Tag: ຜົນເສຍຂອງການຕິດໜ້າຈໍ

ຜົນເສຍ! ຂອງການຕິດໜ້າຈໍມືຖື.

ຄົນຍຸກນີ້ ພາກັນໃຊ້ສະມາດໂຟນ ເປັນຈຳນວນຫຼາຍ ແລະແຜ່ຫຼາຍ, ຂະນະທີ່ແສງຈາກໜ້າຈໍສະມາດໂຟນນັ້ນ ສົ່ງຜົນກະທົບຫຼາຍ ທີ່ຫຼາຍຄົນຍັງບໍ່ຮູ້. ນອກຈາກນີ້ ໜ້າຈໍຄອມພິວເຕີ່ ແລະ ແທັບເລັດ ກໍຍັງສົ່ງຜົນເສຍເຊັ່ນກັນ ຖ້າຫຼາຍຄົນຍິ່ງເຮັດວຽກກັບໜ້າຈໍເໝິດມື້ ນອກເໜືອຈາກເວລາເຮັດວຽກແລ້ວຍັງຕິດໜ້າຈໍ ສະມາດໂຟນ ຫຼື ແທັບເລັດອີກ ເພື່ອເຮັດກິດຈະກຳຕ່າງໆ. ສິ່ງທີ່ທ່ານຄວນຮູ້ ກໍຄື ມັນຈະນຳເອົາຜົນເສຍຫຼາຍຢ່າງມາສູ່ສຸຂະພາບຂອງທ່ານເອງ.