Articles by

Insidelaos

“ບັງເອີນຮັກ ຂ້ອຍຮັກເຈົ້າ” ຮູບເງົາ ລາວ-ໄທ ກຽມເຂົ້າສາຍ 23 ມີນາ ນີ້.

ພາຍຫຼັງທີ່ຮູບເງົາ “ບັງອີນຮັກ ຂ້ອຍຮັກເຈົ້າ” ໄດ້ມີການເປີດສາຍໃນຮອບສື່ມວນຊົນຢູ່ໄທ ແລະ ລາວ ເປັນທີ່ຮຽບຮ້ອຍແລ້ວ ຮູບເງົາດັ່ງກ່າວກໍມີແຜນເປີດສາຍຢູ່ທີ່ໂຮງຮູບເງົາທັງໄທ ແລະ ລາວ ໃນວັນທີ 23 ມີນາ 2023.

ເຈົ້າຢາກບອກຫຍັງກັບແມ່? ໃນວັນແມ່ປີນີ້

ວັນແມ່ກໍໝູນວຽນມາເຖິງອີກວາລະໜຶ່ງແລ້ວ ແຕ່ກໍຍັງມີອີກຫຼາຍໆຄົນທີ່ບໍ່ກ້າສະແດງຄວາມຮັກອອກໃຫ້ແມ່ຮັບຮູ້ ໃນວັນທົ່ວໆໄປ ແຕ່ການສະແດງຄວາມຮັກຂອງແຕ່ລະຄົນກໍມີຄວາມແຕກຕ່າງກັນອອກໄປວ່າຈະສະແດງໃນຮູບແບບໃດ ແລ້ວໃນວັນແມ່ປີນີ້ເດ່ ເຈົ້າຢາກບອກຫຍັງກັບແມ່ເຈົ້າ. ມື້ນີ້ເຮົາມີໂອກາດໄດ້ສອບຖາມ ນ້ອງ ຂັນໄຊ ແຖມພູຄຳ ແລະ ນ້ອງ ກັນຍາລັດ ແຊ່ຈ້າວ ວ່າເພີ່ນຢາກບອກຫຍັງກັບແມ່ໃນວັນແມ່ປີນີ້ໄປເບິ່ງນຳກັນເລີຍ.

3 ເລື່ອງດີໆທີ່ເກີດຂຶ້ນຈາກຄວາມຜິດພາດ

ໃນເວລາທີ່ຄົນເຮົາເກີດຄວາມຜິດພາດ ມັກໄດ້ຍິນຄຳເວົ້າທີ່ວ່າ "ຄົນເຮົາຊະນະແດ່ແພ້ແດ່ບໍ່ເປັນຫຍັງ" ຈາກນັ້ນ ກໍເດີນໜ້າຕໍ່ໄປດ້ວຍວິທີການແບບເກົ່າ ໂດຍລືມໄປວ່າ ສິ່ງສຳຄັນທີ່ສຸດ ເມື່ອເກີດຄວາມຜິດພາດຂຶ້ນແລ້ວ ຄືການຮຽນຮູ້ຈາກຄວາມຜິດພາດ ເພື່ອທີ່ຈະບໍ່ໄດ້ເຮັດຜິດຊ້ຳໆ  ແລ້ວພັດທະນາຕົນເອງ ໃຫ້ກ້າວໄປຮອດຈຸດໝາຍທີ່ຕັ້ງໃຈໄວ້. ບັນຫາບໍ່ແມ່ນອຸປະສັກ ທີ່ມີແຕ່ເຮັດໃຫ້ເຮົາທຸກ ແຕ່ໃນຄວາມເປັນຈິງແລ້ວ ບັນຫາມັນໄດ້ສ້າງໂອກາດດີໆໃຫ້ກັບເຮົາຢູ່ເລື້ອຍໆ, ຖ້າເຮົາເບິ່ງມູມມອງທີ່ກົງກັນຂ້າມກັບມັນ ດັ່ງ 3 ສິ່ງດີໆທີ່ເກີດຂຶ້ນຫຼັງຄວາມຜິດພາດດັ່ງນີ້:

“ຜາທໍ່ໜໍ່ຄຳ” ມິ່ງຂວັນຊາວເມືອງເຟືອງ

ຜາທໍ່ໜໍ່ຄຳ ເປັນຜາຫີນປູນທີ່ຕັ້ງສະຫງ່າຢູ່ຈຸດໃຈກາງເມືອງເຟືອງ ແຂວງວຽງຈັນ ສປປລາວ ພູຜາໜ່ວຍນີ້ແມ່ນຕັ້ງໂດດດ່ຽວ ເຊິ່ງມີຮູບຮ່າງເປັນເອກະລັກສະເພາະບົ່ງບອກຮູບຮ່າງສັນຖານຂອງເມືອງເຟືອງ, ປຽບດັ່ງສຽງເພງສາມໝື່ນເມືອງເຟືອງ ທີ່ມີຊື່ສຽງໂດ່ງດັງຢູ່ລາວ ໄດ້ເຮັດໃຫ້ຜາທໍ່ໜໍ່ຄຳ ເປັນມີ່ງຂວັນຂອງເມືອງ.

