Tag: ທູດໄທ

ທູດໄທ ແນະນຳນັກລົງທຶນ! ຖ້າແມ່ນໃຫ້ຟ້າວເຂົ້າມາ ຢ່າລັງເລໃຈ.

ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ນະຄອນຫຼວງ ວຽງຈັນ ສປປ ລາວ ກ່າວກັບຕົວແທນພາກເອກະຊົນໄທ ທີ່ງານລ້ຽງອຳລາໃນໂອກາດ ກະສຽນອາຍຸທາງຣາຊະການເມື່ອໄວໆນີ້ ໂດຍມີໃຈຄວາມຕອນໜຶ່ງ ທີ່ໄດ້ແນະນຳນັກລົງທຶນໄທ ທີ່ມີຄວາມສົນໃຈໃນຕະຫຼາດລາວ ເຊິ່ງໄດ້ລະບຸວ່າ “ນັກລົງທຶນຄວນເຂົ້າມາສຶກສາ ແລ້ວຕັດສິນໃຈຢ່າງວ່ອງໄວ ຖ້າຫາກພົບວ່າເໝາະກັບທຸລະກິດຂອງຕົນແລ້ວ ກໍຢ່າລັງເລໃຈ ເພາະອາດເສຍໂອກາດໄດ້ງ່າຍ”