Monday, January 20, 2025

Tag: ບໍ່​ກິນ​ທາດແປ້ງ

ບໍ່​ກິນ​ທາດແປ້ງ: ຄວາມ​ເຊື່ອ​ຜິດໆ ຂອງ​ຄົນ​ຢາກຈ່ອຍ.

​ກ່ອນອື່ນ ໃຫ້ທ່ານເຂົ້າໃຈກ່ອນວ່າ ອາຫານທາດແປ້ງ ຫຼື ຄາ​ໂບ​ໄຮ​ເດຣດ ​ເປັນ​ນຶ່ງ​ໃນ​ອາຫານ 5 ໝວດໝູ່ ທີ່​ຮ່າງກາຍ​ຕ້ອງການ​ໃນ​ແຕ່​ລະມື້ ຄື ​ເມື່ອ​ຄາ​ໂບ​ໄຮ​ເດຣດ ​ເຂົ້າ​ສູ່​ຮ່າງກາຍ​ ຮ່າງກາຍ​ກໍ​ຈະ​ແປງ​ເປັນນຳ້ຕານ ກລູ​ໂກດ ຊຶ່ງມີໜ້າທີ່​ໃຫ້​ພະລັງງານ​ແກ່​ຮ່າງກາຍ ບໍ່​ວ່າ​ຈະ​ເຮັດ​ກິດຈະ​ກຳ​ໃດໆກໍ​ຕາມ ທຸກ​ກິດຈະ​ກຳ​ລ້ວນ​ແລ້ວ​ແຕ່​ຕ້ອງການ​ພະລັງງານ​ທັງ​ນັ້ນ. ດັ່ງ​ນັ້ນ​ ຖ້າຫາກ​ຮ່າງກາຍ​ໄດ້​ຮັບ​ຄາ​ໂບ​ໄຮ​ເດຣດ ບໍ່ພຽງພໍ ອາດ​ເຮັດ​ໃຫ້​ເຮົາ​ຂາດ​ພະລັງງານ ​ໃນ​ການ​ເຮັດ​ກິດຈະ​ກຳດັ່ງກ່າວ, ຄວາມຄິດເຊື່ອງຊ້າ, ​ເມື່ອ​ງ່າຍ ຫຼື ອາດ​​ເຖິງ​ຂັ້ນ​ຫິວ, ມື​ສັ່ນ, ຢາກກິນ​ສິ່ງ​ທີ່​ຫວານໆ ຊຶ່ງຫຼາຍຄົນກໍ​ອາດ​ຈະ​ມີ​ອາການ​ແບບ​ນີ້ມາ​ແລ້ວ.

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!