ເປັນຫຍັງຕ້ອງມີລົດເມດ່ວນ BRT ໃນລາວ ມີແລ້ວຈະດີແບບໃດ?

ເມື່ອເວົ້າເຖິງການປ່ຽນແປງ ແນ່ນອນມັນຕ້ອງໃຊ້ເວລາ ການທີ່ເຮົາຈະຫັນເປັນປະເທດທີ່ມີລະບົບການຂົນສົ່ງໃນຕົວເມືອງທີ່ຍືນຍົງໄດ້ກໍຕ້ອງໄດ້ມີການປັບປຸງແກ້ໄຂ ສ້າງສັນສິ່ງໃໝ່ໆ ທີ່ສະດວກສະບາຍ ແລະ ເປັນປະໂຫຍດແກ່ມວນຊົນໃນສັງຄົມເປັນຈຳນວນຫຼາຍ ໂດຍສົ່ງຜົນກະທົບໜ້ອຍທີ່ສຸດ.

ການສ້າງທາງລົດເມສາຍດ່ວນ BRT ກໍຖືວ່າເປັນຈຸດເລີ່ມຕົ້ນທີ່ດີໃນການກ້າວໄປສູ່ ການຍົກລະດັບເປັນ Tram, Subway, MRT, ART, Monorail ໄດ້ໃນອະນາຄົດ, ການທີ່ມີ BRT ເປັນໂຕເລີ່ມຕົ້ນນີ້, ເຊື່ອວ່າມັນກໍຈະມີຜົນດີຫຼາຍຢ່າງ ແຕ່ກ່ອນຈະໄປເບິ່ງວ່າມັນຈະສ້າງຄວາມສະດວກແນວໃດນັ້ນ, ເຮົາມາຮູ້ຈັກກັບຄຳວ່າ BRT ສາກ່ອນ.

“BRT” ຫຍໍ້ມາຈາກຄຳວ່າ Bus Rapid Transit ຫຼື ເວົ້າງ່າຍໆ ກໍຄື ລົດເມໂດຍສານສາຍດ່ວນພິເສດ ທີ່ສາມາດໃຊ້ບໍລິການໄດ້ຢ່າງວ່ອງໄວ, ສະດວກສະບາຍ, ປອດໄພ ມີຄວາມໃກ້ຄຽງກັບລົດໄຟຟ້າ ແຕ່ຈະແລ່ນໃນເສັ້ນທາງສະເພາະທີ່ມີລະບົບສື່ສານຜ່ານການບັນຊາ ບໍ່ແມ່ນລົດເມທີ່ແລ່ນທົ່ວໆໄປ.

ການມີ “BRT” ຈະມີຜົນດີແບບໃດ? ອັນດັບທໍາອິດເລີຍກໍແມ່ນຈະຊ່ວຍຫຼຸດຜ່ອນການໃຊ້ລົດ-ໃຊ້ຖະຫນົນ-ໃຊ້ນ້ຳມັນ ໃຫ້ໜ້ອຍລົງ, ຫຼຸດຜ່ອນການປ່ອຍກາສ ທີ່ເປັນມົນລະພິດອອກສູ່ອາກາດ, ປະຢັດຄ່າໃຊ້ຈ່າຍໃນການເດີນທາງແຕ່ລະມື້, ປະຢັດເວລາ, ໄດ້ພົບປະຄົນໃໝ່ໆ, ໄດ້ສິ່ງແວດລ້ອມທີ່ແຕກຕ່າງກັນໄປໃນແຕ່ລະມື້ທີ່ເດີນທາງ ແລະ ທີ່ສຳຄັນອາດຊ່ວຍຫຼຸດຜ່ອນອຸບັດຕິເຫດຕາມຖະໜົນຫົນທາງ ໄດ້ນຳອີກ.

ແຕ່ກ່ອນຈະໄດ້ຮັບປະໂຫຍດດີໆ ແບບນັ້ນໄດ້ ລະບົບ BRT ທີ່ກຳລັງສ້າງໃໝ່ນີ້ ກໍຕ້ອງແທດເໝາະ ແລະ ໄດ້ມາດຕະຖານຕາມສາກົນແທ້ໆ ເພື່ອເຮັດໃຫ້ມວນຊົນທີ່ຊົມໃຊ້ມີຄວາມສະດວກສະບາຍແທ້, ໃຊ້ແລ້ວຢາກໃຊ້ອີກ ບໍ່ແມ່ນໃຊ້ພຽງຄັ້ງດຽວກໍຢຸດເລີຍ ເພາະຄົນສ່ວນຫຼາຍກໍຍັງຈື່ພາບຈຳຂອງການໃຊ້ລົດສາທາລະນະທີ່ຂ້ອນຂ້າງລຳບາກຢູ່ ເຊັ່ນ: ເດີນທາງຊ້າ, ບໍ່ກົງເວລາ,  ລົດເມຍັງບໍ່ສະອາດ ແລະ ມີກິ່ນທີ່ບໍ່ເພິງປະສົງ ເຊິ່ງນີ້ອາດສ້າງຄວາມອຶດອັດໃຈ ຈົນຮູ້ສຶກລຳບາກທີ່ຕ້ອງໃຊ້ລົດສາທາລະນະ ທີ່ຕົນເອງຄວບຄຸມຫຍັງບໍ່ໄດ້, ຖ້າລະບົບດີ, ບໍລິການດີ, ລາຄາດີ ເຊື່ອວ່າ ຫຼາຍໆ ຄົນກໍຈະຫັນມາໃຊ້ລົດສາທາລະນະຫຼາຍຂຶ້ນ ແລະ ບັນຫາລົດຕິດກໍຈະຫຼຸດໜ້ອຍລົງຕາມລຳດັບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...