Monday, February 10, 2025

Vietjet ຈັດໂປຣໂມຊັ່ນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ: ຈັບຈອງໄດ້ແລ້ວ ລາຄາພຽງແຕ່ 0 ໂດລາ ເທົ່ານັ້ນ!​ ກະຕຸ້ນເຄືອ​ຂ່າຍ​ການ​ບິນ​ພາຍ​ໃນ​ປະ​ເທດ​ຂອງ​ຫວຽດ​ນາມ ດ້ວຍ​ເສັ້ນ​ທາງ ຮ່າ​ໂນ້ຍ – ດ້ຽນ​ບຽນ.

(ນະຄອນຫຼວງວຽງຈັນ, ວັນທີ 4 ມີນາ 2024) – ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ, Vietjet ໄດ້ມອບລາຄາໂປຣໂມຊັ່ນ ແລະ ຂອງຂວັນພິເສດຫຼາຍກວ່າພັນຢ່າງເພື່ອສ້າງຄວາມຊົງຈຳໃນການເດີນທາງທີ່ດີກັບຄົນທີ່ທ່ານຮັກ.

ນັບແຕ່ມື້ນີ້ຮອດວັນທີ 8 ມີນາ 2024, ຜູ້ໂດຍສານຈາກລາວສາມາດຈອງປີ້ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນຂອງ Vietjet, ຖ້ຽວບິນພາຍໃນ ແລະ ຕ່າງປະເທດຂອງ Vietjet ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ (55 USD/ຖ້ຽວດຽວລວມພາສີ ແລະ ຄ່າທຳນຽມ) ຈອງໄດ້ທີ່ www.vietjetair.com ຫຼື ແອັບມືຖື Vietjet Air. ເສັ້ນທາງ ນະຄອນຫຼວງວຽງຈັນ-ໂຮ່ຈິມິນ ມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ພຸດ, ສຸກ ແລະ ວັນອາທິດ ໃຊ້ເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ.

ນອກຈາກນັ້ນ, ຍັງມີສ່ວນຫຼຸດ 10% ສໍາລັບຄ່າໂດຍສານຊັ້ນທຸລະກິດເມື່ອໃຊ້ລະຫັດ BUSINESSWOMAN10 (ຕາມຂໍ້ກໍານົດ ແລະ ເງື່ອນໄຂ) ຜູ້ໂດຍສານສາມາດບິນໄດ້ຢ່າງສະດວກສະບາຍ ແລະ ມີສິ່ງອໍານວຍຄວາມສະດວກຕ່າງໆ. ທ່ານສາມາດເພີດເພີນກັບໂປຣໂມຊັ່ນເຫຼົ່ານີ້ ລະຫວ່າງວັນທີ 01 ເມສາ ຫາ 31 ຕຸລາ 2024 (ຍົກເວັ້ນວັນພັກ ແລະ ລະດູການທ່ອງທ່ຽວ), ມອບຄວາມສະດວກສະບາຍໃນການວາງແຜນເດີນທາງໃນລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ.

ຊ່ວງນີ້ຖືເປັນເວລາ​ທີ່ເໝາະສົມທີ່ສຸດ ທີ່ທ່ານ​ຈະ​ພາ​ຜູ້​ຄົນທີ່​ທ່ານຮັກ​ເດີນ​ທາງທີ່​ໜ້າ​ຕື່ນ​ເຕັ້ນ​ກັບ​ການ​ທ່ອງ​ທ່ຽວ​ແບບສາ​ກົນ. ເຄືອຂ່າຍທີ່ກວ້າງຂວາງຂອງ Vietjet ໄປຮອດຈຸດໝາຍປາຍທາງທີ່ຫຼາກຫຼາຍໃນລະດູການສຳຄັນເຊັ່ນ: ທັດສະນີຍະພາບທີ່ສວຍງາມ ແລະ ອາຫານຫວຽດນາມ, ຊົມດອກຊາກຸລະໃນປະເທດຍີ່ປຸ່ນ, ເກົາຫຼີ, ໄທເປ ຫຼື ລະດູໃບໄມ້ຫຼົ່ນໃນ Sydney, Melbourne, Brisbane, Perth, Adelaide ຂອງອົດສະຕາລີ. ໄປທ່ຽວກັບໝູ່ເພື່ອນ ແລະ ຄອບຄົວໃນເທດສະການໂຮລີ (Holi) ທີ່ມີສີສັນໃນປະເທດອິນເດຍ.

ນອກຈາກນີ້, ສາຍ​ການ​ບິນຍັງ​ໄດ້​ເປີດ​ເສັ້ນ​ທາງ​ທີ່​ 2 ​ຂອງ​ຕົນ​ໄປ​ແຂວງ​ດ້ຽນ​ບຽນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດ​ນາມ, ພາຍຫຼັງ​ການ​ສຳ​ເລັດ​ຂອງ​ເສັ້ນ​ທາງ​ນະ​ຄອນ​ໂຮ່​ຈິ​ມິນ – ດ້ຽນ​ບຽນ ພຽງ 2 ເດືອນ​ຜ່ານ​ມາ. ການບໍລິການແບບບໍ່ຢຸດຢັ້ງຂອງ Vietjet ຈະຫຼຸດເວລາເດີນທາງລະຫວ່າງສອງທ້ອງຖິ່ນຈາກ 10 ຊົ່ວໂມງໂດຍການຂັບລົດໃຫ້ໜ້ອຍກວ່າ 1 ຊົ່ວໂມງ ດ້ວຍຖ້ຽວບິນທີ່ສະດວກສະບາຍ.

Vietjet ຍັງໃຫ້ປະກັນໄພການເດີນທາງ Sky Care ໃຫ້ກັບຜູ້ໂດຍສານທັງໝົດໂດຍບໍ່ເສຍຄ່າ, ຮັບປະກັນວ່ານັກທ່ອງທ່ຽວສາມາດເພີດເພີນກັບຖ້ຽວບິນທີ່ເຕັມໄປດ້ວຍຮອຍຍິ້ມໃນເຮືອບິນທີ່ທັນສະໄໝ. ສາຍການບິນມີອາຫານຫວຽດນາມຮ້ອນໆ, ແຊບໆ, ບໍ່ວ່າຈະເປັນ: ເຝີ, ເຂົ້າຈີ່ຫວຽດນາມ ແລະ ອີກຫຼາຍຢ່າງ, ເສີບໂດຍພະນັກງານຫ້ອງໂດຍສານທີ່ເປັນກັນເອງ ແລະ ເປັນມືອາຊີບຢູ່ລະດັບຄວາມສູງ 10,000 ແມັດ. ເກັບຄວາມຮັກໃນຖ້ຽວບິນສົ່ງໃຫ້ຜູ້ຍິງທີ່ທ່ານຮັກກັບ Vietjet!

 ຂໍ້ມູນເພີ່ມຕື່ມທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: