Monday, April 28, 2025
Kbank Laos โอน รับ จ่าย

Vietjet ກັບມາອີກຄັ້ງກັບໂປຣໂມຊັນສ່ວນຫຼຸດພິເສດຕະຫຼອດ 24 ຊົ່ວໂມງ ວັນທີ 12.12.2024 ພ້ອມສ່ວນຫຼຸດປີ້ຍົນເຖິງ 100%

(ນະຄອນຫຼວງວຽງຈັນ, ວັນທີ 10 ທັນວາ 2024) – Vietjet ມີໂປຣໂມຊັນສ່ວນຫຼຸດພິເສດທ້າຍປີ ມອບໂອກາດໃຫ້ນັກທ່ອງທ່ຽວໄດ້ເພີດເພີນກັບປີ້ຍົນໂດຍສານດ້ວຍສ່ວນຫຼຸດສູງສຸດເຖິງ 100% (ບໍ່ລວມພາສີ ແລະ ຄ່າທຳນຽມ), ໂປຣໂມຊັນທີ່ທຸກຄົນລໍຖ້ານີ້ໄດ້ໃຫ້ປີ້ຍົນຫຼາຍສູງສຸດລ້ານປີ້ໃນລາຄາສຸດປະຢັດ ຊ່ວຍ​ໃຫ້​ຜູ້​ທີ່​ມັກ​ການ​ເດີນ​ທາງ​ສຳຫຼວດຫາ​ຈຸດ​ໝາຍ​ທີ່​ໜ້າ​ປະ​ທັບ​ໃຈ​ຢູ່​ຫວຽດ​ນາມ ແລະ ອື່ນໆ.

ໂປຣໂມຊັນສ່ວນຫຼຸດພິເສດນີ້ຈະເລີ່ມແຕ່ເວລາ 00:00 GMT+7 ຂອງວັນທີ 12 ທັນວາ 2024 ແລະ ຈະໃຊ້ໄດ້ພຽງແຕ່ 24 ຊົ່ວໂມງເທົ່ານັ້ນ ຜູ້ໂດຍສານສາມາດຮັບສ່ວນຫຼຸດໄດ້ໂດຍການໃສ່ລະຫັດ VJ12 ເມື່ອຈອງບ່ອນນັ່ງຊັ້ນປະຢັດຢູ່ເວັບໄຊ www.vietjetair.com ຫຼື ຜ່ານແອັບມືຖືຂອງ Vietjet Air ປີ້ໂປຣໂມຊັນນີ້ໃຊ້ໄດ້ໃນການເດີນທາງຕັ້ງແຕ່ວັນທີ 01 ມັງກອນ 2025 ຫາ 25 ຕຸລາ 2025 (ບໍ່ລວມວັນພັກລັດຖະການ ແລະ ລະດູທ່ອງທ່ຽວ). ​Vietjet ເປັນທີ່ຮູ້ຈັກໃນດ້ານເຄືອຂ່າຍການບິນທີ່ກວ້າງຂວາງທັງໃນ​​ທົ່ວ​ປະ​ເທດ​ຫວຽດນາມ ​ແລະ ພາກ​ພື້ນ​ອາຊີ​ປາຊີ​ຟິກ ໂດຍມອບປະສົບການການເດີນທາງທີ່ບໍ່ມີໃຜທຽບໄດ້ກັບຄ່າໂດຍສານທີ່ມີລາຄາປະຢັດທີ່ສຸດ. ຖ້ຽວບິນປະຈໍາວັນລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ເຊິ່ງແມ່ນນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ລາວ​ສາ​ມາດ​ເພີດເພີນກັບ​ການ​ເດີນ​ທາງ​ທີ່​ດີທີ່ສຸດ ແລະ​ ການ​ບໍ​ລິ​ການ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້​.

12.12 flash sale ແມ່ນໂປຣໂມຊັນໃຫຍ່ຄັ້ງສຸດທ້າຍຂອງ Vietjet ໃນປີນີ້ ເຊິ່ງເຮັດໃຫ້ນັກທ່ອງທ່ຽວມີໂອກາດທີ່ຈະມາສຳພັດກັບປະສົບການໃໝ່ ແລະ ຄົ້ນພົບຕົວເອງໂດຍຜ່ານການເດີນທາງ ບໍ່​ວ່າ​ຈະ​ຂຶ້ນ​ໄປ​ເທິງ​ພູ​ເຂົາ​ທີ່​ສູງ​ໃຫຍ່​ ຫຼື ​ສໍາ​ຫຼວດ​ຕົວ​ເມືອງ​ທີ່​ມີ​ສີສັນ​, Vietjet ຂໍເຊີນທຸກຄົນເຂົ້າຮ່ວມໃນການເດີນທາງທີ່ຈະມາເຖິງນີ້.

ຜູ້​ໂດຍ​ສານ Vietjet ສາມາດ​ມີ​ຄວາມ​ສຸກ​ໃນ​ການ​ເດີນທາງເທິງເຮືອບິນ​ທີ່​ທັນ​ສະ​ໄໝ​ ແລະ ​ບໍລິການໂດຍ​ລູກ​ເຮືອທີ່ມີຄວາມເປັນມື​ອາຊີບ​ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະດວກສະບາຍ. ການບໍລິການໃນຖ້ຽວບິນຍັງມີການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມບໍລິການເມນູອາຫານຫວຽດນາມ ເຊັ່ນ: ເຝີຫວຽດນາມ, ເຂົ້າຈີ່ປາເຕ້ຫວຽດນາມ, ກາເຟນົມເຢັນ ແລະ ອື່ນໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.