ທ່ອງທ່ຽວຝ່າວິກິດ ພິຊິດຄ່າເງິນກີບລາວ

ບົດຄງາມນີ້, ແມ່ນຄັດຕໍ່ມາຈາກເພຈ “AeroLaos” ເພື່ອໃຫ້ທາງ ສະມາຊິກ ອິນໄຊລາວ ໄດ້ບໍລິໂພກຂໍ້ມູນດີໆນຳກັນ.

ປັດຈຸບັນຄ່າເງິນກີບອ່ອນຄ່າລົງ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ເຮົາຈະມາຮ່ວມແຮງຮ່ວມໃຈກັນຝ່າວິກິດຄ່າເງິນອ່ອນໄດ້ແນວໃດ?

1. ເຊີນຊວນຄົນລາວທ່ອງທ່ຽວໃນເມືອງລາວໃຫ້ຫຼາຍຂຶ້ນ ເພື່ອຫຼຸດການທ່ອງທ່ຽວຕ່າງປະເທດ ທີ່ເປັນສາເຫດໃຫ້ເງິນຕາໃນປະເທດອອກນອກປະເທດ.

2. ເພິ່ມຈຳນວນນັກທ່ອງທ່ຽວຕ່າງປະເທດໃຫ້ມາທ່ຽວລາວຫຼາຍຂຶ້ນ ເພາະການນຳເງິນຕາຕ່າງປະເທດເຂົ້າມາໃນລາວ ຈະຊ່ວຍໃຫ້ຄ່າເງິນກີບແຂງຄ່າຂຶ້ນ. ວິທີທີ່ເຮັດໄດ້ງ່າຍທີ່ສຸດໃນຕອນນີ້ຄື ການເຮັດການຕະຫຼາດດ້ານການທ່ອງທ່ຽວ ໂດຍສະເພາະການຕະຫຼາດອອນໄລນ໌ ຈະເປັນການຕະຫຼາດທີ່ເຂົ້າຮອດກຸ່ມເປົ້າຫມາຍໄດ້ໄວທີ່ສຸດ ປະຫຍັດ ແລະມີປະສິດທິພາບຫຼາຍທີ່ສຸດ.

3. ຮ່ວມມືກັນເປັນເຈົ້າບ້ານທີ່ດີ ທັ້ງພາກບໍລິການດ້ານການທ່ອງທ່ຽວໂດຍກົງ ເຊ່ນ: ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ບ້ານພັກ ຄວນເນ້ນການບໍລິການທີ່ດີ ສະອາດ ບໍ່ເອົາປຽບລູກຄ້າ. ສ່ວນປະຊາຊົນ ແມ່ນບໍ່ຄວນຖິ້ມຂີ້ເຫຍື່ອຊະຊາຍ ຊ່ວຍກັນຮັກສາຄວາມສະອາດ ສິ່ງແວດລ້ອມ ວັດທະນະທຳອັນດີງາມຂອງຊາດ ແລະ ການມີນ້ຳໃຈ ມີຮອຍຍິ້ມ ແລະມິດຕະພາບ.

4. ພາກລັດຄວນມີການວາງແຜນເຮັດກິດຈະກຳເພື່ອສົ່ງເສິມດ້ານການທ່ງທ່ຽວຕະຫຼອດປີ ເພື່ອຮັກສາຖານລູກຄ້າເກົ່າ ແລະເພິ່ມຖານລູກຄ້າໃໝ່.

5. ພາກລັດຫາຕະຫຼາດນັກທ່ອງທ່ຽວໃໝ່ໆ ເຊ່ນ ກຸ່ມປະເທດອາຫຼັບ ປະເທດອິນເດຍ ລັດເຊຍ ຍຸໂລປ ອະເມລິກາ ເປັນຕົ້ນ ເພາະປະເທດເຫຼ່ານີ້ ມີຈຳນວນນັກທ່ອງທ່ຽວທີ່ມີຄຸນນະພາບຫຼາຍ.

6. ເນ້ນການທ່ອງທ່ຽວຄຸນນະພາບ ລາຄາແພງ ສຳລັບກຸ່ມລູກຄ້າທີ່ມີສັກກະຍະພາບ ເປັນການທ່ອງທ່ຽວແບບຫຼູຫຼາ ເຊ່ນ: ກຸ່ມຜູ້ບໍລິຫານ, ນັກທຸລະກິດ, ນັກກີລາລະດັບໂລກ ເປັນຕົ້ນ. 
ການທາງທ່ຽວທີ່ເນ້ນ ລາຄາແພງ ຄຸນນະພາບດີ ເຊ່ນ: ການຈັດສຶກສາດູງານ, ການສຳມະນາລະດັບນານາຊາດ, ການແຂ່ງຂັນກີລາລະດັບໂລກ ເປັນຕົ້ນ.

7. ການສົ່ງເສິມ ການຝຶກອົບຮົມ ໃຫ້ຄວາມຮູ້ແລະທັກສະ ແກ່ຜູ້ປະກອບການ ພະນັກງານດ້ານການທ່ອງທ່ຽວເພິ່ມຂຶ້ນ ເພື່ອສາມາດຮອງຮັບກັບການເພິ່ມຈຳນວນນັກທ່ອງທ່ຽວໃນອະນາຄົດ.

ການທ່ອງທ່ຽວ ຖືວ່າເປັນອີກຫນຶ່ງບົດບາດ ທີ່ຈະຊ່ວຍໃຫ້ປະເທດເຮົາມີລາຍຮັບເພິ່ມຊຶ້ນ ແລະຈະຊ່ວຍໃຫ້ເຮົາຝ່າວິກິດຄ່າເງິນອ່ອນໄປໄດ້.
ບົດຮຽນນີ້ ປະເທດເພື່ອນບ້ານ ຄື ປະເທດໄທ ໄດ້ຝ່າວິກິດມາໄດ້ແລ້ວ ຈາກເຫດການທີ່ຄ່າເງິນບາດອ່ອນ ໃນຊ່ວງທີ່ປະເທດໄທ ພົບກັບວິກິດເສດຖະກິດຕົ້ມຍຳກຸ້ງ ເຊ່ນດຽວກັບ ປະເທດເກົາຫຼີ ໃນຊ່ວງໃກ້ໆກັນ ທັ້ງສອງປະເທດກໍ່ຜ່ານຊ່ວງນັ້ນໄດ້ຈາກການເພິ່ມຮາຍຮັບເຂົ້າປະເທດດ້ວຍການທ່ອງທ່ຽວເປັນຫຼັກ.

ປະເທດລາວເຮົາເຊ່ນກັນ ຜູ້ຂຽນບົດຄວາມຢາກເຊິນຊວນໃຫ້ ລາວທ່ຽວລາວກ່ອນ ລົດການທ່ອງທ່ຽວຕ່າງປະເທດລົງ ເພື່ອຊ່ວຍໃຫ້ເຮົາສາມາດຝ່າຟັນວິກິດໄປພ້ອມໆກັນໄດ້.

ບົດຄວາມໂດຍ ອ.ມະລິວັນ ວໍລະເດດ
ແຫຼ່ງຂໍ້ມູນ: AeroLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...