Saturday, April 26, 2025
Kbank Laos โอน รับ จ่าย

ສັງຄົມຕ້ອງການດ່ວນ! ເຊີນຮ່ວມບໍລິຈາກເລືອດ ເພື່ອຊ່ວຍຄົນເປັນໄຂ້ເລືອດອອກ

ຈາກເຫດການເກີດພະຍາດໄຂ້ເລືອດອອກ ທີ່ກໍາລັງເກີດຂຶ້ນໃນປັດຈຸບັນ ໄດ້ສົ່ງຜົນກະທົບໃນການຕອບສະໜອງເລືອດໃຫ້ແກ່ຄົນເຈັບໃນແຕ່ລະວັນ ສະເລ່ຍໃນແຕ່ລະວັນທີ່ສູນເລືອດແຫ່ງ ຊາດມີຄົນເຈັບຕ້ອງການນໍາໃຊ້ເລືອດສະເລ່ຍ 80-100 ຖົງຕໍ່ວັນ ຂະນະຜູ້ບໍລິຈາກແຕ່ລະວັນບໍ່ເຖິງ 20 ຄົນ.

ຕໍ່ໜ້າສະພາບການດັ່ງກ່າວ ທາງສູນເລືອດກໍ່ອອກແຮງຂົນຂວາຍຜູ້ບໍລິຈາກເລືອດຢ່າງຕໍ່ເນື່ອງ ໃນຫຼາຍຮູບແບບ ໂດຍສະເພາະໃນວັນທີ 6 ກໍລະກົດ 2019 ຈະຈັດກິດຈະກໍາຮັບບໍລິຈາກເລືອດຢູ່ໂຮງງານສີລິວັດທະນາ ແລະ ບໍລິສັດ Tkl ຄາດວ່າຈະມີຜູ້ບໍລິຈາກເລືອດ ປະມານ 400 ກວ່າຄົນ ແລະ ໃນວັນທີ 10 ກໍລະກົດ ຮັບບໍລິຈາກເລືອດຢູ່ສູນກາງແນວລາວສ່າງຊາດ ເນື່ອງໃນໂອກາດວັນຄ້າຍວັນເກີດທ່ານປະທານ ສຸພານຸວົງ ແລະ ວັນທີ 11 ກໍລະ ກົດ ຈັດຢູ່ສູນການຄ້າວຽງຈັນເຊັນເຕີ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ.

ໂອກາດນີ້ ຂໍເຊີນຊວນທ່ານຜູ້ໃຈບຸນທັງຫຼາຍຈົ່ງພ້ອມກັນປະກອບສ່ວນບໍລິຈາກເລືອດ ໃນຄັ້ງນີ້ ຕາມສະຖານທີ່ຕ່າງໆ ຫຼື ຈະມາບໍລິຈາກເລືອດຢູ່ສູນເລືອດແຫ່ງຊາດໄດ້ທຸກເວລາ ເພື່ອພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ແລະ ເພື່ອກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ.

ແຫຼ່ງຂໍ້ມູນ: vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.