Vietjet ເປີດໂຕໂປຣໂມຊັນ Double 11ພ້ອມຂໍ້ສະເໜີສຸດພິເສດຕະຫຼອດ 24 ຊົ່ວໂມງສໍາລັບທົ່ວທຸກເສັ້ນທາງສາຍການບິນ

*ສ່ວນຫຼຸດ 100% ຊັ້ນ Eco ສະເພາະໃນວັນທີ 11 ພະຈິກ, ບວກກັບຂໍ້ສະເໜີພິເສດກັບຜູ້ໂດຍສານລະດັບພຣີມ້ຽມເປັນເວລາໜຶ່ງອາທິດ.

(ນະຄອນຫຼວງວຽງຈັນ, ວັນທີ 08 ພະຈິກ 2024) – Vietjet ກໍາລັງກະກຽມຂາຍ Flash sale ສຸດພິເສດໃນວັນທີ 11 ພະຈິກ 2024 ໂດຍມອບສ່ວນຫຼຸດສູງສຸດ 100% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຫຼາຍລ້ານບ່ອນນັ່ງ Eco-class ໂປຣໂມຊັນນີ້ກວມເອົາຖ້ຽວບິນທົ່ວເຄືອຂ່າຍຂອງ Vietjet. ລວມທັງເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນ.

ໃນ​ຫຼາຍ​ປະ​ເທດ​​ທົ່ວ​ໂລກ, ວັນ​ທີ 11 ເດືອນ​ພະ​ຈິກ ​ແມ່ນ “ວັນ​ຄົນ​ໂສດ” ຫຼື “Double 11” ເປັນ​ໜື່ງ​ໃນ​ງານ​ເທສະການ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປີ. ​ການ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ Vietjet ​ໄດ້​ມອບ​ສິດທິ​ພິ​ເສດ​ໃຫ້​ນັກ​ທ່ອງ​ທ່ຽວ​ລາວ. ໂດຍໃຊ້ລະຫັດໂປຣໂມຊັນ “VJ11” ເພື່ອຮັບສ່ວນຫຼຸດ 100% ສໍາລັບບ່ອນນັ່ງຊັ້ນປະຢັດ. (ບໍ່ລວມພາສີ ແລະຄ່າທໍານຽມ) ເມື່ອຈອງຜ່ານເວັບໄຊທາງການຂອງ Vietjet ຄື www.vietjetair.com ຫຼື ແອັບພລິເຄຊັນມືຖື Vietjet ແຕ່ ເວລາ 12:00 ໂມງສວາຍ ຫາ 11:59 ໂມງເດິກ ຕາມເວລາຫວຽດນາມ (GMT+7) ຂອງວັນທີ 11 ພະຈິກ 2024. ໂປຣໂມຊັນນີ້ໃຊ້ໄດ້ກັບການເດີນທາງລະຫວ່າງວັນທີ 01 ມັງກອນ 2025 ຫາ 22 ພຶດສະພາ 2025 (ບໍ່ລວມວັນພັກລັດຖະການ).

ສຳລັບຜູ້ໂດຍສານທີ່ຕ້ອງການປະສົບການລະດັບພຣີມ້ຽມ, Vietjet ສະເໜີສ່ວນຫຼຸດສູງສຸດ 20% ສຳລັບບ່ອນນັ່ງ Business Class ແລະ Sky Boss (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕັ້ງແຕ່ວັນທີ 13 ຫາ 19 ພະຈິກ 2024 ໂດຍໃຊ້ລະຫັດໂປຣໂມຊັນ “LEADERNOV” ເພື່ອຈອງບ່ອນນັ່ງເຫຼົ່ານີ້ໃນລາຄາພິເສດ. ລາຄາສຳລັບການເດີນທາງລະຫວ່າງວັນທີ 01 ມີນາ 2025 ຫາ 22 ພຶດສະພາ 2025 (ບໍ່ລວມວັນພັກລັດຖະການ).

ຜູ້ໂດຍສານຊັ້ນທຸລະກິດ ແລະ Sky Boss ທ່ານຈະໄດ້ຮັບການບໍລິການພິເສດຫຼາຍຢ່າງ, ລວມທັງການບໍລິການເຊັກອິນລ່ວງໜ້າ ເສັ້ນທາງຍ່າງພິເສດ ແລະ ຫ້ອງຮັບແຂກທີ່ຫຼູຫຼາ ແລະ ກະເປົາເຊັກອິນໄດ້ເຖິງ 60 Kg (ຂຶ້ນກັບເງື່ອນໄຂ ແລະ ຂໍ້ກຳນົດ) ພ້ອມທັງເພີດເພີນໄປກັບຄວາມສະດວກສະບາຍສູງສຸດໃນຫ້ອງໂດຍສານສ່ວນຕົວໃນເຮືອບິນ A330 widebody, ທີ່ມາພ້ອມບ່ອນນັ່ງທີ່ສາມາດປັບນອນໄດ້ 180 ອົງສາເພື່ອການການເດີນທາງທີ່ຜ່ອນຄາຍ.

Vietjet ໄດ້ຍົກລະດັບການດຳເນີນງານຂອງຕົນ ເພື່ອຮອງຮັບຄວາມຕ້ອງການເດີນທາງທ້າຍປີ ແລະ ປີໃໝ່ ໂດຍການເປີດເສັ້ນທາງການບິນສາກົນໃໝ່ ລວມທັງການສືບຕໍ່ການບໍລິການສໍາລັບເສັ້ນທາງການບິນເດີມອີກຄັ້ງ. ນອກຈາກນັ້ນ, ຄວາມຖີ່ຂອງການບິນໃນເສັ້ນທາງທີ່ມີຢູ່ກໍຍັງເພີ່ມຂຶ້ນເລື້ອຍໆ. ເສັ້ນທາງເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ປັບປ່ຽນເປັນຖ້ຽວບິນປະຈໍາວັນຕັ້ງແຕ່ເດືອນຕຸລາ. ນອກ​ນີ້, ສາຍ​ການ​ບິນ​ໄດ້​ຕ້ອນຮັບ​ເຮືອບິນ​ໃໝ່ຈຳນວນ 3 ລໍາ ​ແລະ ຄາດ​ວ່າ​ຈະ​ສົ່ງມອບ​ເພີ່ມ​ຕື່ມ​ໃນ​ທ້າຍ​ປີ​ນີ້.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...