ເຮຍເກຍ ອູ໊ສິດທິເດດ ນັກທຸລະກິດໃຈບຸນ ຜູ້ປົດປ່ອຍປະຊາຊົນອອກຈາກຄວາມທຸກຍາກ

ປັດຈຸບັນມີບັນດານັກທຸລະກິດ, ນັກພັດທະນາ, ຜູ້ປະກອບການ ໄດ້ໃຫ້ຄວາມສໍາຄັນຕໍ່ການປະກອບສ່ວນໃນວຽກງານການພັດທະນາຊົນນະບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ໃນປະເທດ.

ທ່ານ ເກຍ ອູ໊ສິດທິເດດເຈົ້າຂອງໂຮງງານນ້ໍາດື່ມ ແລະ ນ້ໍາກ້ອນໂລມາຄໍາ, ຜູ້ທີ່ໄດ້ຮັບນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ” ກ່າວວ່າ:ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ທີ່ໄດ້ມີສ່ວນຮ່ວມໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄໍາປ່າແຫນ ແລະ ບ້ານປ່າກ້ວຍເມືອງຈໍາພອນ ແຂວງສະຫວັນນະເຂດ.

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ແມ່ນເລີ່ມແຕ່ວັນທີ 1 ມັງກອນ2016 ໂດຍມີໄລຍະເວລາ 3ປີ ແລະ ເປັນໂຄງການທໍາອິດໃນ ສປປ ລາວ ທີ່ໄດ້ຮັບການສະຫນັບສະຫນູນຈາກນັກທຸລະກິດ ນໍາໃຊ້ທຶນຮອນສ່ວນຕົວມູນຄ່າມະຫາສານ ເພື່ອປະກອບສ່ວນເຂົ້າ ໃນການຫັນປ່ຽນວິຖີຊີວິດຂອງຄອບຄົວທຸກຍາກຢູ່ສອງບ້ານດັ່ງກ່າວທີ່ເຄີຍຢືດຖືໄປຂໍທານ ເພື່ອລ້ຽງຊີບເລື່ອນລອຍມາເປັນເວລາຍາວນານ ໃຫ້ຫັນມາເຮັດອາຊີບທີ່ຫມັ້ນຄົງ.

ທ່ານ ເກຍ ອູ໊ສິດທິເດດໃຫ້ຮູ້ວ່າ: ຕະຫລອດໄລຍະ 3 ປີຂອງການຈັດຕັ້ງປະຕິບັດໂຄງການ, ຕົນເອງພ້ອມດ້ວຍທີມງານໄດ້ທຸ້ມເທທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາສຸມໃສ່ໃນການພັດທະນາຢ່າງຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຈົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ 77ຄອບຄົວເປົ້າ ຫມາຍມີການປ່ຽນແປງ, ມີທີ່ຢູ່ອາໄສຖາວອນ, ມີອາຊີບທີ່ຫມັ້ນຄົງ, ມີຊັບສິນເປັນຂອງຕົນເອງ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມສາມາດເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ. ໂຄງການດັ່ງກ່າວ, ມີມູນຄ່າການຊ່ວຍເຫລືອທັງຫມົດ 22 ຕື້ກວ່າກີບ,ໃນນັ້ນ 15 ຕື້ກີບ ແມ່ນການສະຫນັບສະຫນູນຈາກໂຮງງານຜະລິດນ້ໍາດື່ມ-ນ້ໍາກ້ອນໂລມາຄໍາ ແລະ ສ່ວນທີ່ເຫລືອແມ່ນ ຈາກພາກລັດ, ອົງການຈັດ ຕັ້ງສາກົນ, ບັນດາບໍລິສັດ, ຫ້າງຮ້ານ ແລະ ອື່ນໆ.

ການແກ້ໄຂຄວາມຍາກ (ຄົນຂໍທານ) ຢູ່ໃນສອງບ້ານດັ່ງກ່າວ, ຂ້າພະເຈົ້າເຮັດດ້ວຍຄວາມບໍລິສຸດໃຈ, ບໍ່ມີສິ່ງອື່ນໃດແອບແຝງທັງສິ້ນ, ໂດຍເພື່ອຫວັງຢາກເຮັດໃຫ້ປະຊາຊົນຜູ້ທຸກຍາກ ມີຊີວິດການເປັນຢູ່ທີ່ດີ, ມີອາຊີບຫມັ້ນຄົງ, ມີສະພາບແວດລ້ອມທີ່ດີ ແລະຢຸດພຶດຕິກໍາຂໍກິນໄປວັນໆ.

ທ່ານ ສົມເພັດ ມ້າວປະເສີດ ປະທານສະຖານທີ່ທ່ອງທ່ຽວ ນ້ໍາກັດຢໍລະປາ ກ່າວວ່າ:ການປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພວກເຮົາໄດ້ເຮັດກິດຈະກໍາຕ່າງໆ ໂດຍໃຫ້ປະຊາຊົນມີສ່ວນຮ່ວມນໍາ, ເຊິ່ງເລີ່ມຈາກການປ່ຽນນິໄສ, ປ່ຽນການປະພຶດ ທີ່ອາໃສການຫາກິນນໍາທໍາມະຊາດແບບທໍາລາຍມາເປັນການອະນຸລັກຮັກສາທໍາມະຊາດແບບຍືນຍົງ. ທັງນີ້, ກໍເພື່ອເຮັດໃຫ້ປະຊາຊົນເຫລົ່ານັ້ນສາມາດຫາກິນໄດ້ຢ່າງຍືນຍົງ ແລະ ທັງເປັນການຮັກສາສິ່ງແວດລ້ອມຄຽງຄູ່ກັນໄປ.

ຂະນະດຽວກັນທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດ ຄໍາໄພຊະນະ ໄດ້ມີຄໍາເຫັນວ່າ: ຕົນເອງພ້ອມທີ່ຈະປະຕິບັດຕາມທິດຊີ້ນໍາຂອງພັກ-ລັດໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການພັດທະນາຊົນນະບົດ ເພື່ອປະກອບສ່ວນສ້າງອາຊີບ ກໍຄືສ້າງລາຍຮັບ ເພື່ອຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...