Tuesday, March 18, 2025

“ບຣາເດີ ປະເທດໄທ” ຊຸກຍູ້ “ຮ້ານ ໄອເຊັນເຕີ” ຂຶ້ນເປັນຕົວແທນຈໍາໜ່າຍ “BMB” ສຸດຍອດແບຣນເຄື່ອງສຽງຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ພ້ອມກຽມບຸກຕະຫຼາດເຄື່ອງສຽງມາຕະຖານສາກົນເຕັມຮູບແບບໃນ ສປປ ລາວ.

ວັນທີ 24 ມີນາ 2023 “ບຣາເດີ ປະເທດໄທ” ຈັດງານ “BMB Premium  Real Sound”  ຂຶ້ນ ທີ່ໂຮງແຮມຄຣາວພຣາຊາ ວຽງຈັນ ສປປ ລາວ ເພື່ອເປີດໂຕຮ້ານໄອເຊັນເຕີ ໃນຖານະຕົວແທນຈໍາໜ່າຍເຄື່ອງສຽງ BMB ສຸດຍອດແບຣນຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ນອກຈາກນີ້ພາຍໃນງານຍັງມີການຈັດສະແດງຊຸດເຄື່ອງສຽງລະດັບພຣີມ້ຽມ  ລວມເຖິງເຕັກໂນໂລຊີອັນທັນສະໄໝທີ່ເປັນສິດທິພິເສດສະເພາະຈາກ  “BMB”  ອີກຢ່າງຫຼວງຫຼາຍ

ສຳລັບ “BMB”  ຖືເປັນແບຣນເຄື່ອງສຽງທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນປະເທດໄທ ແລະ ຫຼາຍໆປະເທດດ້ວຍຄຸນະພາບມາຕະຖານລະດັບໂລກ ທີ່ສາມາດນໍາໄປໃຊ້ໄດ້ໃນຫຼາກຫຼາຍກິດຈະກຳ ແລະ ທຸລະກິດ

ຫຼັງຈາກສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ – 19 ເລີ່ມຫຼຸດຜ່ອນລົງຢ່າງຕໍ່ເນື່ອງໃນລະຫວ່າງໄຕມາດ 3 ຂອງປີ 2022  ຄາດການວ່າໃນປີ 2023 ການທ່ອງທ່ຽວ ການຈັດປະຊຸມ ແລະ ສຳມະນາໃນຮູບແບບຕ່າງໆ ລວມເຖິງກຸ່ມທຸລະກິດດ້ານຄວາມບັນເທີງເລີ່ມກັບມາຟື້ນຕົວອີກຄັ້ງ ທັງໃນປະເທດໄທ ແລະ ກຸ່ມປະເທດ CLMV ໂດຍສະເພາະໃນ ສປປລາວ ເຮັດໃຫ້ແບຣນເຄື່ອງສຽງພຣີມ້ຽມກາຍເປັນອີກໜຶ່ງທຸລະກິດທີ່ໜ້າສົນໃຈ

ດ້ວຍການເຕີບໂຕຢ່າງວ່ອງໄວຂອງເສດຖະກິດຫຼາຍພາກສ່ວນໃນ ສປປລາວ ບວກກັບຄຸນະພາບ ແລະ ຄວາມທົນທານຂອງ “ເຄື່ອງສຽງ BMB ສຸດຍອດແບຣນຊັ້ນນຳຈາກປະເທດຍີ່ປຸ່ນ ” ເຮັດໃຫ້ “ບຣາເດີປະເທດໄທ” ມີແຜນຊຸກຍູ້ສົ່ງເສີມໃຫ້ “BMB”  ໃຫ້ສາມາດແຂ່ງຂັນໃນດ້ານເຄື່ອງສຽງໃນ ສປປ ລາວ ຜ່ານ “ຮ້ານໄອເຊັນເຕີ” ເຊິ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນຈໍາໜ່າຍຢ່າງເປັນທາງການ ເພື່ອຕອບໂຈດກັບ life style ດ້ານຄວາມບັນເທີງຂອງຜູ້ບໍລິໂພກ ແລະຜູ້ປະກອບການສະຖານບັນເທີງໃນ ສປປ ລາວ ທີ່ກຳລັງປ່ຽນແປງໄປຢ່າງຕໍ່ເນື່ອງ

“BMB”  ເປັນແບຣນເຄື່ອງສຽງສັນຊາດຍີ່ປຸ່ນທີ່ມີຄວາມຊ່ຽວຊານ ແລະ ໂດດເດັ່ນຫຼາຍ ຈົນໄດ້ຮັບການຍົກຍ້ອງຈາກທົ່ວໂລກໃນດ້ານຄຸນະພາບສຽງ ເຊິ່ງມີຫົວໃຈຫຼັກຢູ່ທີ່ “ການຜະລິດດອກລຳໂພງ” ດ້ວຍເຈ້ຍຄຸນະພາບ ຕ້ອງໃຊ້ອົງປະກອບນ້ຳທີ່ມີຄຸນະພາບສູງ ຈາກແຫຼ່ງນໍ້າທໍາມະຊາດບໍລິສຸດໃກ້ພູເຂົາໄຟຟູຈິ ແລະ ກວດສອບຄຸນະພາບສຽງໂດຍຜູ້ຊ່ຽວຊານເພື່ອໃຫ້ໄດ້ມາຕະຖານດຽວກັນທຸກອັນ

ນອກຈາກນີ້ລຳໂພງຂອງ “BMB”  ໃນແຕ່ລະລຸ້ນ ຍັງໄດ້ມີການພັດທະນາຈຸດເດັ່ນ ແລະ ລັກສະນະຂອງສຽງທີ່ແຕກຕ່າງກັນອອກໄປ ເພື່ອຕອບສະໜອງການໃຊ້ຊີວິດໃນທຸກຮູບແບບ ບໍ່ວ່າຈະເປັນສຽງກາງທີ່ຄົມຊັດ ຫຼື ສຽງທຸ້ມທີ່ເປັນເອກະລັກ  ເຮັດໃຫ້ໄດ້ສໍາຜັດເຖິງຄວາມໝາຍຂອງຄຳວ່າ “Premium Real Sound” ຢ່າງແທ້ຈິງ

ທັງນີ້, ລະບົບເຄື່ອງສຽງ BMB ທີ່ບຣາເດີປະເທດໄທນຳເຂົ້າມາຈຳໜ່າຍມີຫຼາຍເຖິງ 24 ລຸ້ນ ປະກອບໄປດ້ວຍເຄື່ອງຂະຫຍາຍສຽງ, ລຳໂພງ,  soud processor, ໄມໂຄໂຟນທັງແບບສາຍ Dynamic Microphone ແລະ ແບບໄຮ້ສາຍ Wireless Microphone

ສຳລັບຜູ້ທີ່ສົນໃຈໃນ ສປປ ລາວ

ສາມາດຕິດຕໍ່ຕົວແທນຈຳໜ່າຍ “BMB”

ສຸດຍອດເຄື່ອງສຽງຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການໄດ້ທີ່ເຟສບຸກ  iCenter Lao ຫຼື ໂທ. +856 20 55 525 354

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.