ຜູ້ຍິງຄວນຮູ້! ອາຫານທີ່ຄວນເວັ້ນຊ່ວງເປັນປະຈຳເດືອນ

 – ຄວນຫລີກເວັ້ນການດື່ມກາເຟໃນຊ່ວງເປັນປະຈຳເດືອນ : ກາເຟອີນໃນກາເຟຈະກະຕຸ້ນໃຫ້ຫລອດເລືອດຫົດໂຕລົງ ເຊິ່ງສົ່ງຜົນໃຫ້ມົດລູກບີບໂຕຫລາຍຍິ່ງຂຶ້ນ ແລະ ນັ້ນກໍເປັນສາເຫດທີ່ຈະເຮັດໃຫ້ທ່ານມີອາການເຈັບທ້ອງຮຸນແຮງຂຶ້ນຫລັງຈາກການດື່ມກາເຟ ຫລື ເຄື່ອງດື່ມທີ່ມີກາເຟອີນ.

     – ອາຫານລົດຊາດເຜັດໆ : ການກິນອາຫານເຜັດໆ ຫລື ອາຫານໃສ່ໝາກເຜັດຫລາຍ ອາດຈະເຮັດໃຫ້ເກີດອາການຍື່ງທ້ອງໄດ້ ເຊິ່ງຈະຍິ່ງເຮັດໃຫ້ທ່ານຮູ້ສຶກຢູ່ຍາກຫລາຍຂຶ້ນ ເມື່ອເກີດອາການຍື່ງທ້ອງພ້ອມກັບການເປັນປະຈຳເດືອນ.

– ເຂົ້າໜົມອົມ ແລະ ເຂົ້າໜົມທີ່ມີນຳ້ຕານຫລາຍ : ການກິນເຂົ້າໜົມອົມ ແລະ ເຂົ້າໜົມທີ່ມີນຳ້ຕານຫລາຍ ສາມາດເຮັດໃຫ້ເກີດອາການຍື່ງທ້ອງໄດ້, ແຕ່ບັນຫາຢູ່ບ່ອນຫລາຍຄົນມັກຈະຢາກກິນຂອງຫວານໃນຊ່ວງກ່ອນປະຈຳເດືອນຈະມາ ຫລື ໃນຂະນະທີ່ພວມເປັນປະຈຳເດືອນ ຈຶ່ງແນະນຳໃຫ້ກິນໝາກໄມ້ແທນ ເມື່ອເກີດຄວາມຢາກອາຫານຫວານໆ ເພື່ອຫລຸດຄວາມສ່ຽງໃນການເກີດບັນຫາຍື່ງທ້ອງ.

      – ອາຫານເຄັມລົດຊາດເຄັມ : ເຂົ້າໜົມກິນຫລິ້ນ, ອາຫານຈານດ່ວນ ຫລື ອາຫານສຳເລັດຮູບ ມັກຈະມີປະລິມານໂຊດຽມຫລາຍ ເຊິ່ງໂຊດຽມເຮັດໃຫ້ຮ່າງກາຍເກີດອາການບວມນຳ້ໄດ້ ເຮັດໃຫ້ທ່ານຮູ້ສຶກວ່າຮ່າງກາຍບວມຂຶ້ນກ່ວາປົກກະຕິ   ເຊິ່ງປົກກະຕິແລ້ວ ທ່ານມັກຈະມີອາການບວມນຳ້ໃນຊ່ວງກ່ອນຈະເປັນປະຈຳເດືອນ ຫລື ກຳລັງເປັນປະຈຳເດືອນຢູ່ແລ້ວ ເນື່ອງຈາກການປ່ຽນແປງຂອງຮໍໂມນ.

     – ຜະລິດຕະພັນທີ່ມີສ່ວນປະສົມຂອງນົມ :  ໃນຂະນະເປັນປະຈຳເດືອນ ຄວນຫລີກເວັ້ນການກິນ ຫລື ດື່ມຜະລິດຕະພັນທີ່ມີສ່ວນປະສົມຈາກນົມ ເຊັ່ນ : ນົມສົດ, ຊີສ ຫລື ໂຢເກິດ ເພາະໃນອາຫານເຫລົ່ານີ້ມີໄຂມັນອີ່ມໂຕທີ່ອາດຈະເຮັດໃຫ້ທ່ານເຈັບທ້ອງປະຈຳເດືອນໄດ້.

   – ເຮັດແນວໃດເມື່ອພຶດຕິກຳການກິນອາຫານປ່ຽນ ? ບໍ່ຢາກອາຫານ ຫລື ກິນຫລາຍກ່ວາປົກກະຕິ.

     1. ດື່ມນຳ້ຫລາຍໆ.

2. ດື່ມຊາສະໝຸນໄພ.

     3. ອອກກຳລັງກາຍເບົາໆ.

     4. ກິນອາຫານປະລິມານເທົ່າທີ່ເຄີຍກິນ ພຽງແຕ່ຫລີກເວັ້ນອາຫານທີ່ກ່າວໄປຂ້າງເທິງ.

     5. ກິນໝາກໄມ້ ຫລື ຖົ່ວແທນ ເພື່ອຫລຸດອາການຢາກເຂົ້າໜົມ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...