ຊ່າງຖ່າຍພາບ ຕາມແຫຼ່ງທ່ອງທ່ຽວ ອາຊີບທີຖືກກະທົບຈາກໂຄວິດ

ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຫຼາກຫຼາຍອາຊີບ ແລະ ອາຊີບຊ່າງຖ່າຍພາບຕາມສະຖານທີ່ທ່ອງທ່ຽວ ກໍເປັນອີກໜຶ່ງອາຊີບທີ່ໄດ້ຮັບຜົນກະທົບຈາກ ໂຄວິດ ເຊັ່ນກັນ ເນື່ອງຈາກມີນັກທ່ອງທ່ຽວຫຼຸດລົງຕາມສະຖານທີ່ທ່ອງທ່ຽວຕ່າງໆ ເຮັດໃຫ້ລາຍຮັບຂອງຜູ້ທີ່ເຮັດອາຊີບນີ້ກໍຫຼຸດລົງເຊັ່ນກັນ.

ຈາກການໃຫ້ສຳພາດ ອ້າຍຈື່ ອາຍຸ 40 ປີ ບ້ານປາກຊາບ ແຖວກະເສດນາບົງ ເພີ່ນເຮັດອາຊີບຊ່າງພາບນີ້ມາເປັນເວລາ 20 ກວ່າປີແລ້ວ ຖາມວ່າມັກອາຊີບນີ້ບໍ່ກະບໍ່ໄດ້ມັກປານໃດ ຖ້າມີອາຊີບອື່ນທີດີ ແລະມີລາຍໄດ້ໝັ້ນຄົງກວ່ານີ້ ກໍຢາກໄປເຮັດອາຊີບອື່ນ ແຕ່ດຽວນີ້ຍັງຫາບໍ່ໄດ້ກໍເລີຍຕ້ອງເຮັດອາຊີບນີ້ໄປກ່ອນເພື່ອຫາລ້ຽງຄອບຄົວ ສ່ວນເມຍກະຕ່ຳສິ້ນໄໝ ເພື່ອວາງຂາຍຕາມຕະຫຼາດ ແລະຍັງມີລູກນ້ອຍອີກ 3 ຄົນໃຫ້ຄ່ອຍເບິ່ງແຍງ ຈຶ່ງຕ້ອງຢາກມີລາຍໄດ້ທີໝັ້ນຄົງກວ່ານີ້. ຢູ່ໃນຊ່ວງສັງຄົມທັນສະໄໝແລ້ວ ຄົນສ່ວນຫຼາຍກໍຈະມັກໃຊ້ກ້ອງຈາກມືຖືເພື່ອຖ່າຍພາບເອງຫຼາຍກວ່າແຕ່ກ່ອນທີໃຫ້ຊ່າງພາບຖ່າຍໃຫ້ ລູກຄ້າສ່ວນຫຼາຍຈະເປັນຄົນຕ່າງແຂວງທີມາຈາກ ພາກເໜືອ ແລະພາກໃຕ້.

ກ່ອນທີໂຄວິດ 19 ຈະເຂົ້າມາແພ່ລະບາດ ເຮັດໃຫ້ມີລາຍໄດ້ພໍກິນພໍໃຊ້ໃນຄອບຄົວ ຢ່າງຕ່ຳມື້ໜຶ່ງບໍ່ໄດ້ແທ້ໆກະປະມານ 100.000 ກີບຂຶ້ນໄປ ຫຼາຍສຸດກະປະມານ 2-3 ແສນຕໍ່ມື້ ແລະຢູ່ໃນຊ່ວງໂຄວິດລະບາດແຮງກະໄດ້ໂຈະການຖ່າຍພາບເຮັດໃຫ້ຂາດລາຍຮັບໄປຊ່ວງໜຶ່ງ ແຕ່ພໍໂຄວິດຊາລົງກັບມາຖ່າຍພາບກະບໍ່ເປັນຄືແຕ່ກ່ອນ ບໍ່ມີນັກທ່ອງທຽວຫຼາຍລາຍໄດ້ກໍຂາດຫາຍໄປນຳ.

ສຳລັບ ອ້າຍໄຊສະຫວັນ ກໍເປັນຊ່າງພາບອີກຜູ້ໜຶ່ງ ທີ່ຖືກກະທົບຈາກການແຜ່ລະບາດຂອງ ໂຄວິດ-19 ເພິ່ນບອກວ່າ ເພິ່ນເຮັດອາຊີບນີ້ມາໄດ້ 10 ກວ່າປີແລ້ວ ຍ້ອນຄວາມຮັກມັກ ໃນອາຊີບຊ່າງພາບ ຈຶ່ງເລືອກທີ່ຈະຍຶດອາໍີບນີ້ລ້ຽງຊີບ. ອ້າຍໄຊສະຫວັນ ເວົ້າວ່າ ກ່ອນໂຄວິດ ແລະ ຫຼັງໂຄວິດເຂົ້າມາ ຈະແຕກຕ່າງກັນຫຼາຍ ເພາະກ່ອນໂຄວິດ ລາຍຮັບກະພໍໃຊ້ຈ່າຍໄດ້ ແຕ່ຫຼັງໂຄວິດເຂົ້າມາ ລາຍໄດ້ກໍບໍ່ຄ່ອຍດີປານໃດ ສິນຄ້າທຸກປະເພດກໍແພງຂຶ້ນ ເປັນຕົ້ນນ້ຳມັນ ແລະ ເຄື່ອງອຸປະກອນຖ່າຍພາບ ເຊັ່ນ: ເຈ້ຍອັດຮູບ, ສີ ຈະແພງຂຶ້ນຫຼາຍ. ແຕ່ການຖ່າຍພາບ ພັດມີລູກຄ້າຫຼຸດໜ້ອຍຖອຍລົງ ບາງມື້ກະມີນັກທ່ອງທ່ຽວ ບາງມື້ກະບໍ່ມີເລີຍ, ນັກທ່ອງທ່ຽວຈະມັກມາປະມານ 8:00-10:00 ໂມງເຊົ້າ ແລະ 4:00-7:00 ໂມງແລງ ຄົນສ່ວນຫຼາຍທີ່ມາຖ່າຍຈະເປັນຜູ້ເຖົ້າ, ໄວກາງຄົນ ຫຼື ກຸ່ມຄົນທີມາກັບຄອບຄົວຖ່າຍເກັບໄວ້ເພື່ອເປັນທີ່ລະນຶກເທົ່ານັ້ນ.

“ຂ້ອຍບໍ່ຄິດທີຈະປ່ຽນໃຈ ໄປເຮັດອາຊີບອື່ນເລີຍ ເພາະມັກໃນອາຊີບນີ້ຫຼາຍ ເຖິງຈະມີຜົນກະທົບ ຫຼື ພົບຄວາມຫຍຸ້ງຍາກຊ່ຳໃດ ກໍຍັງຈະຄົງສູ້ເຮັດອາຊີບນີ້ຕໍ່ໄປ ເພາະຂ້ອຍເລີ່ມຖ່າຍຮູບມາ ຕັ້ງແຕ່ກ້ອງຟີມພຸ້ນແລ້ວ” ອ້າຍໄຊສະຫວັນ ກ່າວ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...