fbpx

News

ສູນນະວັດຕະກຳຊໍາຊຸງ ເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ

ຊຳຊຸງ ເປີດຕົວ “ສູນນະວັດຕະກຳ” ຫຼື “Samsung Innovation Campus” ທີ່ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ແຫ່ງທຳອິດ, ໂດຍແມ່ນໜຶ່ງໃນໂຄງການເພື່ອສັງຄົມທີ່ຖືກຈັດຂຶ້ນທົ່ວໂລກທັງໃນອາເມລິກາ, ເອີຣົບ ແລະ ອາຊີ, ລວມເຖິງ ສປປ ລາວ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບນະວັດຕະກຳເຕັກໂນໂລຊີໃຫ້ຊາວໜຸ່ມລາວ. ການລິເລີ່ມໂຄງການດັ່ງກ່າວແມ່ນເປັນສັກຂີພິຍານໂດຍທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ໃນລະຫວ່າງພິທີເຊັນບົດບັນທຶກຂໍ້ຕົກລົງ ທີ່ມະຫາວິທະຍາໄລແຫ່ງຊາດ, ສປປ ລາວ.

ແບ່ງປັນເລືອດແບ່ງປັນຄວາມຮັກ

ໃນວັນ ທີ 14 ກຸມພາ 2023 ຢູ່ທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດ ໄດ້ມີກິດຈະກຳ “ແບ່ງປັນເລືອດແບ່ງປັນຄວາມຮັກ” ເປັນການຮ່ວມມື້ກັນລະຫວ່າງ ສະຖາບັນເລືອດແຫ່ງຊາດ ແລະ ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ).

ອາຫານລາວທົ່ວທຸກພາກ ມາລວມກັນທີ່ ງານເທສະການອາຫານລາວ 2023 ບໍລິສັດ ເບຍລາວ ໃຫ້ການສະໜັບສະໜູນຫຼັກ

ທ່ານໄດ້ໄປເລາະ ງານເທສະການອາຫານລາວ ແລ້ວຫຼືຍັງ? ປີນີ້ເປັນປີທີ່ມີຄວາມຄຶກຄື້ນ ເປັນພິເສດ ແລະ ກໍ່ຍັງແມ່ນບໍລິສັດ ເບຍລາວ ທີ່ຮ່ວມສົ່ງເສີມອາຫານລາວ ກ້າວສູ່ສາກົນ ໂດຍການເປັນຄູ່ຮ່ວມຍຸດທະສາດ ງານເທດສະການອາຫານລາວ ນັບຕັ້ງແຕ່ປີທຳອິດ ຈົນເຖີງ ປະຈຸບັນ ລວມໄລຍະເວລາ 19 ປີ !

ເມືອງເຟືອງ ປິດການສັນຈອນຜ່ານຂົວເຫຼັກບ້ານນາທອງຊົ່ວຄາວ 3 ວັນ

ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເຟືອງ ໄດ້ໃຫ້ຮູ້ວ່າ: ໃນວັນທີ 14-16 ມັງກອນ 2023 ທາງບໍລິສັດ ເຮືອງສີກໍ່ສ້າງຊົວ-ທາງ ຈຳກັດ ຈະໄດ້ມ້າງໄມ້ຂົວອອກ ແລ້ວເອົາຜແຜ່ນໂຕ່ນມາໃສ່ເພື່ອຮັບປະກັນການສັນຈອນໄປມາ ຊົ່ວຄາວ.

ທະນາຄານແຫ່ງ ສປປ ລາວ ແຈ້ງປິດຮ້ານແລກປ່ຽນ ທົ່ວປະເທດ ຈຳນວນ 113 ຮ້ານ.

ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ທະນາຄານແຫ່ງ ສປປ ລາວ ຈະຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວ ແທນທັງຫມົດ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ ເຂິ່ງໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ, ດໍາເນີນການປິດ ບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ.

“Force for good” ມົງກຸດ Miss Universe ສຳລັບຜູ້ທີ່ໃຊ້ຄວາມສາມາດສ້າງການປ່ຽນແປງຕໍ່ໂລກໄດ້.

ໃກ້ເຂົ້າມາແລ້ວກັບຜົນງານແຂ່ງຂັນຮອບ Final ຂອງ Miss Universe ໃນວັນທີ 14 ມັງກອນ 2023 ທີ່ຈະມາເຖິງ ເຊິ່ງຕາມໂມງປະເທດລາວເຮົາແມ່ນ ຖືກວັນທີ 15 ມັງກອນ 2023 ມົງກຸດທີ່ມີພຽງໜຶ່ງດຽວທີ່ຈະໃສ່ໃຫ້ກັບ ຜູ້ທີ່ຖືກເລືອກມາຈາກຫຼາຍຮ້ອຍຄົນທີ່ເຂົ້າຊີງມົງລະດັບປະເທດກ່ອນຈະເລືອກໄດ້ປະເທດລະ 1 ຄົນ ເພື່ອມາປະກວດລະດັບໂລກ.
spot_img

Popular

New From Gadgets

Hits: 0

Don`t copy text!