Tag: ຊຳຊຸງລາວ

ຊຳຊຸງ ແລະ ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ສະຫຼອງຄວາມສໍາເລັດຂອງ ນັກສຶກສາຮຸ່ນທີສອງ ໃນໂຄງການ Samsung Innovation Campus*

(ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2024), ບໍລິສັດລາວຊໍາຊຸງ ອີເລັກໂທຣນິກສ໌ ຈຳກັດຜູ້ດຽວ ຮ່ວມ ກັບມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດສໍາເລັດການສຶກສາຈົບຫຼັກສູດ ໃນໂຄງການ Samsung Innovation Campus (SIC) ຮຸ່ນທີສອງໃນປະເທດລາວ ໂດຍທີ່ມີນັກສຶກສາ 26 ຄົນທີ່ສໍາເລັດການສຶກສາໃນ ຫຼັກສູດ "Coding Programing & Data Science (C&P)" ທີ່ໃຊ້ໄລຍະເວລາການສຶກສາຮໍ່າຮຽນທັງໝົດ 7 ເດືອນ ແລະ ໄດ້ຮັບໃບຢັ້ງຢືນ ເຊິ່ງໃນພິທີມອບໃບຢັ້ງຢືນໄດ້ຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2024.