ການວາດລວດລາຍຜ້າເປັນອາຊີບທີ່ມີສະເໜ່ຂອງແມ່ຍິງຊົນເຜົ່າມົ້ງ

ຊົນເຜົ່າມົ້ງ ໃຊ້ຊີວິດແບບຜະລິດໃຊ້ເອງ ແລະ ປະກອບອາຊີບຫັດຖະກຳເປັນຫຼັກ ໂດຍສະເພາະການຕ່ຳຜ້າ ແລະ ຕັດຫຍີບຊຸດພື້ນເມືອງ ທີ່ໄດ້ກາຍເປັນອາຊີບທີ່ມີສະເໜ່ ແລະ ເປັນເອກະລັກວັດທະນະທຳຂອງຊົນເຜົ່າມົ້ງ.

ເຈົ້າມີວິທີແນວໃດໃນການຮັກສາສິ່ງແວດລ້ອມ?

ທຳມະຊາດຄືແຫ່ງກຳເນີດ ແລະ ເປັນທີ່ເພິ່ງພາຂອງທຸກຊີວິດໃນໂລກ, ຖ້າສັບພະຍາກອນທຳມະຊາດດີ ກໍປຽບເໝືອນສົມບັດທີ່ມີຄ່າຂອງມະນຸດ, ມະນຸດທຸກຄົນ ມີສ່ວນໃນການໃຊ້ຊັບພະຍາກອນທຳມະຊາດ ດັ່ງນັ້ນ ຈຶ່ງເປັນໜ້າທີ່ຂອງທຸກຄົນເຊັ່ນກັນ ທີ່ຈະຕ້ອງອະນຸລັກຮັກສາສິ່ງແວດລ້ອມ ເຊິ່ງມື້ນີ້ ເຮົາມີໂອກາດໄດ້ສອບຖາມນັກສຶກສາ ສອງນ້ອງ ທີ່ກຳລັງສຶກສາຢູ່ຄະນະສິ່ງແວດລ້ອມ ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບການຮັກສາທຳມະຊາດແບບນັກສຶກສາສິ່ງແວດລ້ອມມາຝາກກັນ.

ບຸນເພັງ ໂນຕະວັນ ຜູ້ສືບທອດເຂົ້າໜົມລາວລຸ້ນທີ່ 3

ເຂົ້າໜົມຫວານ ເປັນອີກອາຊີບໜຶ່ງ ທີຫາລ້ຽງທຸກຄົນໃນຄອບຄົວ, ໃຫ້ມີກິນ, ມີຢູ່ ແບບສະດວກສະບາຍຂື້ນ ແລະ ສ້າງເນື້ອສ້າງໂຕໃຫ້ຄອບຄົວເຮົາໄດ້ ທ້າວ ບຸນເພັງ ໂນຕະວັນ ຜູ້ສືບທອດເຂົ້າໜົມລາວລຸ້ນທີ່ 3 ໄດ້ກ່າວຕໍ່ອິນໄຊຣລາວ.

ການແສ່ວຜ້າເອກະລັກທີ່ໂດດເດັ່ນຂອງແມ່ຍິງຊົນເຜົ່າອິວມຽນ

ຊົນເຜົ່າອິວມຽນ ເປັນຊົນເຜົ່າທີ່ມີສີມືທາງດ້ານສິລະປະ ແລະ ຫັດຖະກຳເປັນຢ່າງຫຼາຍ, ຜູ້ຊາຍຊົນເຜົ່າອິວມຽນ ມີຄວາມຊ່ຽວຊານ ດ້ານການເຮັດເຄື່ອງເງິນ, ສ່ວນແມ່ຍິງ ມີສີມືດ້ານການແສ່ວຜ້າທີ່ງົດງາມ, ມີເທັກນິກການຈັບເຂັມໃນຂະນະທີ່ປັກ ແລະ ຈະໃຊ້ວິທີ່ປີ້ນເອົາທາງໜ້າຂອງຜ້າລົງ ແລ້ວຈຶ່ງແສ່ວທາງດ້ານຫຼັງຂອງຜ້າ ໂດຍຈະບໍ່ມີການພີກກັບມາເບິ່ງ ດ້ານໜ້າອີກຈົນກວ່າຜ້າແສ່ວນັ້ນຈະສຳເລັດ ຈົນກາຍມາເປັນເອກະລັກຂອງແມ່ຍິງຊົນເຜົ່າອິວມຽນ.