Friday, November 14, 2025
Kbank Laos โอน รับ จ่าย

ໂຄງການຄະນະຊາວໜຸ່ມອາຊຽນ (AYF) 2024

ໂຄງການຄະນະຊາວໜຸ່ມອາຊຽນ (AYF) ເປັນໂຄງການພັດທະນາພາວະຄວາມເປັນຜູ້ນໍາ ທີ່ມີເປົ້າໝາຍເຊື່ອມຈອດ ແລະ ປູກຝັງຜູ້ນໍາຮຸ່ນໃໝ່ທີ່ມີອະນາຄົດໂດຍເນັ້ນການເຮັດວຽກຮ່ວມກັບພາກລັດ, ເອກະຊົນ, ແລະ ບຸກຄົນຈາກພາກສ່ວນການຮ່ວມມືຕ່າງໆ ໂຄງການດັ່ງກ່າວເປັນການຮ່ວມມືໂດຍ ມູນນິທິສາກົນສິງກະໂປ (SIF) ແລະ ສະພາຊາວໜຸ່ມແຫ່ງຊາດສິງກະໂປ (NYC) ໃນແຕ່ລະປີ

AFY ສ້າງຕັ້ງຂື້ນເມື່ອປີ 2018 ເພື່ອເປັນການສະເຫຼີມສະຫຼອງການເປັນປະທານອາຊຽນຂອງສິງກະໂປ ປີນີ້ຖືໄດ້ວ່າເປັນປີທີ່ 6 ຂອງ AYF ແລ້ວ

ໂຄງການຄະນະຊາວໜຸ່ມອາຊຽນ 2024 (AYF 2024)

AYF ປີນີ້ໄດ້ຈັດຂື້ນ ໃນລະຫວ່າງວັນທີ 3 ຫາ 10 ພະຈິກ ເປັນການເຂົ້າຮ່ວມແບບເຊິ່ງໜ້າ ທີ່ປະເທດສິງກະໂປ (3-7 ພະຈິກ 2024) ແລະ ທີ່ ປະເທດລາວ  (7–10 ພະຈິກ 2024)

AYF 2024 ໄດ້ເດີນທາງໄປສິງກະໂປ ແລະ ກໍໄດ້ເດີນທາງມາ ສປປລາວ ກໍຄື ນະຄອນຫຼວງ ວຽງຈັນ ແລະ ຫຼວງພະບາງ ເຊັ່ນກັນ. ເຊິ່ງຖືວ່າເປັນຄັ້ງທໍາອິດທີ່ AYF ໄດ້ຂະຫຍາຍໂຄງການນີ້ມາ ປະເທດລາວ ໃນຖານະເປັນສ່ວນໜຶ່ງຂອງໂຄງການໃນຕ່າງປະເທດ. ໃນໄລຍະປີທີ່ຜ່ານມາ AYF ໄດ້ນໍາຜູ້ເຂົ້າຮ່ວມໄປກົວລາລໍາເປີ ຈາກາຕາ ແລະ ຮ່າໂນ່ຍ

AYF 2024 ມີຜູ້ນຳຊາວໜຸ່ມອາຊີຕາເວັນອອກສຽງໃຕ້ 44 ຄົນເຂົ້າຮ່ວມ. ໂດຍມາຈາກ 10 ປະເທດຈາກສະມາຊິກອາຊຽນ ແລະ ປະເທດຕີມໍແລັດສະເຕ ຊຶ່ງເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມໃນໂຄງການນີ້

ສຳລັບຄຳຂວັນການເປັນປະທານອາຊຽນຂອງລາວປີ 2024 ແມ່ນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍ AYF ໄດ້ເນັ້ນໃສ່ ຂະແໜງນະວັດຕະກໍາ ແລະ ຄວາມຄິດສ້າງສັນເຊິ່ງເປັນຕົວຂັບເຄື່ອນຫຼັກ ຂອງການເຕີບໃຫຍ່ໃນພາກພື້ນ. ບັນດາຜູ້ເຂົ້າຮ່ວມຈະມີໂອກາດໃນການມີສວ່ນຮ່ວມກັບຜູ້ກໍານົດນະໂຍບາຍລະດັບສູງ, ຜູ້ນໍາທາງຄວາມຄິດ ແລະ ເປັນຜູ້ສ້າງການປ່ຽນແປງທີ່ໂດດເດັ່ນຈາກປະເທດສິງກະໂປ ແລະ ປະເທດລາວ ໃນຫົວຂໍ້ທີ່ກ່ຽວຂ້ອງກັບອາຊຽນ ແລະ ຮຽນຮູ້ຈາກບັນດາອົງການທີ່ເປັນຜູ້ນຳໃນດ້ານຕ່າງໆ ເຊັ່ນ: ພາຫະນະໄຟຟ້າ, ຄວາມໝັ້ນຄົງທາງດ້ານອາຫານ ແລະ ການປ່ຽນແປງທາງດິຈີຕອນ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.