(ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2024), ບໍລິສັດລາວຊໍາຊຸງ ອີເລັກໂທຣນິກສ໌ ຈຳກັດຜູ້ດຽວ ຮ່ວມ ກັບມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດສໍາເລັດການສຶກສາຈົບຫຼັກສູດ ໃນໂຄງການ Samsung Innovation Campus (SIC) ຮຸ່ນທີສອງໃນປະເທດລາວ ໂດຍທີ່ມີນັກສຶກສາ 26 ຄົນທີ່ສໍາເລັດການສຶກສາໃນ ຫຼັກສູດ “Coding Programing & Data Science (C&P)” ທີ່ໃຊ້ໄລຍະເວລາການສຶກສາຮໍ່າຮຽນທັງໝົດ 7 ເດືອນ ແລະ ໄດ້ຮັບໃບຢັ້ງຢືນ ເຊິ່ງໃນພິທີມອບໃບຢັ້ງຢືນໄດ້ຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2024. ຄວາມສໍາເລັດນີ້ ສະແດງໃຫ້ເຫັນເຖີງການຮ່ວມມືຢ່າງຕໍ່ເນື່ອງ ແລະ ມີປະສິດທິພາບ ລະຫວ່າງ ຊຳຊຸງ ແລະ ຄະນະ ວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ລິເລີ່ມ ໂດຍມີບົດບັນທຶກຂໍ້ ຕົກລົງ (MOA) ໃນເດືອນມີນາ 2023.
“ໂຄງການ Samsung Innovation Campus ພາຍໃຕ້ແນວຄິດ ‘Together for Tomorrow! Enabling People’ ຈະ ມີບົດບາດສໍາຄັນໃນການພັດທະນາທັກສະດ້ານໄອທີຂອງຊາວໜຸ່ມລາວ ສົ່ງເສີມຄົນຮຸ່ນໃໝ່ ໃຫ້ໃຊ້ທັກສະເຫຼົ່ານີ້ເພື່ອເສີມສ້າງຄວາມກ້າວໜ້າທາງເທັກໂນໂລຊີ ເພື່ອອະນາຄົດທີ່ຮຸ່ງເຮືອງ”: ທ່ານ ຮສ ປອ. ແຫຼມທອງ ລັດດາວົງ, ຄະນະບໍດີ ຄວທ, ມະຫາວິທະຍາໄລແຫ່ງຊາດໄດ້ກ່າວ ພ້ອມສະແດງຄວາມຍິນດີກັບ ຊໍາຊຸງ ທີ່ມີສ່ວນຮ່ວມໃນການພັດທະນາສັງຄົມ ໂດຍໂຄງການນີ້ສະແດງໃຫ້ເຫັນເຖີງ ການຮ່ວມມື ແລະ ເນັ້ນເຖີງ ຄວາມມຸ່ງໝັ້ນຕັ້ງໃຈຂອງ ຊໍາຊຸງ ໃນການສົ່ງເສີມການສຶກສາ ແລະ ສ້າງໂອກາດໃຫ້ຊາວໜຸ່ມລາວ ເຕີບ ໃຫຍ່ໃນໂລກດີຈີຕອນທີ່ກໍາລັງຂະຫຍາຍຕົວ

ໂຄງການ SIC ເຊີ່ງເປັນສວ່ນໜື່ງຂອງໂຄງການລົງທືນເພື່ອສັ່ງຄົມລະດັບໂລກຂອງ ຊໍາຊຸງມີເປົ້າໝາຍ ຫຼັກສໍາລັບນັກສຶກສາມະຫາວິທະຍາໄລ, ນັກສຶກສາຈົບໃໝ່ ແລະ ກຸ່ມຄົນທີ່ເຮັດວຽກກ່ຽວກັບໄອທີຮຸ່ນໃໝ່ ທີ່ຕອ້ງການພັດທະນາຄວາມຮູ້ທາງດ້ານເທັກນິກ ໃນຫຼັກສູດທີໜັກແໜ້ນ ປະສານການຮຽນຮູ້ທາງທິດສະດີ ແລະ ການປະຍຸກໃຊ້ຕົວຈິງໃນດ້ານການຂຽນໂຄດ ແລະ ການຂຽນໂປຮແກຣມຊັ້ນສູງ

ຫຼັກສູດພິເສດຂອງໂຄງການ SIC ເຊີ່ງພັດທະນາຮ່ວມກັບຄະນະວິທະຍາສາດທຳມະຊາດ ຂອງ ມະຫາວິທະຍາໄລແຫ່ງຊາດ ມີເນື້ອຫາທາງເທັກໂນໂລຊີທີ່ມຸ່ງເນັ້ນໄປທີ່ກຸ່ມນັກສຶກສາທີ່ໄດ້ຮັບການຄັດເລືອກ ໂດຍໂຄງການນີ້ມີວັດຖຸປະສົງເພື່ອເພີ່ມໂອກາດໃນການຈ້າງງານຂອງນັກສຶກສາ ເມື່ອສໍາເລັດການສຶກສາແລ້ວ ຜ່ານການຝຶກອົບຮົມວຽກງານທີ່ສໍາຄັນໃນດ້ານການຂຽນໂຄດ ແລະ ການຂຽນໂປຣແກຣມ.
#SIC_Laos_2024