6 ໝາກໄມ້ຫຼຸດນ້ຳໜັກ! ດີຕໍ່ຫຸ່ນດີຕໍ່ຜິວ ແລະ ການຂັບຖ່າຍ


ອາຫານຫຼຸດນ້ຳໜັກ ຫຼາຍຄົນມັກຈະຄິດຫາຜັກ ແລະ ໝາກໄມ້ ແຕ່ເມື່ອເວົ້າເຖິງໝາກໄມ້ແລ້ວຫຼາຍຄົນກໍອາດຈະສັບສົນແນ່ ເພາະໝາກໄມ້ບາງຊະນິດກິນແລ້ວເຮັດໃຫ້ຕຸ້ຍ, ບາງຊະນິດກໍ່ບໍ່ເຮັດໃຫ້ຕຸ້ຍ, ແລ້ວໝາກໄມ້ຊະນິດໃດແດ່ ສາມາດຄວບຄຸມນ້ຳໜັກເຮົາໄດ້ ໄປເບິ່ງນຳກັນເລີຍ

ນີ້ແມ່ນໝາກໄມ້ 6 ຊະນິດທີ່ສາມາດຫຼຸດນ້ຳໜັກໄດ້:

1, ໝາກແອັບເປີ້ນ

ແອັບເປີ້ນຂື້ນຊື່ວ່າເປັນລາຊາໝາກໄມ້ລົດນ້ຳໜັກທີ່ອຸດົມໄປດ້ວຍເສັ້ນໃຍອາຫານ ຫຼື ໄຟເບີ້ຫຼວງຫຼາຍ, ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກຄ່ອງແຖມຍັງມີວິຕາມິນ ແລະ ເກືອແຮ່ທີ່ດີຕໍ່ຮ່າງກາຍເມື່ອກິນເຂົ້າໄປແລ້ວຈະຊ່ວຍໃຫ້ຮູ້ສຶກອີ່ມທ້ອງໄດ້ດົນ, ຫຼດບັນຫາການກິນໜ້ອຍກິນຫຼາຍເທື່ອ, ແອັບເປີ້ນ 1 ໜ່ວຍໃຫ້ແຄຣໍຣີ ແລະ ຍັງຊ່ວຍໃຫ້ຜິວພັນງາມໃສຈາກວິຕາມິນໃນແອັບເປີ້ນອີກດ້ວຍ

 2, ໝາກນັດ
ໝາກນັດມີຊັບພະຄຸນເດັ່ນໆຄືມີເອນໄຊໂນມີລຽມຊ່ວຍຍ່ອຍອາຫານໄດ້ເປັນຢ່າງດີສົ່ງຜົນໃຫ້ຮ່າງກາຍດູດຊຶມສານອາຫານໄປຫຼໍ່ລ້ຽງສ່ວນຕ່າງໄດ້ງ່າຍຫາກກິນຈັກ 2-3ປ່ຽງ ກໍ່ຈະໃຫ້ພະລັງງານເກືອບໆ 50-70 ກິໂລແຄຣໍຣີໃນໝາກນັດຍັງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະເຊັ່ນ: ວິຕາມິນຊີ, ເບຕ້າແຄໂຣທີນ ແລະ ຍັງມີໄຟເບີສູງ ມີປະໂຫຍດໃນການຍ່ອຍຍັງບໍ່ພໍຍັງເຮັດໃຫ້ເຈົ້າອີ່ມໄດ້ດົນຂຶ້ນອີກດ້ວຍ

3, ໝາກກ້ຽງ
ໝາກກ້ຽງເປັນໝາກໄມ້ທີ່ຫາກິນໄດ້ງ່າຍແຖມຍັງແຊບ ແລະ ມີວິຕາມີນຊີສູງ, ຍັງມີໄທອາມີນ, ໂຟເລດທີ່ຊ່ວຍໃຫ້ລະບົບການເຜົາຜານເຮັດວຽກໄດ້ດີ, ນອກຈາກນີ້ຍັງມີໄຟເບີທີ່ດີຕໍ່ລະບົບຂັບຖ່າຍອີກດ້ວຍໂດຍໝາກກ້ຽງ 2 ໜ່ວຍ, ຈະໃຫ້ພະລັງງານ 60 ກິໂລແຄຮໍຣີເທົ່ານັ້ນໝາກກ້ຽງມີກາກໃຍຈະຊ່ວຍເຮັດໃຫ້ຮູ້ສຶກອີ່ມທ້ອງໄວ ແລະ ຊ່ວຍໃຫ້ລະບາຍທ້ອງໄດ້ດີຈຶ່ງເໝາະທີ່ຈະເປັນໝາກໄມ້ລົດນ້ຳໜັກ.

