ລະວັງ! ຫາຍໃຈບໍ່ອີ່ມ ມີຄວາມສ່ຽງຕໍ່ 6 ພະຍາດ

ອາການ “ຫາຍໃຈບໍ່ອີ່ມ ຫຼື ຫາຍໃຈບໍ່ສະດວກ” ເປັນອີກອາການໜຶ່ງທີ່ເປັນສັນຍານເຕືອນໃຫ້ຮູ້ວ່າ ເຮົາອາດເປັນໂຣກຕ່າງໆ ໄດ້ ເຊິ່ງໂຣກພະຍາດທີ່ອາດຈະເກີດຂຶ້ນເມື່ອເກີດອາການ ແຫາຍໃຈບໍ່ອີ່ມ ມີດັ່ງນີ້:

  1. ພະຍາດຫົວໃຈຂາດເລືອດ
    ເມື່ອເສັ້ນເລືອດທີ່ມາລ້ຽງຫົວໃຈອຸດຕັນຂື້ນມາ ກໍຈະສົ່ງຜົນເຮັດໃຫ້ຫົວໃຈຂາດເລືອດ ກໍຈະມີອາການເຈັບໜ້າເອິກແບບກະທັນຫັນ, ຫາຍໃຈບໍ່ອີ່ມ ຫຼື ຫາຍໃຈຫອບ
    ໝໍແນະນຳ: ຖ້າທ່ານມີອາການເຈັບໜ້າເອິກແບບກະທັນຫັນ ໃຫ້ຮີບໄປພົບແພດໂດຍດ່ວນ

2. ພະຍາດເບົາຫວານ
ຍ້ອນວ່າຮ່າງກາຍບໍ່ສາມາດນຳນ້ຳຕານໄປສະຫຼາຍໃຫ້ກາຍເປັນພະລັງງານໄດ້ ສະນັ້ນ; ຮ່າງກາຍຈື່ງໄປສະຫຼາຍພວກໄຂມັນແທນ ຈື່ງສົ່ງຜົນເຮັດໃຫ້ຮ່າງກາຍຂາດພະລັງງານ ກໍ່ຈະມີອາການຕາມມາ ຄື: ເມື່ອຍງ່າຍ ແລະ ຫາຍໃຈຫອບ

3. ພະຍາດປອດຕິດເຊື້ອ
ບໍ່ວ່າຈະເຮັດເຊື້ອໄວຣັສ ຫຼື ແບັກທີເຣຍຕ່າງໆ ເມື່ອມັນລົງໄປໃນປອດແລ້ວ ກໍ່ຈະເກີດການອັກເສບຂື້ນມາ ຈື່ງສົ່ງຜົນເຮັດໃຫ້ມີອາການຫາຍໃຈຫອບ ຫຼື ຫາຍໃຈບໍ່ອີ່ມ
(ສັງເກດອາການໄດ້: ໄຂ້, ໄອ, ຫາຍໃຈຫອບ ຖ້າທ່ານມີ 3 ອາການນີ້ສະແດງວ່າປອດອາດຕິດເຊື້ອແລ້ວ)

4. ພະຍາດເລືອດຈາງ
ເມັດເລືອດແດງໃນຮ່າງກາຍເຮົາ ມີໜ້າທີ່ໃນການສົ່ງອົກຊີເຈນໄປໃນເນື້ອເຫຍື່ອຕ່າງໆ ແລະ cell ຕ່າງໆໃນຮ່າງກາຍຂອງເຮົາ ເມື່ອເຮົາມີພາວະເລືອດຈາງຂື້ນມາ ຈະເຮັດໃຫ້ເມັດເລືອດແດງຫຼຸດລົງ ເຮັດໃຫ້ຮ່າງກາຍຂາດອົກຊີເຈນ
(ກໍຈະມີອາການຕາມມາ ເຊັ່ນ: ຫາຍໃຈບໍ່ອີ່ມ, ເມື່ອຍງ່າຍ, ຕາ ມື ປາກມີສີຈືດຈາງ)

5. ພະຍາດໄທລອຍແບບເປັນພິດ
ຕ່ອມໄທລອຍຂອງເຮົາມີໜ້າທີ່ໃນການສ້າງຮໍໂມນໄທລອຍເພື່ອໃຫ້ຮ່າງກາຍເຮັດວຽກໄດ້ຢ່າງເຕັມປະສິດທິພາບ ເມື່ອຕ່ອມໄທລອຍຜະລິດຮໍໂມນໄທລອຍອອກມາຜິດປົກກະຕິ ກໍ່ຈະສົ່ງຜົນໃຫ້ມີອາການ ເຊັ່ນ: ຫາຍໃຈຫອບ, ເຫື່ອອອກ, ມື ຕີນສັ່ນ, ຫົວໃຈສັ່ນ ແລະ ເມື່ອຍງ່າຍເປັນຕົ້ນ

6. ໂຣກຫອບຫືດ
ເປັນໂລກທີ່ເກີດມາຈາກການອັກເສບຊຳເຮື້ອຂອງຫຼອດລົມ ຈະສົ່ງຜົນເຮັດໃຫ້ຫາຍໃຈບໍ່ອີ່ມຫຼື ຫາຍຫອບ

ໂດຍ: ໝໍຊາ

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...