Tag: ນັກທຸລະກິດໃຈບຸນ

ເຮຍເກຍ ອູ໊ສິດທິເດດ ນັກທຸລະກິດໃຈບຸນ ຜູ້ປົດປ່ອຍປະຊາຊົນອອກຈາກຄວາມທຸກຍາກ

ປັດຈຸບັນມີບັນດານັກທຸລະກິດ, ນັກພັດທະນາ, ຜູ້ປະກອບການ ໄດ້ໃຫ້ຄວາມສໍາຄັນຕໍ່ການປະກອບສ່ວນໃນວຽກງານການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ໃນປະເທດ. ທ່ານ ເກຍ ອູ໊ສິດທິເດດເຈົ້າຂອງໂຮງງານນ້ໍາດື່ມ ແລະ ນ້ໍາກ້ອນໂລມາຄໍາ, ຜູ້ທີ່ໄດ້ຮັບນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ” ກ່າວວ່າ:ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ທີ່ໄດ້ມີສ່ວນຮ່ວມໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄໍາປ່າແຫນ ແລະ ບ້ານປ່າກ້ວຍເມືອງຈໍາພອນ ແຂວງສະຫວັນນະເຂດ. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ແມ່ນເລີ່ມແຕ່ວັນທີ 1...