ປີໃໝ່ລາວ ເອົາໃຫ້ນໍ້າຖ້ວມ ດ້ວຍ DALL-E ພາບຕະລົກຈາກຈິນຕະນາການ AI

ເມື່ອບໍ່ດົນມານີ້ ໄມໂຄຊັອບ ໄດ້ເປີດໃຫ້ຄົນໃຊ້ Bing ສາມາດສົນທະນາກັບ Chat Bot (ເຊິ່ງໃຊ້ລະບົບຈາກ Chat GPT) ໃຫ້ສ້າງຮູບພາບແບບໃດກໍໄດ້ ໂດຍອາໄສເທັກໂນໂລຍີຈາກ DALL-E ເຊິ່ງເປັນໜຶ່ງໃນລະບົບສ້າງຮູບພາບດ້ວຍລະບົບ AI ໂຕເດັ່ນໆຂອງໂລກ ເຖິງວ່າມັນຈະຈິນຕະນາການຮູບພາບອອກມາຈະຕ້ອງເວລາດົນພໍສົມຄວນ ແຕ່ກໍເປີດໃຫ້ທຸກຄົນໄດ້ໃຊ້ງານແລ້ວ.

ດັ່ງນັ້ນ, ອິນໄຊລາວເຮົາ ກໍເລີຍຕ້ອງໄດ້ລອງໃຊ້ງານ ແຕ່ຕ້ອງບອກກ່ອນວ່າ AI ໂຕເດັ່ນໆໃນໂລກຕອນນັ້ນ ລ້ວນຂາດປະສົບການໃນການຈິດຕະນາການຮູບພາບກິດຕະກຳຂອງຄົນອາຊຽນ ໃຫ້ອອກມາໃກ້ຄຽງກັບຄວາມເປັນຈິງ ຮູບພາບທີ່ອອກມາຈຶ່ງບໍ່ຖືກຕ້ອງປານໃດ ແຕ່ກໍເອີ້ນວ່າ ເອົາໄວ້ເບິ່ງແບບບໍ່ຕ້ອງເກັບລາຍລະອຽດຫຼາຍ ເພື່ອໃຫ້ AI ນັ້ນ ຄິດວ່າຮູບພາບທີ່ເຮົາຂໍໃຫ້ສ້າງນັ້ນ ໜ້າຈະມີໜ້າຕາອອກມາເປັນແບບໃດ

ໂຈດທີ່ເຮົາໃສ່ໃຫ້ Bing ສ້າງຮູບພາບນັ້ນຂຶ້ນມາຄື “ເທດສະການປີໃໝ່ລາວ ຜູ້ຄົນຫຼິ້ນສາດນໍ້າກັນໃນເຂດວັດ ພວກເຂົາໃສ່ຊຸດສີສັນສົດໃສ ຍິ້ມແຍ້ມ ບາງຄົນຫົວ ແລະ ມີຄວາມສຸກໃນເທດສະການປະຈຳປີເຖິງວ່າອາກາດຈະຮ້ອນກໍຕາມ” ເຊິ່ງຮູບພາບທີ່ໄດ້ ໂດຍລວມກໍສະແດງເຖິງບັນຍາກາດດັ່ງກ່າວ

ໃນລາຍລະອຽດ ຫາກເບິ່ງຂ້າມຮູບພາບຄົນທີ່ກຳລັງມ່ວນຊື່ນ ແຕ່ເບິ່ງສະຫຍອງຕາມແນວທາງ AI ທີ່ມັກສ້າງສັດສ່ວນ ແລະ ໜ້າຕາຄົນມາຜິດຮູບແບບແລ້ວ ຈຸດທີ່ເຊື່ອວ່າທຸກຄົນເບິ່ງແລ້ວຮູ້ສຶກວ່າແປກ ກໍຄືທຸກພາບນັ້ນຢູ່ພື້ນເຕັມໄປດ້ວຍນໍ້າຄືກັບນໍ້າຖ້ວມ ເຊິ່ງກ່ອນໜ້ານີ້ Midjourney ເຊິ່ງເປັນ AI ອີກໂຕໜຶ່ງ ກໍສ້າງຮູບພາບປີໃໝ່ລາວມາໃນທຳນອງດຽວກັນ ແຕ່ນໍ້າຖ້ວມຮອດແອວ ເອີ້ນໄດ້ວ່າ ຈົນຮອດມື້ນີ້ ຍັງບໍ່ມີ AI ໂຕໃດເຂົ້າໃຈເຖິງວັນປີໃໝ່ລາວຢ່າງແນ່ນອນ

ສຳລັບໃຜທີ່ເຄີຍໃຊ້ AI ສ້າງຮູບພາບປີໃໝ່ລາວໄດ້ແບບງາມໆ ຝາກແນະນຳຂໍ້ຄວາມໃຫ້ໝູ່ເພື່ອນແນ່ເດີ້ ຈະໄດ້ມີຮູບພາບແປກໆ ແບບນໍ້າບໍ່ຖ້ວມກັນແດ່.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...