Monday, February 10, 2025

“ບັງເອີນຮັກ ຂ້ອຍຮັກເຈົ້າ” ຮູບເງົາ ລາວ-ໄທ ກຽມເຂົ້າສາຍ 23 ມີນາ ນີ້.

ພາຍຫຼັງທີ່ຮູບເງົາ “ບັງອີນຮັກ ຂ້ອຍຮັກເຈົ້າ” ໄດ້ມີການເປີດສາຍໃນຮອບສື່ມວນຊົນຢູ່ໄທ ແລະ ລາວ ເປັນທີ່ຮຽບຮ້ອຍແລ້ວ ຮູບເງົາດັ່ງກ່າວກໍມີແຜນເປີດສາຍຢູ່ທີ່ໂຮງຮູບເງົາທັງໄທ ແລະ ລາວ ໃນວັນທີ 23 ມີນາ 2023.


“ບັງເອີນຮັກ ຂ້ອຍຮັກເຈົ້າ” ເປັນຮູບເງົາໂຣແມນຕິກ, ທີ່ສື່ເຖິງຄວາມຮັກຂອງສອງຝັ່ງແມ່ນ້ຳຂອງ ລະຫວ່າງ ລາວ-ໄທ ທີ່ເກີດຂຶ້ນຈາກຄວາມບັງເອີນພົບກັນລະຫວ່າງພະເອກ ທາງຝັ່ງໄທ (ຮັບບົດໂດຍ: ກ້ອງ ພານຸກອນ ອິນຍີ້ມ) ແລະ ນາງເອກທີ່ຢູ່ ສປປ ລາວ (ເຊິ່ງຮັບບົດໂດຍ: ລູກນ້ຳ ທິດາລັດ ວົງສິລິ) ຈຶ່ງກໍ່ໃຫ້ເກີດຄວາມຮັກຂຶ້ນມາ ເຊິ່ງຊື່ເລື່ອງກໍໄດ້ບົ່ງບອກໄວ້ຢ່າງຊັດເຈນຢູ່ແລ້ວວ່າ: “ບັງເອີນຮັກ ຂ້ອຍຮັກເຈົ້າ”.


ຮູບເງົາເລື່ອງນີ້ ເປັນຮູບເງົາແນວສົ່ງເສີມດ້ານວັດທະນະທຳ ແລະ ການທ່ອງທ່ຽວໃນ ນະຄອນຫຼວງ ວຽງຈັນ (ລາວ) ແລະ ຈັງຫວັດ ອຸດອນທານີ (ໄທ) ເຊິ່ງເນື້ອຫາສາລະເປັນເລື່ອງຂອງຊາຍໜຸ່ມໃນເມືອງໃຫຍ່ ທີ່ມື້ໜຶ່ງໄດ້ມາພົບກັບຈຸດປ່ຽນຂອງຄວາມຮັກ ຈົນເຮັດໃຫ້ເກີດຄວາມບັງເອີນພົບກັນກັບນາງເອກ.


ຈາກການສອບຖາມຜູ້ທີ່ເຂົ້າມາຊົມໃນຮອບສື່ມວນຊົນ ໃນວັນທີ່ 19 ມີນາ 2023 ທີ່ຜ່ານມາ ໃຫ້ຮູ້ວ່າ: ຮູບເງົາເລື່ອງນີ້ສາມາດເຮັດໃຫ້ຜູ້ຊົມ ລຸ້ນໄດ້ຕະຫຼອດເວລາວ່າ ພະເອກ ແລະ ນາງເອກ ຈະກັບມາພົບກັນອີກໃນຕອນໃດ ແລະ ຄວາມຮັກຂອງພວກເຂົາຈະຈົບແບບໃດ.

ແຕ່ກໍຍັງມີບາງຄົນທີ່ບອກວ່າ: ເລື່ອງບໍ່ຄ່ອຍຕື່ນເຕັ້ນປານໃດ ເປັນແບບລຽບໆ ບົດພະເອກ ແລະ ນາງເອກ ຍັງບໍ່ເດັ່ນເທົ່າທີ່ຄວນ ແຕ່ກໍມີບາງຕອນເຮັດໃຫ້ຜູ້ຊົມມີອາລົມມ່ວນຊື່ນຂະນະທີ່ກຳລັງເບິ່ງໄດ້.
ນອກຈາກນີ້, ໃນຕອນທ້າຍເລື່ອງຍິ່ງເຮັດໃຫ້ເຮົາລຸ້ນຫຼາຍຂຶ້ນກວ່າເກົ່າ ເພາະບໍ່ອາດຄາດເດົາໄດ້ວ່າ ເລື່ອງຈະຈົບແບບໃດ ເປັນໄປຕາມທີ່ເຮົາຄິດ ຫຼື ບໍ່? (ຖ້າຢາກຮູ້ວ່າເລື່ອງຈະຈົບແບບໃດນັ້ນ ກໍຢ່າລືມໄປຕິດຕາມຊົມນຳກັນເດີ້) ໃນວັນທີ 23 ມີນາ 2023 ນີ້ ທີ່ໂຮງຮູບເງົາ MAJOR PLATINUM CINAPLEX.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: