມໜ້າຈໍສຳພັດ 10 ນິ້ວ ແລະ ໜ້າຈໍຄວບຄຸມແອ 8ນີ້ວ. ຈຸດເດັ່ນແມ່ນສາມາດສາກໂທລະສັບແບບ Wireless Charger ໄດ້ພ້ອມ.

Tiggo 8 PRO

ເປັນ SUV ຂະນາດໃຫຍ່ 7ບ່ອນນັ່ງ ກັບເຄື່ອງຈັກ 1.6L 197 ແຮງມ້າ. ເພີ່ມຄວາມປອດໄພຍິ່ງຂື້ນກັບກ້ອງຮອບຄັນ 360ອົງສາ. ເພີ່ມຄວາມຫຼຸຫຼາພາຍໃນດ້ວຍ Ambient Light Multicolor ແລະ ສະດວກສະບາຍຍິ່ງຂື້ນກັບ Wireless Charger ແລະ ລະບົບແອແຍກສ່ວນ 3 ໂຊນ (ແຖວໜ້າ,ແຖວກາງ ແລະ ແຖວຫຼັງ). ຫຼັງຄາກະຈົກ Panoramic Sunroof ກວ້າງຂວາງໂປ່ງສະບາຍຕາ.

Tiggo 8 PHEV

ເປັນອີກໜື່ງພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ ດ້ວຍມໍເຕີໄຟຟ້າຄູ່ໜ້າຫຼັງ ແລະ ເຄື່ອງຈັກ DHT 1.5L ໃຫ້ຂຸດພະລັງ 326 ແຮງມ້າ. ແຮງບິດ 510 ນິວຕັນແມັດ, ອັດຕາເລັ່ງ 0-100 ພຽງ 4.9 ວິນາທີ ປະຫຍັດນ້ຳມັນ 25Km/L ເກຍ 9 speed ແລະ 11 ໂໝດຂັບຂີ່. ແບັດເຕີລີ 19.27kWh ສາມາດແລ່ນໄດ້ 100Km ຕໍ່ການສາກ 1 ຄັ້ງ Smart ໄປອີກຂັ້ນດ້ວຍລະບົບສັ່ງການດ້ວຍສຽງຜ່ານ AI (Hello Chery!) ຄວບຄຸມທຸກຢ່າງພຽງແຕ່ອອກຄຳສັ່ງ!

Tiggo 4 PRO

ເປັນລົດຊົວສະປອດ,​ ເຄື່ອງຈັກ​ 1,5​ ລິດ,​ ອັດຕາເລັ່ງ​ 0-100 Km/h, ລະບົບເກຍ 9CVT, ປຸ່ມສະຕາດ,​ ເບາະຄົນຂັບໄຟຟ້າປັບ 6​ ທິດທາງ,​ ມີຖົງລົມນິລະໄພ,​ ກະຈົກຫຼັງຄາແບບ Sunroof,​ ມີລະບົບເຊັນເຊີຖອຍຫຼັງ,​ ແວ່ນຂ້າງລະບົບໄຟຟ້າພ້ອມໄຟ້ຽວ.​

Tiggo 2 PRO

ເປັນ SUV ລຸ້ນນ້ອຍສຸດທີ່ນຳເຂົ້າມາ, ເໝາະສຳລັບການຂັບຂີ່ໃນເມືອງ ກະທັນຮັດຂັບຂີ່ສະດວກ, ຈັກ 1.5L TCI+ CVT ຕາໄຟໜ້າ Halogen ລໍ້ແມັກ Alloy two tone, ພາຍໃນຕົບແຕ່ງສະໄຕລສະປອດ ເບາະໜັງ ພ້ອມໜ້າຈໍສຳພັດຂະນາດ 9ນີ້ວ. ສະດວກສະບາຍໄປອີກຂັ້ນດ້ວຍລະບົບ Cuise Control ຄວບຄຸມຄວາມໄວອັດຕະໂນມັດ.

