Saturday, January 25, 2025

“ດົນຕີ” ຄວນເປັນຫຼາຍກວ່າງານອາດິເຣກ

ຍອມຮັບວ່າ ໃນປັດຈຸບັນໄວໜຸ່ມລາວສ່ວນຫຼາຍໃຫ້ຄວາມສົນໃຈຕໍ່ສຽງດົນຕີ ທັງມີແນວຄິດ, ການປະດິດແຕ່ງທີ່ຫຼາກຫຼາຍ, ທັນສະໄໝ ແລະ ເປີດກວ້າງຂຶ້ນ; ແຕ່ຖ້າຖາມເຖິງສິລະປິນ ຄ້າຍເພງ ຫຼື ນັກຮ້ອງແທ້ໆ ເກືອບນັບໄດ້ເລີຍວ່າມີຈັກຄົນ, ມີຈັກຄ້າຍ ເພາະຫຍັງຈຶ່ງເປັນແບບນັ້ນ? ອາດຈະເປັນຍ້ອນຫຼາຍຄົນຍັງຄິດວ່າ ດົນຕີເປັນພຽງງານອາດີເຣກ ຫຼິ້ນແຕ່ໃນຍາມວ່າງ ເຮັດມັນເພາະມັກ ແຕ່ກໍຍັງຫາລາຍໄດ້ໃຫ້ຕົນເອງບໍ່ໄດ້ ຫຼື  ອີກຢ່າງໜຶ່ງອາດເປັນເພາະເຮົາຍັງຂາດການສະໜັບສະໜູນ ແລະ ຍົກສູງດ້ານດົນຕີບໍ?

ໃນຍຸກທີ່ທຸກຄົນສາມາດເຂົ້າເຖິງສື່ມີເດຍໄດ້ງ່າຍດາຍພຽງປາຍນິ້ວ, ສາມາດເບິ່ງຊົມຜົນງານຂອງໃຜກໍໄດ້ທີ່ຕົນເອງມັກໃນໂລກນີ້ຜ່ານທາງອິນເຕີເນັດ ແລະ ແພັດຟອມຕ່າງໆ ແລະ ນີ້ກໍຖືເປັນຊ່ອງທາງທີດີໃນການສ້າງຕົວຕົນ, ຜົນງານດ້ານດົນຕີອອກສູ່ສາຍຕາມວນຊົນໄດ້.

ເຮົາລອງມາເບິ່ງ ຜົນດີຂອງດົນຕີນຳກັນວ່າ ມັນເປັນຫຼາຍກວ່າງານອາດີເຣກແບບໃດ?

  • ດົນຕີປຽບເໝືອນເພື່ອນແທ້: ບໍ່ວ່າຍາມທຸກ, ເສົ້າ, ເຫງົາໃຈ ຫຼາຍຄົນກໍມັກຈະມີສຽງເພງ ສຽງດົນຕີຢູ່ເປັນໝູ່ເພື່ອນ ຫຼາຍຄົນກໍເລືອກທີ່ຈະສື່ສານທຸກອາລົມນັ້ນອອກມາຜ່ານເນື້ອຮ້ອງ ທຳນອງເພງຕ່າງໆ.
  • ດົນຕີສາມາດເປັນເຄື່ອງມືສື່ສານໄດ້: ຫຼາຍຄົນທີ່ມັກໃຊ້ເພງເພື່ອເປັນຕົວແທນຄວາມຮູ້ສຶກ ຫຼື ສິ່ງທີ່ຢາກສື່ສານກັບຄົນອື່ນ, ໃຊ້ດົນຕີເພື່ອບອກເລົ່າອາລົມ ຄວາມຮູ້ສຶກໃຫ້ຄົນອື່ນຮັບຮູ້, ໃຊ້ດົນຕີເພື່ອສົ່ງຕໍ່ຄວາມຮັກ ຫຼື ຄວາມຮູ້ສຶກດີໆ ແບບນີ້ກໍມີຫຼາຍ.
  • ດົນຕີຊ່ວຍເສີມສ້າງຈິນຕະນາການ ແລະ ຄວາມຄິດສ້າງສັນ: ເພີ່ມສຳມະທິ ປົດປ່ອຍຕົນເອງຜ່ານອາລົມສູນທະລີໄດ້ດີ.

ດົນຕີ ມັກຈະມອບຄວາມສຸກໃຫ້ທັງຜູ້ສ້າງ ແລະ ຜູ້ຟັງສະເໝີ ບໍ່ວ່າຍຸກສະໄໝໃດກໍຕາມ ຍິ່ງປັດຈຸບັນດົນຕີແມ່ນໄຮ້ພົມແດນແລ້ວ ໄວໜຸ່ມຍຸກໃໝ່ສາມາດສ້າງສັນຜົນງານອອກມາທີ່ດີ ແລະ ແປກໃໝ່ ເຊື່ອວ່າຈະເຮັດໃຫ້ວົງການເພງ ຫຼື ສຽງດົນຕີຂອງລາວເຮົາກ້າວໄກ ແລະ ເປັນທີ່ຮູ້ຈັກໄປທົ່ວໂລກໃນອະນາຄົດ ເຊິ່ງມັນຕ້ອງເລີ່ມຈາກເຮົາຊ່ວຍກັນພັກດັນ ສົ່ງເສີມ ແລະ ສ້າງສັນຜົນງານອອກມາ ໃຫ້ສຽງດົນຕີນີ້ ເປັນຫຼາຍກວ່າ ງານອະດີເຣກ ແຕ່ສາມາດເປັນອາຊີບ, ສ້າງຊື່ສຽງ, ເງິນຄຳ ແລະ ພາບພົດທີ່ດີໃຫ້ແກ່ຕົນເອງ, ຄອບຄົວ ລວມເຖິງປະເທດຊາດໄດ້.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