Monday, May 19, 2025
Kbank Laos โอน รับ จ่าย

ສະຫະລັດອາເມຣິກາ ສືບຕໍ່ໃຫ້ທຶນສະໜັບສະໜູນ ໃນການກວດກູ້ລະເບີດບໍ່ທັນແຕກ ໃນແຂວງ ສະຫວັນນະເຂດ.

ສະຫະລັດອາເມຣິກາ ສືບຕໍ່ ໃຫ້ຄຳໝັ້ນສັນຍາອັນຍາວນານໃນການສະໜັບສະໜູນຂະແໜງລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ, ລັດຖະບານສະຫະລັດອາເມລິກາ ໄດ້ ມອບເງິນ ຈໍານວນ 24,200,000 ໂດລາສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດ ຮາໂລ ທຣາສທ ຈົນເຖິງເດືອນ ເມສາ ປີ 2025 ເພື່ອສືບຕໍ່ປະຕິບັດວຽກງານກວດກູ້ ແລະ ສໍາຫຼວດ ລະເບີດບໍ່ທັນແຕກທົ່ວ ແຂວງ ສະຫວັນນະເຂດ.

ການສືບຕໍ່ໂຄງການດັ່ງກ່າວ ອີ່ມຂຶ້ນຢ່າງເປັນທາງການໃນວັນທີ 5 ມີນາ 2024, ພາຍຫຼັງທີ່ອົງການ ຮາໂລ ທຣາສທ໌ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນມູນຄ່າ 23,204,240 ໂດລາ ກັບ ກະຊວງການ ຕ່າງປະເທດ ຕາງໜ້າໂດຍຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບິດຍັງບໍ່ທັນແຕກ (ຄຊກລ).

ອົງການ ຮາໂລ ທຣາສທ໌ ເປັນອົງການກວດກູ້ ລະເບີດດ້ານມະນຸດສະທຳທີ່ໃຫຍ່ທີ່ສຸດຂອງໂລກ, ດຳເນີນງານຢູ່ໃນຫຼາຍກວ່າ 30 ປະເທດ ແລະ ເຂດແດນ ຕ່າງໆໃນທົ່ວໂລກ. ອົງການ ຮາໂລ ທຣາສທ ໄດ້ດໍາເນີນການກວດຫາ ແລະ ເກັບກູ້ ລບຕ ທີ່ຕົກຄ້າງ ໃນແຂວງສະຫວັນນະເຂດ ຕັ້ງແຕ່ປີ 2012 ເປັນ ຕົ້ນມາ ໂດຍໄດ້ຮັບການສະໜອງທຶນເບື້ອງຕົ້ນຈາກລັດຖະບານ ສະຫະລັດອາເມຣິກາ. ໃນປີ 2020, ອົງການ ຮາໂລ ທຣາສທ໌ ໄດ້ຮັບທຶນສະໜັບສະໜູນ 7,000,000 ໂດລາສະຫະລັດ ຈາກສະຫະລັດ ອາເມຣິກາເພື່ອເລີ່ມໂຄງການເພື່ອຂະຫຍາຍຄວາມສາມາດການເກັບກູ້ໄດ້ສອງເທົ່າ.

ໂຄງການ ນີ້ໄດ້ຮັບການຂະຫຍາຍໃນລະຫວ່າງປີ 2022 ຫາ 2023 ດ້ວຍເງິນເພີ ່ມເຕີມ 8,500,000ໂດລາ ສະຫະລັດ. ດ້ວຍການລວມເອົາການຂະຫຍາຍ ເງິນທຶນລາສຸດນີ້, ການສະໜັບສະໜູນທັງໝົດທີ່ ສະຫະລັດອາເມຣິກາ ໄດ້ສະໜອງການສະໜັບສະໜູນ ໃຫ້ສໍາລັບໂຄງການນີ້ຢ່າງດຽວເຊິ່ງ ໃນປັດຈຸບັນແມ່ນ 39,700,000 ໂດລາ ສະຫະລັດ.

ນັບແຕ່ເລີ່ມປະຕິບັດການຢູ່ແຂວງ ສະຫວັນນະເຂດ ເປັນຕົ້ນມາ, ອົງການ ຮາໂລ ທຣາສທ໌ ເກັບກູ້ເນື້ອທີ່ໄດ້ 35,000,000 ຕາແມັດ ແລະ ທໍາລາຍລະເບີດບໍ່ທັນແຕກກວ່າ 110,000 ລາຍການ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້