4, ໝາກຫຸ່ງ
ໝາກຫຸ່ງຊ່ວຍໃນເລື່ອງຂອງການຂັບຖ່າຍຢ່າງໂດດເດັ່ນແຕ່ນັ້ນກໍ່ບໍ່ແມ່ນປະໂຫຍດພຽງຢ່າງດຽວຂອງໝາກຫຸ່ງເພາະໃນໝາກຫຸ່ງຍັງມີໄຟເບີ້ມະຫາສານ ແລະ ມີເອນໄຊຊ່ວຍຍ່ອຍເຮັດໃຫ້ອາຫານທີ່ເຮົາກິນເຂົ້າໄປຖືກຍ່ອຍ ແລະ ດູດຊຶມໄດ້ໂດຍງ່າຍໃນໝາກຫຸ່ງສຸກ 8 ຕ່ອນຈະໃຫ້ພະລັງງານປະມານ 60 ກິໂລແຄຣໍຣີ ແລະ ທີ່ສຳຄັນໃນໝາກຫຸ່ງຍັງມີສານຟາໂວນອຍ, ແຄໂຣທີນ ແລະ ວິຕາມິນຊີທີ່ຊ່ວຍໃນການຕໍ່ຕ້ານອະນມູນອິດສະຫຼະຊ່ວຍຊະລໍການເສື່ອມຂອງຜິວພັນໃຫ້ເບິ່ງອ່ອນເຍົາຕໍ່ສູ້ກັບໄຂມັນສ່ວນເກີນຂອງຮ່າງກາຍໄດ້.

5, ໝາກມັງກອນ
ໝາກມັງກອນເປັນໝາກໄມ້ທີ່ມີຄຸນຄ່າທາງອາຫານສູງ, ໝາກມັງກອນ 200 ກຼາມ, ໃຫ້ພະລັງງານປະມານ 60 ກິໂລແຄຣໍຣີເທົ່ານັ້ນຈຶ່ງຈັດໄດ້ວ່າເປັນໝາກໄມ້ລົດນ້ຳໜັກທີ່ກິນແລ້ວບໍ່ຕຸ້ຍແນ່ນອນ, ເພາະສານມິວຊິເລດໃນໝາກມັງກອນຊ່ວຍໃນການດູດຊັບນ້ຳໃນຮ່າງກາຍກິນແລ້ວອີ່ມທ້ອງດົນ, ນອກຈາກນີ້ຍັງອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍຊະນິດແຕ່ວ່າການກິນໝາກມັງກອນບໍ່ໄດ້ຊ່ວຍໃນການລົດນ້ຳໜັກພຽງຢ່າງດຽວເທົ່ານັ້ນເພາະຍັງມີສານຕ້ານອະນຸມູນອິດສະຫຼະຊ່ວຍໃຫ້ຜິວພັນເຕັ່ງຕຶງ ແລະ ເບິ່ງອ່ອນກວ່າໄວໄດ້ອີກດ້ວຍ.

6, ໝາກໂມ
ໝາກໂມໜ່ວຍໃຫຍ່ໆລົດຫວານມີທັງແຮ່ທາດ ແລະ ວິຕາມິນຫຼາກຫຼາຍຊະນິດຊ່ວຍບຳລຸງຜິວພັນຂອງສາວໆ, ຍັງຊ່ວຍລ້າງໝາກໄຂ່ຫຼັງຂັບຍ່ຽວຂັບຂອງເສຍໃນຮ່າງກາຍ ແລະ ຊ່ວຍລົດນ້ຳໜັກກິນແລ້ວບໍ່ເຮັດໃຫ້ຕຸ້ຍ ແລະ ຍັງເຕັມໄປດ້ວຍນ້ຳເຖິງ 93% ຂອງສ່ວນປະກອບທັງໝົດຈຶ່ງເຮັດໃຫ້ເຈົ້າຮູ້ສຶກອີ່ມໄວຫາກຮັບກິນໝາກໂມແທນອາຫານແລງກໍ່ຈະຊ່ວຍລົດນ້ຳໜັກໄດ້ແຖມຍັງຊ່ວຍໃຫ້ຜິວພັນເປັ່ງປັ່ງ ແລະ ຊຸ່ມຊື່ນຂຶ້ນອີກດ້ວຍແຕ່ຢ່າງໃດກໍ່ບໍ່ຄວນກິນຫຼາຍເກີນໄປເພາະການກິນໝາກໂມປະລິມານຫຼາຍອາດເຮັດໃຫ້ເຈັບທ້ອງ ແລະ ປວດຍ່ຽວເລື້ອຍໆກິນໝາກໂມຄວບຄູ່ກັບໝາກໄມ້ລົດນ້ຳໜັກຊະນິດອື່ນໆຈະດີທີສຸດ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...