Monday, April 21, 2025

3 ເລື່ອງດີໆທີ່ເກີດຂຶ້ນຈາກຄວາມຜິດພາດ

ໃນເວລາທີ່ຄົນເຮົາເກີດຄວາມຜິດພາດ ມັກໄດ້ຍິນຄຳເວົ້າທີ່ວ່າ “ຄົນເຮົາຊະນະແດ່ແພ້ແດ່ບໍ່ເປັນຫຍັງ” ຈາກນັ້ນ ກໍເດີນໜ້າຕໍ່ໄປດ້ວຍວິທີການແບບເກົ່າ ໂດຍລືມໄປວ່າ ສິ່ງສຳຄັນທີ່ສຸດ ເມື່ອເກີດຄວາມຜິດພາດຂຶ້ນແລ້ວ ຄືການຮຽນຮູ້ຈາກຄວາມຜິດພາດ ເພື່ອທີ່ຈະບໍ່ໄດ້ເຮັດຜິດຊ້ຳໆ  ແລ້ວພັດທະນາຕົນເອງ ໃຫ້ກ້າວໄປຮອດຈຸດໝາຍທີ່ຕັ້ງໃຈໄວ້.

ບັນຫາບໍ່ແມ່ນອຸປະສັກ ທີ່ມີແຕ່ເຮັດໃຫ້ເຮົາທຸກ ແຕ່ໃນຄວາມເປັນຈິງແລ້ວ ບັນຫາມັນໄດ້ສ້າງໂອກາດດີໆໃຫ້ກັບເຮົາຢູ່ເລື້ອຍໆ, ຖ້າເຮົາເບິ່ງມູມມອງທີ່ກົງກັນຂ້າມກັບມັນ ດັ່ງ 3 ສິ່ງດີໆທີ່ເກີດຂຶ້ນຫຼັງຄວາມຜິດພາດດັ່ງນີ້:

ອຸປະສັກ ແລະ ຄວາມລົ້ມເຫຼວເຮັດໃຫ້ເຮົາຢືນຢູ່ກັບຕົນເອງໄດ້ຫຼາຍຂຶ້ນ: ສິ່ງໃດເກີດຂຶ້ນແລ້ວ ສິ່ງນັ້ນດີສະເໜີ ບໍ່ວ່າຈະເປັນເລື່ອງຄວາມຜິດພາດ ຫຼື ຄວາມສຳເລັດ ພຽງແຕ່ຕົວເຮົານັ້ນຕ້ອງເກັບກ່ຽວທຸກປະສົບການ ມາເປັນບົດຮຽນ ທີ່ໃຊ້ເສີມສ້າງພຸມຄຸ້ມກັນໃຫ້ກັບຕົນເອງຕໍ່ໄປໃນອານະຄົດ, ຢ່າຢ້ານຄວາມຜິດພາດ ຫຼື ຈົມຢູ່ກັບຄວາມຜິດພາດດົນເກີນໄປ, ຫາກພົບກັບຂໍ້ຜິດພາດ ໃຫ້ພະຍາຍາມລຸກຂຶ້ນຢ່າງເຂັ້ມແຂງ ແລ້ວກ້າວເດີນຕໍ່ໄປຢ່າງສະຫງ່າງາມ, ແນ່ນອນວ່າການພົບກັບເລື່ອງເຫຼົ່ານີ້ ຈະເຮັດໃຫ້ຫຼາຍໆຄົນໝົດກຳລັງໃຈ ຫຼືທໍ້ແທ້ ແຕ່ຄວາມເປັນຈິງນັ້ນ ກໍຍັງມີຫຼາຍໆຄົນໃຊ້ຄວາມຜິດພາດເຫຼົ່ານັ້ນ ເຮັດໃຫ້ຕົນເອງຮັບກັບສະຖານະການຕ່າງໆໄດ້ຫຼາຍຂຶ້ນ ຈົນເຮັດໃຫ້ແຂງແກ່ນ ກວ່າຄົນທີ່ບໍ່ເຄີຍຜິດພາດເລີຍ.

ການເກີດຄວາມຜິດພາດເຮັດໃຫ້ເຮົາເປັນຜູ້ໃຫຍ່ຂຶ້ນ: ການໄດ້ພົບກັບບັນຫາ ແລະ ອຸປະສັກຕ່າງໆ ລວມທັງສິ່ງທີ່ເຄີຍຜິດພາດມານັ້ນ ຈະກາຍເປັນປະສົບການທີ່ດີ ທີ່ເຮັດໃຫ້ເຮົາໃຫຍ່ຂຶ້ນ ແລະ ມີຄວາມພ້ອມຫຼາຍກວ່າເກົ່າ, ເພາະການເຮັດສິ່ງທີ່ຜິດພາດ ເປັນເລື່ອງທີ່ມະນຸດທົ່ວໄປຫຼີກລ້ຽງບໍ່ໄດ້ ໃຫ້ຄິດສາວ່າຄວາມຜິດພາດນັ້ນເປັນບົດຮຽນ ແລະ ເປັນຄຳແນະນຳທີ່ດີ ອີກທັງຍັງເຮັດໃຫ້ຊີວິດຂອງເຮົາດີຂຶ້ນໄດ້ ເພາະຄວາມຜິດພາດມັນໄດ້ສອນສິ່ງໃໝ່ໆ ແລະ ເຮັດໃຫ້ເຮົາເບິ່ງໂລກໄດ້ກວ້າງຂຶ້ນ.

ຄວາມຜິດພາດສ້າງໂອກາດໃຫ້ເຮົາ: ຫຼາຍໆເທື່ອທີ່ຊີວິດ ໄດ້ຮັບໂອກາດດີໆ ຫຼື ປ່ຽນຊີວິດຂອງເຮົາໄປ, ຂໍ້ຜິດພາດເປັນຜົນດີຫຼາຍຢ່າງ ຕໍ່ກັບການຮຽນຮູ້, ການເຮັດຜິດພາດ ສາມາດຊ່ວຍໃຫ້ເຮົາກັບມາຕັ້ງຫຼັກ, ຕັ້ງສະມາທິ ໃນສິ່ງທີ່ເຮົາກຳລັງເຮັດໃຫ້ຫຼາຍຂຶ້ນ ແລະ ຈະເຮັດໃຫ້ກະຕືລືລົ້ນ ແລະ ພະຍາຍາມເຮັດໜ້າທີ່ຂອງເຮົາໃຫ້ດີຂຶ້ນ ເພື່ອເຮັດໃຫ້ເກີດຄວາມພິດພາດທີ່ນ້ອຍທີ່ສຸດ.

ຂັດຈາກບາງສ່ວນຂອງໜັງສື John C. Maxwell ຂຽນໄວ້ກ່ຽວກັບເລື່ອງປະໂຫຍດຈາກບັນຫາ ແລະ ອຸປະສັກຕ່າງໆ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.