Wednesday, March 19, 2025

ນໍ້າດື່ມຫົວເສືອ ຮ່ວມສະໜັບສະໜູນ ງານແລ່ນ ວຽງຈັນ ຮາຟມາຣາທອນ ນານາຊາດ 2023 ມີຜູ້ຮ່ວມແລ່ນ ຫຼາຍກ່ວາ 3.000 ຄົນ

ງານແລ່ນ ວຽງຈັນ ຮາຟມາຣາທອນ ນານາຊາດ 2023 ໄດ້ຮັບການສະໜັບສະໜູນ ເປັນຢ່າງດີ ຕະຫຼອດມາ ຈາກ ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານ ນໍ້າດື່ມ ຫົວເສືອ ເຊີ່ງເວລາໃດ ກໍ່ໃຫ້ຄວາມສໍາຄັນ ແລະ ໃສ່ໃຈ ຕໍ່ສຸຂະພາບ ຂອງຄົນລາວ ໃນທົ່ວປະເທດ.

ໃນງານແລ່ນວຽງຈັນ ຮາຟມາຣາທອນ ນານາຊາດ ຄັ້ງນີ້ ສາມາດດຶງດູດນັກແລ່ນ ທັງໝົດ ຫຼາຍກ່ວາ 3.000 ຄົນເຂົ້າຮ່ວມ ການແລ່ນໄດ້ແບ່ງອອກເປັນ 3 ໄລຍະທາງ ຄື 21, 10 ແລະ 5 ກິໂລແມັດ,​ ໂດຍສະເພາະ ໃນໄລຍະ 10 ກິໂລແມັດ ແມ່ນໄດ້ຮັບຄວາມນິຍົມ ສູງສຸດ ແລະ ມີຜູ້ສະໝັກ ເຂົ້າແລ່ນ ຫຼາຍກ່ວາ 50% ຂອງຈໍານວນນັກແລ່ນ ທັງໝົດ. ນອກຈາກນັກແລ່ນ ຈາກພາຍໃນປະເທດແລ້ວ ງານແລ່ນ ວຽງຈັນ ຮາຟມາຣາທອນ ນານາຊາດ ຍັງສາມາດ ດຶງດູດນັກແລ່ນ ຈາກ 51 ປະເທດ ເຂົ້າມາຮ່ວມແລ່ນ ເປັນຈໍານວນຫຼວງຫຼາຍ ກວມເອົາ ປະມານ 20% ຂອງຈໍານວນນັກແລ່ນທັງໝົດ ໂດຍສະເພາະ ນັກແລ່ນ ຈາກ ປະເທດ ໄທ, ຍີ່ປຸ່ນ, ອາເມລິກາ, ຟິລິປິນ ແລະ ຈີນ.

ສໍາລັບ ການແລ່ນ ໄລຍະ 21 ກິໂລແມັດ ຊາຍ ຜູ້ທີ່ແລ່ນເຂົ້າເສັ້ນໄຊ ກ່ອນໝູ່ ແມ່ນທ້າວ James Karanza Gikunga ອາຍຸ 32 ປີ ຈາກປະເທດ ເຄັນຢາ ເຮັດເວລາໄດ້ 1:10:47. ສ່ວນເພດ ຍິງ ຕົກເປັນຂອງ ນັກແລ່ນ ຈາກ ສປປ ລາວ ທ່ານ ນາງ ຫຼອດແກ້ວ ອິນທະກຸມມານ ອາຍຸ 28 ປີ ຈາກ ສປປ ລາວ ເຮັດເວລາໄດ້ 1:27:25.

ການແລ່ນ ໄລຍະ 10 ກິໂລແມັດ ຊາຍ ຜູ້ທີ່ແລ່ນເຂົ້າເສັ້ນໄຊ ກ່ອນໝູ່ ແມ່ນທ້າວ ສີສະຫວັນ ທໍາມະວົງຈິດ ຈາກ ສປປ ລາວ ແລະ ທ່ານນາງ ພຸດທະລັດ ອິນນຸດ ຈາກ ສປປ ລາວ.

ເຖິງແມ່ນວ່າ ສະພາບອາກາດ ບໍ່ອໍານວຍ ເນື່ອງຈາກມີກຸ່ມໝອກຄວັນ ປົກຫຸ້ມ ແຕ່ນັກແລ່ນທຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍ່ຕັ້ງໃຈ ແລະ ພະຍາຍາມ ທໍາລາຍສະຖິຕິ ຂອງຕົນເອງ ທີ່ຕັ້ງໄວ້. ທ່ານ ນາງ ແສງລັດສະໜີ ສຸວັດ ໜຶ່ງໃນນັກແລ່ນ ໃນງານ ວຽງຈັນ ຮາຟມາຣາທອນ ນານາຊາດ ກ່າວວ່າ ດີໃຈ ແລະ ພູມໃຈ ທີ່ໄດ້ເຂົ້າຮ່ວມງານ ໃນຄັ້ງນີ້ ແລະ ຂໍຂອບໃຈ ນໍ້າດື່ມກາຫົວເສືອ ທີ່ເຮັດໃຫ້ຕົນເອງ ໄດ້ມີແຮງແລ່ນ ໂດຍສະໜອງນໍ້າດື່ມ ໃນຈຸດບໍລິການນໍ້າ ຕະຫຼອດເສັ້ນທາງແລ່ນ ພ້ອມກໍາລັງໃຈ ແລະ ຂໍ້ຄວາມດີໆ “ ສູ້ໆ” ເທິງຕຸກນໍ້າ ຈົນເຮັດໃຫ້ຕົນເອງ ສາມາດແລ່ນເຂົ້າເສັ້ນໄຊໄດ້.

ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານຜະລິດຕະພັນ ນໍ້າດື່ມກາຫົວເສືອ ນອກຈາກໃຫ້ການສະໜັບສະໜູນງານແລ່ນ ວຽງຈັນ ຮາຟມາຣາທອນ ນານາຊາດ ຍັງໃຫ້ການສະໜັບສະໜູນ ງານອື່ນໆ ອີກຫຼາຍງານເຊັ່ນ: ງານແລ່ນ ຫຼວງພະບາງ ຮາຟມາຣາທອນ, ງານມະຫະກໍາກິລາແຫ່ງຊາດ, ໃຫ້ທຶນການສຶກສາ ນ້ອງນັກຮຽນ ແລະ ຮ່ວມເປັນສ່ວນໜຶ່ງ ໃຫ້ຫຼາຍງານ ທາງດ້ານວັດທະນາທໍາ ແລະ ງານສໍາຄັນຕ່າງໆ ຂອງຊາດ. ນອກຈາກນີ້ ບໍລິສັດ ເບຍລາວ ຈໍາກັດ ຍັງເປັນບໍລິສັດ ທີ່ໄດ້ມອບພັນທະ ເຂົ້າງົບປະມານແຫ່ງຊາດ ເປັນອັນດັບໜຶ່ງ ໃນແຕ່ລະປີ ຫຼາຍກ່ວາ 2.000 ຕື້ກີບ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.