ຜົນເສຍ! ຂອງການຕິດໜ້າຈໍມືຖື.

ຄົນຍຸກນີ້ ພາກັນໃຊ້ສະມາດໂຟນ ເປັນຈຳນວນຫຼາຍ ແລະ ແຜ່ຫຼາຍ, ຂະນະທີ່ແສງຈາກໜ້າຈໍສະມາດໂຟນນັ້ນ, ສົ່ງຜົນກະທົບຫຼາຍ ທີ່ຫຼາຍຄົນຍັງບໍ່ຮູ້. ນອກຈາກນີ້ ໜ້າຈໍຄອມພິວເຕີ ແລະ ແທັບເລັດ ກໍຍັງສົ່ງຜົນເສຍເຊັ່ນກັນ ຖ້າຫຼາຍຄົນຍິ່ງເຮັດວຽກກັບໜ້າຈໍໝົດມື້ ນອກເໜືອຈາກເວລາເຮັດວຽກແລ້ວ ຍັງຕິດໜ້າຈໍ ສະມາດໂຟນ ຫຼື ແທັບເລັດອີກ ເພື່ອເຮັດກິດຈະກຳຕ່າງໆ. ສິ່ງທີ່ທ່ານຄວນຮູ້ ກໍຄື ມັນຈະນຳເອົາຜົນເສຍຫຼາຍຢ່າງມາສູ່ສຸຂະພາບຂອງທ່ານເອງ.

  • ສົ່ງຜົນເສຍໃນດ້ານສາຍຕາ ເຊັ່ນ ຕາແຫ້ງ, ກ້າມຊີ້ນຕາເຮັດວຽກໜັກ ຫຼື ຈໍຮັບຕາທີ່ຜິດປົກກະຕິ.
  • ສົ່ງຜົນເສຍຕໍ່ກ້າມຊີ້ນສ່ວນຕ່າງໆ ເຊັ່ນ ເຈັບຄໍ, ບ່າໄຫຼ່, ແຂນ, ນິ້ວລັອກ.
  • ສະໝອງຕອບສະໜອງກັບສະມາດໂຟນ, ກະຕຸ້ນໃຫ້ສະໝອງເກີດຄວາມສຸກ ເຮັດໃຫ້ເກີດໂຣກຕິດສຸກ ແລະຢາກຫຼິ້ນຫຼາຍຂຶ້ນກວ່າເກົ່າ.
  • ສະມາທິສັ້ນລົງ ສົ່ງຜົນຕໍ່ປະສິດທິພາບການເຮັດວຽກ.
  • ເຮັດໃຫ້ເກີດໂຣກອ້ວນ ເພາະບໍ່ຄ່ອຍໄດ້ເຄື່ອນໄຫວຮ່າງກາຍ.
  • ບໍ່ມີປະຕິສຳພັນກັບຄົນອ້ອມຂ້າງ.
  • ມີບັນຫາດ້ານອາລົມ ເພາະບໍ່ມັກເຂົ້າສັງຄົມ ອາດກໍ່ໃຫ້ເກີດອາການຊຶມເສົ້າ.
  • ມີບັນຫາການນອນ ເພາະວ່າແສງສີຟ້າຈາກເຄື່ອງມືສື່ສານ ສົ່ງຜົນຕໍ່ການຫຼັ່ງເມລາໂທນິນ ເຮັດໃຫ້ນອນບໍ່ຫຼັບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...