Friday, April 17, 2026
Kbank Laos โอน รับ จ่าย
-->

ຂ່າວເດັ່ນ! ສຳນັກຂ່າວເດຍລາວ

ປະຈຳວັນທີ 7 ພຶດສະພາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຫົວໜ້າພະແນກ ກປ ແຂວງຄໍາມ່ວນ ເນັ້ນໃຫ້ເມືອງໜອງບົກເອົາໃຈໃສ່ດ້ານປັດໄຈການຜະລິດ

อาจเป็นรูปภาพของ 2 คน

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການເກັບກ່ຽວເຂົ້ານາແຊງໃນລະດູການຜະລິດປີ 2022

ຍັງໄດ້ເນັ້ນໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເອົາໃຈໃສ່ບາງບັນຫາຄື: ມາຮອດປະຈຸບັນການເກັບກ່ຽວເຂົ້ານາແຊງຂອງຊາວກະສິກອນເມືອງໜອງບົກແມ່ນໃກ້ຈະສໍາເລັດແລ້ວເຊິ່ງໃນລະດູການຕໍ່ໄປແມ່ນຈະກ້າວສູ້ລະດູການເຮັດນາປີສະນັ້ນຈິ່ງຮຽກຮ້ອງໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເອົາໃຈໃສ່ໃນການຫ້າງຫາກະກຽມດ້ານປັດໄຈການຜະລິດໂດຍສະເພາະແມ່ນແນວພັນ ແລະ ນອກຈາກນັ້ນແມ່ນໃຫ້ເອົາໃຈໃສ່ຄວບຄຸມພະຍາດທີ່ໝັກເກີດຂຶ້ນກັບສັດປະຈໍາລະດູການພາຍໃນເມືອງດ້ວຍການສັກຢາປ້ອງກັນພະຍາດ…ອ່ານຕໍ່

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມອບຕາຂ່າຍໄຟຟ້າໃຫ້ 7 ບ້ານເມືອງຈອມເພັດ

อาจเป็นรูปภาพของ 9 คน และ ผู้คนกำลังยืน

ຕາງໝ້າບໍລິສັດ ຮັບເໝົາກໍ່ສ້າງ ພ້ອມດ້ວຍຫ້ອງການກ່ຽວຂ້ອງເຂົ້າຮ່ວມວາລະພິທີ ກໍໄດ້ມີການເຊັນສັນຍາມອບ-ຮັບ ຕາຂ່າຍໄຟຟ້າແຮງກາງ ຂອງໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນຈຸດຜ່ານເມືອງຈອມເພັດ ໂດຍແມ່ນຂອງບໍລິສັດ ກໍ່ສ້າງເສັ້ນທາງລົດໄຟຟ້າລາວ-ຈີນ ເລກ 8 ສັນຍາ 2 ຊ່ວງສັນຍາ ທີ 3 ທີ່ຜ່ານເມືອງຈອມເພັດ ເປັນຜູ້ກໍ່ສ້າງ

ເພື່ອຮັບໃຊ້ເຂົ້າໃນໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນ ແລະບັນດາບ້ານຢູ່ພາຍໃນເມືອງ,ໃນ 7 ບ້ານ,ມີຄວາມຍາວ 19 ກິໂລແມັດ,ປະກອບ : ມີສາຍໄຟຟ້າ,ທັງໝົດ ແຕ່ບ້ານ ສະນົກ ຫາບ້ານ ຫ້ວຍແຂ້ ,ຍາວ 55 ກິໂລແມັດ,ພ້ອມເສົາໄຟທັງໝົດ 580 ຕົ້ນ ລວມມູນຄ່າທັງໝົດ 100ຕື້ກວ່າກີບ, ເຊິ່ງພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ,ທາງບໍລິສັດກໍ່ໄດ້ມອບຕາຂາຍດັ່ງກ່າວ ໃຫ້ເມືອງຈອມເພັດ ເປັນຜູ້ຮັບໃຊ້ໃນໄລຍະຕໍ່ໄປ…ອ່ານຕໍ່

