Friday, April 18, 2025

ລິມປິງ ຊຸບເປີມາເກັດ ສາຂາ ໂພນສີນວນ ເປີດຕົວຢ່າງເປັນທາງການແລ້ວ!

ວັນ​ທີ 24 ມີ​ນາ 2023, ຊຸບເປີມາເກັດສຸດຫຼູແຫ່ງໄໝ່ ​ໄດ້​ເປີດຕົວຢ່າງເປັນທາງການແລ້ວ​ໃນ​ຕົວ​ເມືອງວຽງຈັນ, ພ້ອມນຳປະສົບການການຊັອບປິ້ງທີ່ຈະສ້າງຄວາມຮືຮາທົ່ວສັງຄົມ. ລິມປິງ ຊຸບເປີມາເກັດ, ຮ້ານຊຸບເປີມາເກັດ ສຸດຫຼູຈາກຊຽງໃໝ່, ປະເທດໄທ, ໄດ້ເປີດຕົວ ສາຂາທີ 2 ຢ່າງເປັນທາງການແລ້ວ ທີ່ບ້ານໂພນສີນວນ, ນະຄອນຫຼວງວຽງຈັນ.

ລິມປິງ ຊຸບເປີມາເກັດ ແມ່ນຜູ້ນໍາທາງດ້ານການສະໜອງສິນຄ້າ ແລະ ຜະລິດຕະພັນທີ່ມີຄຸນະພາບ, ການບໍລິການທີ່ດີເລີດ, ແລະ ຍັງໃຫ້ປະສົບການ ການຊື້ສິນຄ້າທີ່ເໜືອຊັ້ນ. ທາງຮ້ານໄດ້ຄັດສັນຜະລິດຕະພັນ ອາຫານສົດ ບໍ່ວ່າຈະເປັນ ຊີ້ນ, ອາຫານທະເລ ຫຼື ປະເພດຂະໜົມປັງ ທີ່ມາຈາກຜູ້ສະໜອງທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ. ນອກຈາກນີ້, ຍັງມີອາຫານນຳເຂົ້າ, ເຂົ້າໜົມ ແລະ ເຄື່ອງດື່ມຊັ້ນເລີດ ທີ່ນຳເຂົ້າຈາກຕ່າງປະເທດອີກດ້ວຍ. ຖ້າທ່ານກໍາລັງຊອກຫາວັດຖຸດິບສຸດແສນພິເສດ ສໍາລັບງານລ້ຽງອາຫານຄໍ່າຂອງທ່ານ ຫຼື ຕ້ອງການທີ່ຈະໃຫ້ລາງວັນກັບຕົວທ່ານເອງ, ທຸກສິ່ງທີ່ທ່ານຕ້ອງການມີພ້ອມແລ້ວທີ່ ລິມປິງ ຊຸບເປີມາເກັດ.

ລິມປິງ ຊຸບເປີມາເກັດ ບໍ່ແມ່ນພຽງແຕ່ຮ້ານຄ້າທົ່ວໄປ – ແຕ່ຍັງເປັນສະຖານທີ່ທີ່ພຽບພ້ອມສຳລັບທຸກໆຄົນ. ດ້ວຍການອອກແບບທີ່ຫຼູຫຼາ ແລະ ມີລະດັບຂອງຮ້ານ, ສ້າງບັນຍາກາດທີ່ມີສະເໜ່ດຶງດູດ, ມີສະຖານທີ່ ທີ່ກວ້າງຂວາງ ແລະ ຊັ້ນວາງສະແດງຜະລິດຕະພັນທີ່ດີທີ່ສຸດ. ລິມປິງ ຊຸບເປີມາເກັດ ຍັງມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ ເປັນຕົ້ນແມ່ນ ເຄື່ອງເກັບຮັກສາ-ຄວບຄຸມອຸນຫະພູມ ທີ່ຮັບປະກັນວ່າທຸກໆຜະລິດຕະພັນ ຈະຢູ່ໃນສະພາບທີ່ດີທີ່ສຸດສະເໝີ.

ແຕ່ສິ່ງທີ່ເຮັດໃຫ້ ລິມປິງ ຊຸບເປີມາເກັດ ແຕກຕ່າງຈາກບ່ອນອື່ນແມ່ນ ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແບບຍືນຍົງ ແລະ ການດຳເນີນທຸລະກິດຢ່າງມີຈັນຍາບັນ. ລິມປິງ ໄດ້ສົ່ງເສີມນະວັດຕະກຳທີ່ເປັນມິດ ກັບສິ່ງແວດລ້ອມ ເຊັ່ນ: ການຫຼຸດຜ່ອນຂີ້ເຫຍື້ອພລາສຕິກ ແລະ ສົ່ງເສີມການນໍາໃຊ້ຖົງຜ້າ, ຕະຫຼອດເຖິງການເຮັດວຽກຢ່າງໃກ້ຊິດ ກັບຊາວກະສິກອນ ແລະ ຜູ້ສະໜອງໃນທ້ອງຖິ່ນ ເພື່ອສະໜັບສະໜູນຊຸມຊົນ ແລະ ສົ່ງເສີມການຄ້າທີ່ເປັນທໍາໃນທ້ອງຖິ່ນ.

ຖ້າທ່ານຕ້ອງການສິນຄ້າທີ່ມີຄຸນະພາບ, ການບໍລິການທີ່ດີເລີດ ແລະ ມີລະດັບ, ລິມປິງ ຊຸບເປີມາເກັດ ແມ່ນຈຸດໝາຍທີ່ດີທີ່ສຸດສຳລັບທ່ານ. ດ້ວຍສາຂາທີ 2 ທີ່ເປີດຕົວຢ່າງເປັນທາງການແລ້ວໃນນະຄອນຫຼວງວຽງຈັນນີ້, ທ່ານສາມາດເພີດເພີນກັບປະສົບການການຊັອບປິ້ງທີ່ດີທີ່ສຸດໃກ້ບ້ານທ່ານ. ແລ້ວເປັນຫຍັງ ທ່ານຈຶ່ງຈະບໍ່ຢາກລອງມາຢ້ຽມຢາມ ລິມປິງ ຊຸບເປີມາເກັດ ແລະ ສຳຜັດປະສົບການການຊັອບປິ້ງ ທີ່ດີທີ່ສຸດສໍາລັບຕົວທ່ານເອງ? ງານເປີດຕົວດັ່ງກ່າວ ຈະຖືກຈັດຂຶ້ນເປັນເວລາ 3 ມື້ ຕັ້ງແຕ່ວັນທີ 24 ຫາ 26 ມີນາ 2023 ນີ້, ໂດຍເລີ່ມຕັ້ງແຕ່ເວລາ 10:00 ຫາ 19:00 ໂມງ, ເຊິ່ງທ່ານສາມາດຮ່ວມເພີດເພີນໄປກັບ “ຕະຫຼາດ ຟາມສຸກ ລິມປິງ” ຫຼື “Rimping Farmer Market Fair” ເຊິ່ງຈະມີຜະລິດຕະພັນຊັ້ນເລີດມາໃຫ້ທ່ານໄດ້ທົດລອງຊິມ, ມ່ວນຊື່ນໄປກັບສຽງດົນຕີ ແລະ ກິດຈະກຳສຳລັບເດັກນ້ອຍ, ຖ່າຍຮູບຟຣີ, ຕະຫຼອດເຖິງພະນັກງານທີ່ເປັນມິດ ທີ່ພ້ອມມອບການບໍລິການທີ່ດີທີ່ສຸດແກ່ທ່ານຕະຫຼອດງານ.

ຢ່າລືມມາພົບກັນທີ່ ລິມປິງ ຊຸບເປີມາເກັດ ສາຂາໂພນສີນວນ, ໃນວັນສຸກ ວັນທີ 24 ຫາ 26 ມີນາ 2023. ແລ້ວພົບກັນທີ່ງານເດີ້!  

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.