Saturday, February 8, 2025

SCG ມອບທຶນ Sharing the Dream 2024 ສົ່ງເສີມການສຶກສາຊາວໜຸ່ມລາວ ສ້າງແຮງບັນດານໃຈອະນຸລັກສິ່ງແວດລ້ອມ

SCG ຈັດງານມອບທຶນສະໜັບສະໜູນການສຶກສາ ໃນໂຄງການ “SCG Sharing the Dream” ປະຈຳປີ 2024 ເພື່ອສົ່ງເສີມໂອກາດທາງການສຶກສາໃຫ້ຊາວໜຸ່ມລາວ ແລະ ສ້າງຄົນລຸ້ນໃໝ່ ໃຫ້ມີຈິດສຳນຶກດ້ານສິ່ງແວດລ້ອມ ຮັບມືກັບສະພາວະໂລກຮ້ອນ. ໃນສົກຮຽນ 2024/2025 ມີນັກຮຽນລະດັບມັດທະຍົມປາຍຈາກໂຮງຮຽນລັດຖະບານ ໃນເຂດ ນະຄອນຫຼວງ ວຽງຈັນ ແລະ ແຂວງຄຳມ່ວນ ໄດ້ຮັບທຶນລວມ 180 ທຶນ ແລະ ນັກຮຽນລະດັບປະລິນຍາຕີ ທົ່ວປະເທດ 21 ທຶນ.

ທັງນີ້ SCG ໄດ້ຮ່ວມກັບພະແນກສຶກສາ ນະຄອນຫຼວງ ວຽງຈັນ ແລະ ພະແນກສຶກສາ ແຂວງຄຳມ່ວນ ຈັດງານມອບທຶນ SCG Sharing the Dream ຢ່າງຕໍ່ເນື່ອງມາເປັນປີທີ 13 ແລ້ວ. ໃນປີນີ້ SCG ເນັ້ນສົ່ງເສີມ ແລະ ໃຫ້ໂອກາດຊາວໜຸ່ມ ທີ່ມີຄວາມຕັ້ງໃຈຮຽນ ແຕ່ມີຄວາມຂາດເຂີນດ້ານທຶນຊັບ ແລະ ມີຈິດສຳນຶກອະນຸລັກສິ່ງແວດລ້ອມ ດ້ວຍການເພີ່ມປະເດັນດ້ານການເອົາໃຈໃສ່ສິ່ງແວດລ້ອມ ເຊິ່ງເປັນສ່ວນໜຶ່ງໃນແນວທາງພິຈາລະນາຄຸນສົມບັດຂອງຜູ້ສະໝັກ.

ພວກເຮົາກຳລັງປະເຊີນກັບທຳມະຊາດທີ່ປ່ຽນແປງ ເຊິ່ງເກີດຈາກບັນຫາວິກິດໂລກຮ້ອນ. SCG ຈຶ່ງມຸ່ງໝັ້ນດຳເນີນທຸລະກິດຕາມແນວທາງ ‘Inclusive Green Growth’ ຫຼື ການສ້າງເສດຖະກິດໃຫ້ເຕີບໂຕຄຽງຄູ່ໄປກັບສິ່ງແວດລ້ອມທີ່ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ສຳລັບປີນີ້, SCG ໄດ້ເປີດໂອກາດໃຫ້ຄົນລຸ້ນໃໝ່ມີສ່ວນຮ່ວມໃນການແກ້ໄຂບັນຫາສັງຄົມ ແລະ ສິ່ງແວດລ້ອມ ໂດຍມີທີມຊາວໜຸ່ມອາຊຽນກວ່າ 20 ທີມ ສົ່ງຜົນງານເຂົ້າປະກວດ ແລະ ມີຕົວແທນຈາກ ສປປ ລາວ ໄດ້ຮັບເລືອກເປັນ ESG Ambassador ດ້ວຍຜົນງານສົ່ງເສີມຊຸມຊົນພັດທະນາບັນຈຸພັນອາຫານຈາກໃບໄມ້ ທີ່ສ້າງລາຍໄດ້ ແລະ ຮັກສາສິ່ງແວດລ້ອມໄປພ້ອມໆກັນ. ນ້ອງໄດ້ຮ່ວມທຣິບທັດສະນະສຶກສາປະສົບການສີຂຽວກັບໝູ່ໆ ຈາກປະເທດອື່ນ ໃນຊ່ວງງານ ESG Symposium ທີ່ປະເທດໄທ ເມື່ອເດືອນຕຸລາທີ່ຜ່ານມາ. ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນພະລັງຂອງຄົນລຸ້ນໃໝ່ ແລະ ເຊື່ອໝັ້ນວ່ານ້ອງໆ ນັກຮຽນ ນັກສຶກສາໃນໂຄງການ Sharing the Dream ຈະເຕີບໃຫຍ່ເປັນກຳລັງສຳຄັນໃນການພັດທະນາ ສປປ ລາວ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນຕໍ່ໄປ” ທ່ານ ປະລະເມດ ນິສາກອນເສນ, ຜູ້ຊ່ວຍຜູ້ຈັດການໃຫຍ່ ການບໍລິຫານກາງ SCG ກ່າວ.

ທ່ານ ປອ ສຳລານ ພັນຄະວົງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໂຄງການດັ່ງກ່າວ ໂດຍສະເພາະຕໍ່ທາງ ກຸ່ມບໍລິສັດ SCG ແຫ່ງປະເທດໄທ, ແລະ ຂໍຊົມເຊີຍຕໍ່ຄະນະກຳມະການທຸກໆທ່ານ ຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕະຫຼອດເຖິງຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໂຄງການ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ໂຄງການດັ່ງກ່າວເປັນໂຄງການທີ່ດີ ແລະ ມີປະໂຫຍດຕໍ່ການສຶກສາໃນນະຄອນຫຼວງວຽງຈັນ ທັງເປັນການປະກອບສ່ວນບັນລຸຕາມແຜນການທີ່ນະຄອນຫຼວງວຽງຈັນວາງອອກ

ທຶນການສຶກສາ SCG Sharing the Dream ເປັນໜຶ່ງໃນໂຄງການທີ່ SCG ດຳເນີນການເພື່ອເພີ່ມໂອກາດທາງການສຶກສາໃຫ້ແກ່ຊາວໜຸ່ມ, ຫຼຸດຜ່ອນຄວາມບໍ່ເທົ່າທຽມກັນໃນສັງຄົມ ຕາມຍຸດທະສາດ ESG 4 Plus ອັນປະກອບໄປດ້ວຍ 1. ມຸ່ງ Net Zero 2. GO Green 3. ຫຼຸດຄວາມບໍ່ເທົ່າທຽມກັນ ແລະ 4. ຢ້ຳຮ່ວມມື plus ຄວາມໂປ່ງໃສ ແລະ ເປັນທຳ. ໃນແຕ່ລະປີ SCG ໄດ້ມອບທຶນນີ້ແກ່ຊາວໜຸ່ມໃນພາກພື້ນອາຊຽນ ໄດ້ແກ່ ສປປ ລາວ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ໄທ ລວມຫຼາຍກວ່າ 5,000 ຄົນ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: