5 ບັນຫາສຸຂະພາບຈິດ ໃນຊີວິດໄວເຮັດວຽກ

ຍອມຮັບວ່າຊ່ວງໄວໜຸ່ມເປັນຊ່ວງເວລາທີ່ຫຼາຍຄົນຕ້ອງພົບຫຼາຍບັນຫາ ຄວາມກົດດັນ ຄວາມເມື່ອຍລ້າຈາກວຽກງານ ຄວາມຮັກ ແລະ ການໃຊ້ຊີວິດ ໜັກກວ່າໝູ່ກໍອາດຈະແມ່ນຄວາມກົດດັນຈາກວຽກງານລອງມາສັງເກດເບິ່ງ 5 ບັນຫາສຸຂະພາບຈິດຕໍ່ໄປນີ້ວ່າ ເຈົ້າ ຫຼື ຄົນອ້ອມຂ້າງພົບບັນຫານີ້ຢູ່ ຫຼືບໍ?

  • ມີຄວາມຄຽດ ກັັງວົນແບບສະສົມ

ຈາກທີ່ເຮົາຕ້ອງເຮັດວຽກກັນມື້ໜຶ່ງຫຼາຍຊົ່ວໂມງ ເດືອນໜຶ່ງຫຼາຍອາທິດ ແລະ ປີໜຶ່ງກໍຫຼາຍເດືອນ ແຕ່ລະມື້ແນ່ນອນວ່າຈະຕ້ອງມີຫຼາຍບັນຫາເຂົ້າມາ ບາງຄົນກໍສາມາດຜ່ານມັນມາໄດ້ ແຕ່ບາງຄົກໍເອົາບັນຫານັ້ນມາກົດດັນຕົນເອງຈົນພາໃຫ້ທຸກໃຈ ເກີດອາການ ນອນບໍ່ຄ່ອຍຫຼັບ, ພຶດຕິກຳການໃຊ້ຊີວິດປ່ຽນໄປ, ເສົ້າໝອງ, ເບື່ອໜ່າຍຕໍ່ຊີວິດ ຖ້າໃຜມີອາການລັກສະນະນີ້ຮີບປັບວີທີການໃຊ້ຊີວິດ ວິທີການຄິດໃຫ້ດີຂຶ້ນ ເພາະຖ້າປ່ອຍໃຫ້ມັນເປັນໄລຍະເວລາດົນອາດຈະເກີດໂລກແຊກຊ້ອນອື່ນໆຕາມມາໄດ້.

  • ພາວະໝົດໄຟໃນການເຮັດວຽກ Burnout syndrome

ໄວໜຸ່ມຍຸກໃໝ່ຈະພົບບັນຫານີ້ຫຼາຍທີ່ສຸດເພາະເປັນໄວທີ່ມີໄຟແຮງໃນການເຮັດສິ່ງຕ່າງໆ ແຕ່ຖ້າເຮັດສິ່ງໃດຊໍ້າໆ ຫຼື ເຮັດວຽກທີ່ໜັກຈົນເກີນກຳລັງຕົນເອງ ກົດດັນ, ເມື່ອຍ ຈົນສະພາບຈິດໃຈບໍ່ດີ ແບບນີ້ກໍສົ່ງຜົນໃຫ້ເກີດການເບື່ອວຽກທີ່ເຮັດຢາກລາອອກ ຢາກປ່ຽນວຽກ ຫຼື ບາງຄົນກໍບໍ່ຢາກເຮັດຫຍັງເລີຍ.

  • ພາວະຂາດຄວາມພືງພໍໃຈຕໍ່ຕົນເອງ

ເຄີຍເປັນບໍທີ່ຮູ້ສຶກເສົ້າໃຈກັບຕົນເອງ, ບໍ່ພໍໃຈກັບການຕັດສິນໃຈຕົນເອງໃນຫຼາຍໆຄັ້ງ ຮູ້ສຶກວ່າເຮັດຫຍັງກະຍັງດີບໍ່ພໍ ຫາແຕ່ຂໍ້ເສຍໃຫ້ຕົນເອງ ເບິ່ງໂລກໃນແງ່ລົບ ບາງຄັ້ງກໍຮູ້ສຶກນ້ອຍໃຈຕົນເອງ ວິຕົກກັງວົນຈົນກ້າວໄປສູ່ການບໍ່ກ້າເຂົ້າສັງຄົມ, ບໍ່ກ້າປະຕິເສດຄົນອື່ນ ຫຼື ຂາດຈຸດຢືນຂອງຕົນເອງ.

  • ກັງວົນຈົນ Panic : ເນື່ອງຈາກຄວາມຄຽດ ຄວາມກັງວົນທີ່ສະສົມຈົນເຮັດໃຫ້ລະບົບປະສາດທີ່ຄວບຄຸມສ່ວນຕ່າງໆໃນຮ່າງກາຍເຮັດວຽກຜິດປົກກະຕິເຊັ່ນ: ຫົວໃຈເຕັ້ນແຮງ, ໃຈສັ່ນ, ເຫື່ອອອກຫຼາຍຜິດປົກກະຕິ, ຫາຍໃຈຫອບ, ວິນຫົວ ປວດຮາກ, ຕີນມືຊາ ບາງຄົນຮ້າຍແຮງຈົນເຖິງຂັ້ນຄວບຄຸມຕົນເອງບໍ່ໄດ້ໃນໄລຍະໃດໜຶ່ງ.
  • ພາວະຊຶມເສົ້າ

ເປັນອີກພາວະທີ່ພົບເຫັນຫຼາຍທີ່ສຸດ ຄົນທີ່ປະເຊິີນກັບພາວະນີ້ບໍ່ໄດ້ໝາຍຄວາມວ່າເຂົາເປັນຄົນອ່ອນແອ່ ຫຼື ໄຮ້ຄວາມສາມາດແຕ່ຍ້ອນຄວາມກົົດດັນ ຄວາມທຸກໃຈ ສະພາບແວດລ້ອມ ຄົນອ້ອມຂ້າງ ລ້ວນແຕ່ມີຜົນສົ່ງໃຫ້ມີພາວະຊຶມເສົ້າໄດ້ເຊັ່ນມີອາການ: ເສົ້າໝອງ, ຫົດຫູ່, ເບື່ອໜ່າຍຕໍ່ທຸກສິ່ງຢ່າງໃນຊີວິດ, ມັກຢູ່ຄົນດຽວຈົນຜິດປົກກະຕິ ຮ້າຍແຮງອາດເຖິງຂັ້ນຄິດຈະທຳຮ້າຍຕົນເອງ.

ຖ້າສັງເກດເບິ່ງແລ້ວມີອາການດັ່ງຂ້າງເທິງຄວນປັບໂຕໃຫ້ໄວຢ່າໃຫ້ຕົນເອງຢູ່ກັບສະພາວະແບບນີ້ດົນເກີນໄປ ຈັດເວລາການເຮັດວຽກໃຫ້ດີ ໃຫ້ຕົນເອງມີເວລາພັກຜ່ອນ, ອອກກຳລັງກາຍ, ກິນອາຫານທີ່ແຊບ, ເດີນທາງໄປຍັງສະຖານທີ່ທີ່ຢາກໄປເພື່ອປັບສະພາບອາລົມ, ມື້ໃດຮູ້ສຶກວ່າເມື່ອຍ ບໍ່ໄຫວໃຫ້ຍອມຮັບມັນ ຢ່າກົດທັບມັນໄວ້ ແລ້ວບອກວ່າ ຂ້ອຍໄຫວ ຂ້ອຍໄຫວ ກັບມາຟັງສຽງໃຈຕົນເອງຫຼາຍຂຶ້ນ ເຮົາບໍ່ສາມາດຫ້າມບໍ່ໃຫ້ສະພາວະເຫຼົ່ານີ້ເກີດຂຶ້ນ ແຕ່ເຮົາສາມາດເຂົ້າໃຈ ແລະ ຮັບມືກັບມັນໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...