ມາຮອດປັດຈຸບັນ Chery ໄດ້ຕັ້ງໂຮງງານຜະລິດລົດຍົນໄປແລ້ວ 10 ກວ່າແຫ່ງທົ່ວໂລກ, ໂຊຣູມ ແລະ ສູນບໍລິການ 1.500 ແຫ່ງໃນຕ່າງປະເທດ. ດ້ວຍຖານການຜະລິດນີ້ Chery ຈື່ງສາມາດເຈາະຕະຫຼາດລົດຍົນໃນອາຊີ, ເອີຣົບ, ອາຟຣິກາ, ອາ ເມລິກາໃຕ້ ແລະ ອາເມລິກາເໜືອ ໄດ້, ຈາກຜົນງານໄລຍະ 20 ປີແຫ່ງການສົ່ງອອກຕ່າງປະເທດຢ່າງຈິງຈັງ, ຜະລິດຕະພັນ Chery ໄດ້ຂາຍໄປເຖິງ 80 ປະເທດທົ່ວໂລກ ແລະ ໄດ້ຮັບຄວາມປະທັບໃຈຈາກຜູ້ຊົມໃຊ້ຢູ່ຕ່າງປະເທດກວ່າ 2,000,000 ຄົນ ແລະ ຍັງກາຍເປັນຍີ່ຫໍ້ລົດຍົນຈີນ ອັນດັບໜຶ່ງທີ່ຍອດການສົ່ງອອກຕໍ່ປີສຸງເຖິງ 200,000 ຄັນ.

ຫຼ້າສຸດ ໃນປີ 2022, ບໍລິສັດ Chery ໄດ້ສົ່ງອອກລົດຍົນຫຼາຍກວ່າ 450,000 ຄັນ ເຊິ່ງທຳລາຍສະຖິຕິການສົ່ງອອກລົດຍົນໂດຍສານຂອງຈີນ ທີ່ບໍ່ເຄີຍມີມາກ່ອນ ແລະ ມາຮອດໃນທ້າຍປີ 2022 Chery ມີລູກຄ້າຢູ່ຕ່າງປະເທດຫຼາຍກວ່າ 2,4 ລ້ານຄົນ.

ການເຂົ້າສູ່ຕະຫຼາດລາວໃນປີນີ້ ທາງ ບໍລິສັດ ວຽງຈັນມໍເຕີມາເກັດ ແມ່ນຈະໄດ້ນຳເອົາລົດ ແລະ ນາວັດຕະກຳເທັກໂນໂລຍີທີ່ດີທີ່ສຸດຂອງ Chery ມາຈຳໜ່າຍໃຫ້ຄົນລາວເຮົາໄດ້ຊົມໃຊ້ ໃນຕົ້ນເດືອນມີນາ 2023 ນີ້ຢ່າງແນ່ນອນ! ເຊີ່ງມາພ້ອມກັບການບໍລິການ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ໃນລາຄາທີ່ສາມາດເຂົ້າເຖິງໄດ້ ແລະ ກຽມພ້ອມທີ່ຈະຂະຫຍາຍສາຂາໄປທົ່ວປະເທດ ໃນໄລຍະອັນໃກ້ໆນີ້.

ສຳລັບການຈຳໜ່າຍ ຈະມີໂປຣໂມຊັ່ນພິເສດສຳລັບ ລູກຄ້າທີ່ຈອງລ່ວງໜ້າ 10​ ຄັນທຳອິດ ຮັບໄປເລີຍ IPHONE 14 ແລະ ສິດພິເສດອີກຫຼາກຫຼາຍ!

ເລີ່ມວັນທີ 25 ມີນາ ຫາ 04 ເມສາ 2023 ລູກຄ້າສົນໃຈແວ່ຊົມລົດ Chery ໄດ້ທີ່ບູທ ຊັ້ນ 01 ສູນການຄ້າ Parkson

ທ່ານສາມາດຕິດຕາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook page: Chery Laos

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.