ບ້ານລ້ອງກູ້ ຈະສຶບຕໍ່ແກ້ໄຂຄອບຄົວທີ່ທຸກຍາກພາຍໃນບ້ານໃຫ້ລຸດລົງດ້ວຍການປູກຝັງ-ລ້ຽງສັດ

อาจเป็นรูปภาพของ ต้นไม้ และ ท้องฟ้า

ບ້ານ ລ້ອງກູ້ ເມືອງວຽງໄຊ ແຂວງຫົວພັນ ຈະສຶບຕໍ່ແກ້ໄຂຄອບຄົວທີ່ທຸກຍາກພາຍໃນບ້ານໃຫ້ລຸດລົງດ້ວຍການປູກຝັງ-ລ້ຽງສັດ ເຊິ່ງພາຍໃນບ້ານປະກອບມີ 3 ເຜົ່າຢູ່ຮ່ວມກັນຄື: ເຜົ່າໄຕແດງ, ເຜົ່າມົ້ງ ແລະ ກຶມມຸ

ໃນນັ້ນມີ 207 ຫຼັງຄາເຮືອນ ມີພົນລະເມືອງ 1 ພັນກວ່າຄົນ, ຍິງ 4 ຮ້ອຍກວ່າຄົນ, ສ່ວນໃຫຍ່ແມ່ນມີອາຊີບຕົ້ນຕໍ່ແມ່ນເຮັດນາປູກເຂົ້າ, ປູກພືດ ແລະ ລ້ຽງສັດເປັນສິນຄ້າ ໃນການຫາລ້ຽງຄອບຄົວ…ອ່ານຕໍ່

ມອບ-ຮັບ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານຫ້ວຍຢອງ ເມືອງແອດ ແຂວງຫົວພັນ

อาจเป็นรูปภาพของ 12 คน และ ผู้คนกำลังยืน

ໂຄງການກໍ່ສ້າງ ໂຮງຮຽນໂຮງຮຽນມັດທະຍົມຕອນຕົ້ນຫ້ວຍຢອງ ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 10 ທັນວາ 2021 ເປັນຕົ້ນມາ ຈົນມາຮອດວັນທີ 4 ພຶດສະພາ 2022 ນີ້ໄດ້ສໍາເລັດ 100% ໃຊ້ເວລາກໍ່ສ້າງ 4 ເດືອນກວ່າ

ຊຶ່ງປະກອບມີ:ກໍ່ສ້າງ ອາຄານຮຽນ 1 ຫຼັງ ລວງກວ້າງ 9 ແມັດ, ລວງຍາວ 39 ແມັດ ຫຼັງຄາມຸງດ້ວຍອາລູຊິງ, ຝາກໍ່ດ້ວຍດິນຈີ່, ພື້ນເທດ້ວຍເບຕົງເສີມເຫຼັກ, ເພດານຫຍິບຊໍາ ປະກອບມີ 4 ຫ້ອງຮຽນ, 1 ຫ້ອງການຄູ ແລະຫ້ອງນໍ້າ 1 ຫຼັງ ມີ 4 ຫ້ອງ, ມີ ຫຼັກທຸງ 1 ຊຸດ ແລະ ເຟີນີເຈີຄົບຊຸດ, ລວມມູນການກໍ່ສ້າງທັງໝົດ 93.410 ໂດລາ ຫຼື 1 ຕື້ກ່ວາກີບ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກ: ລັດຖະບານ ແລະ ປະຊາຊົນຢີ່ປຸ່ນ…ອ່ານຕໍ່

ປກສ ເມືອງທ່າແຂກ ມ້າງກຸ່ມມົ້ວສຸມຢາເສບຕິດພ້ອມຂອງກາງຢາບ້າ 9.224 ເມັດ

อาจเป็นรูปภาพของ 6 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม

ທາງເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງທ່າແຂກ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ ຈຶ່ງໄດ້ນຳກຳລັງລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ພົບເຫັນຂອງກາງປະເພດຢາບ້າທີ່ຜູ້ກ່ຽວຊຸກເຊື່ອງໄວ້ຢູ່ທີ່ກະເປົາພາຍ ຈຳນວນ 391 ເມັດ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຈຶ່ງຮູ້ໄດ້ວ່າ: ຜູ້ຖືກຫາຊື່ທ້າວ ແອັດດີ້ ເພັດທະວົງ ອາຍຸ 34 ປີ, ປະຊາຊົນຢູ່ບ້ານໜອງບົວຄຳ ເມືອງທ່າແຂກ, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້,ພ້ອມທັງຮັບສາລະພາບຕື້ມອີກວ່າ: ຕົນເອງແມ່ນໄດ້ເລີ້ມພົວພັນເສບ ແລະ ຄ້າ-ຂາຍຢາບ້າມາຫຼາຍຄັ້ງແລ້ວແຕ່ປີ 2021 ເປັນຕົ້ນມາ…ອ່ານຕໍ່

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.