Tag: ບຸນເຂົ້າຈີ່

ບຸນເຂົ້າຈີ່ປະເພນີລາວໃນມື້ 15 ຄ່ຳເດືອນ 3 ເພັງພະຈັນເຕັມດວງ

ບຸນເຂົ້າຈີ່ ປະເພນີລາວ ຈັດຂຶ້ນໃນມື້ 15 ຄ່ຳ ເດືອນ 03 ເພັງ ພະຈັນເຕັມດວງ ກົງກັບ ວັນອາທິດ, ວັນທີ 5 ກຸມພາ 2023, ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ, ການເຮັດບຸນນີ້ ຈະນິຍົມເຮັດໃນ ເດືອນສາມ ຈະເປັນມື້ຂຶ້ນ ຫຼື ມື້ແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມລາວ, ເຊິ່ງບຸນເຂົ້າຈີ່ບ້ານ ຜ້າໂອ ເມືອງຫຼວງພະບາງ ແຂວງຫຼວງພະບາງ ທີ່ມີພິທີການແຕກຕ່າງຈາກບ້ານອື້ນໆ ໂດຍຈະມີການປັ່ນເຂົ້າຈີ່ໃສ່ໄມ້ຂອງໃຜມັນ ແລ້ວນຳໄປຈີ່ໃຫ້ສຸກ ຫຼັງຈາກນັ້ນຈຶ່ງນຳໄປແຫ່, ໃນຂະນະທີ່ແຫ່ຈະມີການຕ່ອຍກັນໄປນຳ ຕາມຄວາມເຊື່ອຂອງຊາວບ້ານຜາໂອ.